ປະຕິບັດໜ້າທີ່ກ່ຽວກັບການປົກປ້ອງ ແລະ ຄຸ້ມຄອງສຸຂະພາບຂອງປະຊາຊົນ ຈາກການບໍລິໂພກຜະລິດຕະພັນສຸຂະພາບ (ອາຫານ, ຢາ, ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, ອຸປະກອນການແພດ, ເຄມີຄວບຄຸມ, ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ແລະ ຜະລິດຕະພັນການແພດ, ເຄື່ອງສໍາອາງ) ໂດຍຮັບປະກັນຜະລິດຕະພັນສຸຂະພາບເຫຼົ່ານັ້ນຕ້ອງມີຄຸນນະພາບ ແລະ ປອດໄພ, ສົ່ງເສີມພຶດທິກໍາການບໍລິໂພກທີ່ຖືກຕ້ອງ ໂດຍການໃຫ້ຂໍ້ມູນທາງດ້ານວິຊາການທີ່ມີຫຼັກຖານ ແລະ ໜ້າເສື່ອຖື ແລະ ມີຄວາມເໝາະສົມ ເພື່ອໃຫ້ປະຊາຊົນໄດ້ບໍລິໂພກຜະລິດຕະພັນສຸຂະພາບ ທີ່ປອດໄພ ແລະ ມີປະໂຫຍດ. ກົມອາຫານ ແລະ ຢາ ມີພາລະບົດບາດໜ້າທີ່ດັ່ງລຸ່ມນີ້:
1. ຫັນແນວທາງນະໂຍບາຍຂອງພັກ-ລັດໃຫ້ກາຍເປັນແຜນຍຸດທະສາດ ແລະ ສ້າງເປັນແຜນການ, ແຜນງານ, ໂຄງການ ພັດທະນາດ້ານວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດໃນແຕ່ລະໄລຍະ;
2. ຄົ້ນຄົ້ວາ, ຮ່າງ, ປັບປຸງ ແລະ ເຜີຍແຜ່ບັນດາກົດໝາຍ, ນະໂຍບາຍ, ດຳລັດ, ມະຕິ, ຂໍ້ຕົກລົງ, ກົດລະບຽບ, ຄໍຳສັ່ງ, ຄຳແນະນຳ, ແຈ້ງການ ແລະ ມາດຖານທີ່ກ່ຽວພັນກັບຂົງເຂດວຽກງານຂອງກົມເພື່ອນຳສະເໜີໃຫ້ການນຳກະຊວງສາທາລະນະສຸກພິຈາລະນາຕົກລົງ;
3. ພັດທະນາ ແລະ ນໍາພາຈັດຕັ້ງປະຕິບັດ ແຜນງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວໃນຂອບເຂດທົ່ວປະເທດ;
4. ຊີ້ນຳ, ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດແຜນງານ, ແຜນການ, ໂຄງການ ແລະ ລະບຽບກົດໝາຍ ຕ່າງໆ ໃນການຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ;
5. ປະຕິບັດພາລະບົດບາດກອງເລຂາຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ, ແລະ ເປັນຈຸດປະສານງານຂອງຄະນະກຳມະການກົດລະຫັດອາຫານລາວ;
6. ຄົ້ນຄວ້າມາດຕະຖານ-ເຕັກນິກ, ກຳນົດ ຫຼື ລົບລ້າງບັນຊີອາຫານ, ຢາ, ອຸປະກອນການແພດ, ອາຫານເສີມການແພດ, ເຄື່ອງສຳອາງ, ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຄວບຄຸມ, ຢາເບື່ອ ແລະ ຢາຕ້ອງຫ້າມ ເພື່ອນຳສະເໜີໃຫ້ລັດຖະມົນຕີຊວງສາທາລະນະສຸກພິຈາລະນາຕົກລົງ;
7. ເກັບກຳ, ຄົ້ນຄວ້າ, ສັງລວມ ແລະ ວິໄຈສະພາບກ່ຽວກັບຄຸນນະພາບ, ມາດຕະຖານ ແລະ ຄວາມປອດໄພອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນຂອບເຂດທົ່ວປະເທດ;
8. ສົມທົບກັບພາກສ່ວນກ່ຽວຂ້ອງໃນການສົ່ງເສີມການສືບຄົ້ນພູມປັນຍາຂອງບັນພະບຸລຸດກ່ຽວກັບຕຳລາຢາພື້ນເມືອງ, ການນຳໃຊ້ຊັບພະຍາກອນທຳມະຊາດທີ່ເປັນຢາ, ເພື່ອສົມທົບເຂົ້າໃນການກັນ ແລະ ປິ່ນປົວພະຍາດໃຫ້ກ້ວາງຂວາງ;
9. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຊື້, ສະໜອງຢາ ແລະ ຜະລິດຕະພັນການແພດໃນຂອບເຂດທົ່ວປະເທດ;
10. ຄຸ້ມຄອງ, ຊີ້ນຳ, ຕິດຕາມ, ກວດກາການສຳຫຼວດ, ຄົ້ນຄ້ວາ, ຂຸດຄົ້ນ, ປຸງແຕ່ງ, ປູກລ້ຽງ, ຜະລິດ, ນຳໃຊ້ແລະ ການສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາ;
11. ຄຸ້ມຄອງ, ຊີ້ນຳ, ຕິດຕາມ, ກວດກາ ແລະ ສົ່ງເສີມທຸກຫົວໜ່ວຍການຈັດຕັ້ງຂອງລັດ, ເອກະຊົນທີ່ດຳເນີນທຸລະກິດ, ການບໍລິການດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ;
12. ຊຸກຍູ້, ສົ່ງເສີມການຜະລິດພາຍໃນດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ບົນພື້ນຖານມາດຕະ ຖານຄຸນນະພາບການຜະລິດທີ່ດີເພື່ອນຳໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກທົດແທນການນຳເຂົ້າເທື່ອລະກ້າວ;
13. ຄົ້ນຄ້ວາ ແລະ ນໍາສະເໜີຂໍອະນຸມັດ ຫຼື ລົບລ້າງໃບອະນຸຍາດວິຊາຊີບເພສັດຊະກຳ ແລະ ໃບອະນຸຍາດວິຊາສະເພາະທີ່ເຄື່ອນໄຫວກ່ຽວກັບ ການດໍາເນີນທຸລະກິດທີ່ມີຄວາມສ່ຽງຕໍ່ສຸຂະພາບໃນການດຳເນີນທຸລະກິດກ່ຽວກັບອາຫານ, ຢາຫລວງ, ຢາພື້ນເມືອງ, ຊັບພະຍາກອນທຳມະຊາດທີ່ເປັນຢາ, ຜະລິດຕະພັນເສີມສຸຂະພາບ, ອຸປະກອນການແພດ, ຢາເບື່ອ, ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຕົ້ນ, ເຄມີອັນຕະລາຍທີ່ນໍາໃຊ້ໃນຄົວເຮືອນ ແລະ ເຄື່ອງສຳອາງ;
14. ຄົ້ນຄ້ວາດຸ່ນດ່ຽງ, ດັດສົມລະຫວ່າງຄວາມຕ້ອງການຊົມໃຊ້ກັບການຜະລິດ ແລະ ການນຳເຂົ້າດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ;
15. ກວດກາ, ຢັ້ງຢືນຄຸນນະພາບຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ກ່ອນຮັບເອົາ ຫຼື ນຳເຂົ້າຈາກການບໍລິຈາກ ຫຼື ຊ່ວຍເຫຼືອ;
16. ຄົ້ນຄ້ວາແກ້ໄຂ, ປະຕິບັດມາດຕະການ ຫຼື ນຳສະເໜີການນຳກະຊວງສາທາລະນະສຸກພິຈາລະນາແກ້ໄຂ ຄຳ ຮ້ອງຟ້ອງ, ຮ້ອງທຸກ ກ່ຽວກັບວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງຕາມຄວາມເໝາະສົມ;
17. ສະຫຼຸບຕີລາຄາປະເມີນຜົນ, ສັງລວມ ແລະ ເຜີຍແຜ່ຂໍ້ມູນສະຖິຕິຮອບດ້ານກ່ຽວກັບອາຫານ, ຢາ ແລະ ຜະລິດຕະພັນການແພດ ໂດຍການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ;
ປະຕິບັດໜ້າທີ່ ອື່ນ ໆ ຕາມການມອບໝາຍຂອງລັດຖະມົນຕີກະຊວງສາທາລະນະສຸກ