|
ສະຖິຕິການຢ້ຽມຊົມ |
ກໍາລັງຊົມເວັບໄຊທ໌ຂະນະນີ້ |
18 |
ມື້ນີ້ |
140 |
ມື້ວານນີ້ |
362 |
ເດືອນນີ້ |
6,113 |
ເດືອນແລ້ວນີ້ |
9,291 |
ປີນີ້ |
31,679 |
ປີກາຍນີ້ |
106,415 |
ທັງໝົດ |
348,819 |
|
|
|
ຂ່າວສານ ອາຫານ ແລະ ຢາ
|
ໂຄງການ ກັນ, ຄວບຄູມ ແລະ ຕອບໂຕການແຜລະບາດຂອງພະຍາດ COVID-19 ຢູ ສ ປ ປ ລາວ | ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 01/03/2021 |
ກະທົບທາງບວກ ດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍການປັບປຸງລະບົບການເຝົ້າລະວັງ, ຕິດຕາມ ແລະ ສະກັດກັ້ນພະຍາດ ໂຄວິດ-19 ລວມທັງສຸມໃສ່ການຊ່ວຍເຫຼືອກຸ່ມຄົວເຮືອນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ. ແຕ່ເຖິງຢ່າງໃດກໍ່ຕາມໂຄງການອາດຈະກໍ່ໃຫ້ເກີດຄວາມສ່ຽງ ແລະ ຜົນກະທົບ ຕໍ່ກັບສະພາບແວດລ້ອມ, ສັງຄົມ, ສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນ ເປັນຕົ້ນແມ່ນ ການຄຸ້ມຄອງຂີ້ເຫຍື້ອທາງການແພດ ຫຼື ຂີ້ເຫຍື້ອຕິດເຊື້ອ; ການປົນເປື້ອນຂອງເຊື້ອພະຍາດຈາກຫ້ອງວິເຄາະ ແລະ ສະຖານທີ່ກັກຕົວ; ຄວາມປອດໄພ ແລະ ຜົນກະທົບຕໍ່ສຸຂພາບ ແລະ ຂອງພະນັກງານແພດ ແລະ ຄົນທີ່ໄດ້ຮັບຜົນກະທົບ; ການສື່ສານທີ່ບໍ່ຖືກຕ້ອງ ແລະ ຄວາມສ່ຽງຕໍ່ການສົ່ງຂ່າວລື ກໍ່ໃຫ້ເກີດຄວາມຢ້ານກົວ/ຄວາມຂັດແຍ່ງ ແລະ ຄວາມວຸ້ນວາຍທາງສັງຄົມ, ເກີດການຈໍາແນກທາງສັງຄົມຕໍ່ຜູ້ຕິດເຊື້ອ ແລະ ການບໍລິການທີ່ບໍ່ທົ່ວເຖິງ ແລະ ເທົ່າທຽມກັນ.ເພື່ອຫຼີກລ່ຽງຜົນກະທົບທາງດ້ານລົບ, ໂຄງການໂຄວິດ-19-ທຄລ ຈື່ງໄດ້ສ້າງມາດຕະການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຕ່າງໆ. ເພື່ອໃຫ້ການດຳເນີນໂຄງການເປັນໄປຢ່າງມີປະສິດທີພາບ ແລະ ເຂົ້າເຖິງປະຊາຊົນຫຼາຍທີ່ສຸດ ທາງໂຄງການໄດ້ເປີດຊ່ອງທາງຮັບຄໍາຄິດເຫັນ ເພື່ອປັບປຸງໂຄງການ ເຊິ່ງທ່ານສາມາດດາວໂຫຼດຂໍ້ມູນຂອງໂຄງການ ແລະ ສົ່ງຄຳຄິດເຫັນຂອງທ່ານໄດ້ ຜ່ານອີເມວ khaikham.xyp@gmail.com ແລະ ຜ່ານຂໍ້ຄວາມເບີໂທ ວອດແອັບ : +856 20 55227775 ; +8562055989225
ກະລຸນນາເຂົ້າອ່ານລາຍລະອຽດຂອງເອກະສານດັ່ງລຸ່ມນີ້:
Factsheet _LO_RV (2)
Factsheet_EN_RV (1)
ESMF Executive Summary LCRP-AF
ESMF LCRP-AF
SEP LCRP-AF
|
|
|
|