ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ 20 ກໍລະກົດ) ຢ່າງສຸດໃຈ!                                                                                                                                                                                                                                                                                                                                                                                                            ເພີ້ມຄວາມເຂັ້ມແຂງ ຂອງວຽກງານຄຸ້ມຄອງອາຫານ ແລະ ຢາ, ເພື່ອຈັດຕັ້ງປະຕິບັດວຽກງານເຊື່ອມໂຍງປະຊາຄົມເສດຖະກິດອາຊຽນຢ່າງມີປະສິດທິຜົນ.!                                                                                                                                                                                                          
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ໃນຂະນະນີ້ 19
 ມື້ນີ້ 100
 ມື້ວານນີ້ 146
 ເດືອນນີ້ 2,278
 ເດືອນແລ້ວນີ້ 4,007
 ປີນີ້ 32,495
 ປີກາຍນີ້ 39,132
 ທັງໝົດ 82,481

 

ຂ່າວສານ ອາຫານ ແລະ ຢາ


ການດື້ຢາຂອງເຊື້ອໄຂ້ຍຸງ: ຄວາມຮຸນແຮງ, ສາຍເຫດ ແລະ ວິທີການຕ້ານຄືນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/10/2016

ການດື້ຢາຂອງເຊື້ອໄຂ້ຍຸງ:

ຄວາມຮຸນແຮງ, ສາຍເຫດ ແລະ ວິທີການຕ້ານຄືນ

 

ໂດຍ: ດຣ. ນາງ ລໍາພອນ ສີຫາຄັງ

 

        ໃນປີ 2012, ອົງການອະນາໄມໂລກ ໄດ້ລາຍງານວ່າມີການລະບາດຂອງພະຍາດໄຂ້ຍຸງ ຢູ່ 97 ປະເທດ ໃນໂລກ, ກວມເອົາ ປະຊາກອນທີ່ມີຄວາມສ່ຽງ 3.4 ຕື້ຄົນ, ມີ207 ລ້ານກໍລະນີຄົນເຈັບທີ່ເປັນໄຂ້ຍຸງ ແລະ ໃນນັ້ນມີ 625,000 ຄົນໄດ້ເສຍຊີວິດ. ໃນຂົງເຂດອາຊຽນ ​(8ປະເທດ) ບໍ່ກວມເອົາ ບຣູນາຍ ແລະ ສິງກາໂປ, ໃນປີ 2012 ມີ 1,049,146 ກໍລະນີ ເປັນໄຂ້ຍຸງ. ເພື່ອແກ້ໄຂສະພາບຄວາມຮູນແຮງດັ່ງກ່າວ ມານັ້ນ ລັດຖະບານຂອງແຕ່ລະປະເທດ ກໍ່ໄດ້ມີຄວາມເອົາໃຈໃສ່ໃນການຫຼຸດຜ່ອນການເປັນພະຍາດດັ່ງກ່າວ, ຊຶ່ງມັນສະແດງອອກໃຫ້ເຫັນວ່າ ມີ 52 ປະເທດ ໃນຈໍານວນ 97 ປະເທດທີ່ກ່າວນັ້ນໄດ້ ມີແຜນຍຸດທະສາດຫຼຸດຜ່ອນໄຂ້ຍຸງ ໃຫ້ໄດ້ເຖິງ 75% ໃນປີ 2015 (ອີງໃສ່ຂໍ້ມູນ 2000).

        ສໍາລັບ ສປປ ລາວ, ທ່າອ່ຽງໃນການເປັນໄຂ້ຍຸງໃນໄລຍະ 10 ຜ່ານມາ ໄດ້ຫຼຸດລົງຢ່າງເປັນລະດັບ ແຕ່ປີ 2000 ຫາ 2011 (ຈາກ 40,106 ກໍລະນີ ມາເປັນ 17,835), ແຕ່ເຫັນວ່າໃນປີ 2012 ກໍລະນີເປັນໄຂ້ຍຸງໄດ້ເພີ້ມຂຶ້ນສູງເຖິງ 46,202 ກໍລະນີ, ເຊິ່ງ ເຫັນວ່າສະພາບແມ່ນມີຄວາມຮູນແຮງຫຼາຍກ່ອນເກົ່າ (World Malaria Report 2013), ໃນນັ້ນ ອັດຕາການຕາຍໄດ້ເພີ້ມຂຶ້ນສູງເຖິງ 3 ເທົ່າຕົວ ຖ້າທຽບໃສ່ປີ 2011 (ຮູບສະແດງທີ 1).

 

ຮູບສະແດງ ທີ 1: ສະພາບໄຂ້ຍຸງ ຢູ່ ປປປ ລາວ:

-ແຫຼ່ງຂໍ້ມູນ: ສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້, 2014-

ຄຽງຄູ່ກັບສະພາບການເປັນພະຍາດດັ່ງກ່າວນັ້ນ, ກໍ່ໄດ້ເກີດມີສະພາບການດື້ຢາໄຂ້ຍຸງເກີດຂຶ້ນຢູ່ໃນໂລກເລີ່ມແຕ່ປີ 1960 ອົງການອະນາໄມໂລກ ໄດ້ລາຍງານວ່າເຊື້ອໄຂ້ຍຸງ ຊະນິດ Plasmodium Falciparum ໄດ້ດື້ຕໍ່ຢາ Chloroquine ແລະ Sulfadoxin- Pyrimethamin, ເຊິ່ງຄັ້ງທໍາອິດແມ່ນເກີດຂຶ້ນ ຢູ່ແຂວງ ໄພລິນ ປະເທດ ກໍາປູເຈຍ.

ສໍາລັບ ສປປ ລາວ, ອີງຕາມການສຶກສາຂອງສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ຮ່ວມກັບອົງການອະນາໄມໂລກ ໃນປີ 2007 ໄດ້ລາຍງານວ່າມີການດື້ຕໍ່ຢາ Chloroquine ແລະ Sulfadoxin Pyrimethamin ຂອງເຊື້ອ Plasmo-dium Falciparum ປະມານ 30%.

ເພື່ອໃຫ້ສາມາດມີຢາປິ່ນປົວໄຂ້ຍຸງ ຢາງມີປະສິດທິຜົນ ທົດແທນຢາ ທີ່ຖືກດື້ນັ້ນ, ຢາປົວໄຂ້ຍຸງຊະນິດໃໝ່ ໝວດ Artemisinin  ສະກັດຈາກຕົ້ນໄມ້ເປັນຢາ ຄິງຮາວຊຸ ໄດ້ຖືກຄົ້ນຄ້ວາ, ຮັບຮອງ ແລະ ຜະລິດອອກຈໍາໜ່າຍນໍາໃຊ້ປິ່ນປົວໄຂ້ຍຸງຢ່າງກວ້າງຂວາງໃນທົ່ວໂລກ ແລະ ໄດ້ຮັບຜົນດີໃນການປິ່ນປົວ. ຢາໝວດດັ່ງກ່າວນີ້ ທີ່ໄດ້ນໍາໃຊ້ ແລະ ເປັນທີ່ຮູ້ດີ ໃນບ້ານເຮົາ ແມ່ນພາຍໃຕ້ຊື້: Artesunate ເມັດ, ສັກ. Artemether ສັກ, ແລະ ຢາເມັດສູດປະສົມ Artemether+Lumefantrine ຫຼື Coartem. ເພື່ອຫຼີກເວັ້ນເຊື້ອດື້ຢາ ແລະ ຮັກສາໄວ້ປະສິດທິຜົນຂອງຢາປົວໄຂ້ຍຸງ ທີ່ຜະລິດອອກໃໝ່ໃຫ້ຍື້ຍົງ, ອົງການອະນາໄມໂລກ ແນະນໍາ ບໍ່ໃຫ້ໃຊ້ດ່ຽວໃນການປິ່ນປົວໄຂ້ຍຸງ. ແຕ່ກໍ່ໜ້າເສຍດາຍທີ່ຢາດັ່ງກ່າວໄດ້ຖືກນໍາໃຊ້ບໍ່ພໍເທົ່າໃດ, ໃນປີ 2007 ກໍມີການລາຍງານວ່າ ເຊື້ອ Plasmo-dium Falciparum ໄດ້ດື້ຕໍ່ຢາ Artemisinin ແລ້ວ ຢູ່ໃນ 4 ປະເທດລຸ່ມແມ່ນໍ້າຂອງ ຄື: ຫວຽດນາມ, ກໍາປູເຈຍ, ໄທ ແລະ ມຽນມາ, ໂດຍເກີດຢູ່ແຂວງ ໄພລິນ ກ່ອນ ໃນປີ 2001 ຈາກນັ້ນ ຈຶ່ງແຜ່ຂະຫຍາຍໄປສູ່ປະເທດອື່ນຕາມແຖບຊາຍແດນໄກ້ຄຽງ (ຍົກເວັ້ນ ສປປ ລາວ ໃນເວລານັ້ນ).

ຮູບສະແດງທີ 2: ການດື້ຢາ Artemisinin ຢູ່ໃນຂົງເຂດ

          ຈົນມາຮອດຕົ້ນປີ 2014 ຈຶ່ງໄດ້ລາຍງານວ່າມີການດື້້ຕໍ່ຢາແລ້ວ ຢູ່ແຂວງ  ຈໍາປາສັກ ສປປລາວ, ພາຍຫຼັງທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນໂລກ  ໃນການຈັດຕັ້ງປະຕິບັດໂຄງການຕ້ານຕໍ່ເຊື້ອດື້ຢາ Artemisinin (RAI). ຮູບ  ສະແດງທີ່ 2 ສະແດງໃຫ້ເຫັນເຂດທີ່ມີການດື້ຢາ (Tier1) ເປັນສີດແດງ, ເຂດ  ໄກ້ຄຽງ (Tier2) ເປັນສີເຫຼືອງ ແລະ ເຂດທີ່ບໍ່ມີການດື້ຢາ (Tier 3) ເປັນສີຂາວ.

          ສະພາບການດື້ຕໍ່ຢາດັ່ງກ່າວນີ້ເປັນສິ່ງທີ່່ໜ້າຢ້ານກົວທີ່ສຸດເພາະມັນເປັນ  ໄພອັນຕະລາຍຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ, ເມື່ອເວລາເປັນໄຂ້ຍຸງແລ້ວຖ້າເຊື້ອໄຂ້  ຍຸງມີການດື້ຢາ Artemisinin ການປິ່ນປົວກໍ່ຈະບໍ່ມີປະສິດທິຜົນ ຈະຕ້ອງໄດ້ໃຊ້  ຢາ Atemisinin ປະສົມ ກັບຢາປິ່ນປົວໄຂ້ຍຸຸງຊະນິດອື່ນໆ ເຊັ່ນ: Mefloquine,  primaquine, doxicycline. ຮ້າຍແຮງໄປກ່ວານັ້ນເມື່ອບໍ່ດົນມານີ້ຊໍ້າພັດໄດ້  ຮັບການລາຍງານວ່າເຊື້ອ Plasmo-dium falciparum ໄດ້ດື້ຕໍ່ຢາທີ່ເປັນຄູ່  ຮ່ວມນີ້ແລ້ວເຊັ່ນດຽວກັບ. (ແຫຼ່ງຂໍ້ມູນ WHO, 2014)

 ເຊັ່ນກໍລະນີດື້ຕໍ່ຢາ Mefloquine ໄດ້ເກີດຂຶ້ນທີ່ແຂວງ ໄພລິນ ເລີ້ມແຕ່ປີ 2008  ແລະ ໄດ້ລາມໄປສູ່ແຂວງອື່ນໆ ໃນປະເທດກໍາປູເຈຍ. ມາດຮອດປັດຈຸບັນ, ການ  ຄົ້ນຄົ້ວພັດທະນາຢາໃໝ່ຂອງນັກວິທະຍາສາດ ແລະ ໂຮງງານຜະລິດຢາ ໃນໂລກ  ຍັງບໍ່ທັນສາມາດຄົ້ນພົບ ແລະ ຜະລິດຢາປົວໄຂ້ຍຸງຊະນິດໃໝ່ເທື່ອ. ດັ່ງນັ້ນ ການ  ປິ່ນປົວໄຂ້ຍຸງ ແມ່ນຍັງສືບຕໍ່ນໍາໃຊ້ຢາ Artemisinin ໃນຮູບແບບປະສົມກັບ  ຫຼາຍຢາທີ່ເປັນຄູ່ຮ່ວມໂດຍການເພີ້ມປະລິມານຂຶ້ນໄປເລື້ອຍໆ ຈົນກ່ວາຈະໄດ້ຜົນ  ຫຼື ອາດມີການຫຼົ້ມເຫຼວກໍ່ເປັນໄດ້.

          ມີຫຼາຍສາຍເຫດທີ່ພາໃຫ້ເກີດການດື້ຢາ ໂດຍສະເພາະ ແມ່ນການໃຊ້ຢາບໍ່  ສົມເຫດສົມຜົນ, ໃຊ້ຢາບໍ່ຖືກຕາມຄວາມແຮງ, ປະລິມານ ແລະ ກໍານົດເວລາ  ຕາມທ່ານໝໍສັ່ງ, ການໃຊ້ຢາບໍ່ມີຄຸນນະພາບ ຫຼື ຢາປອມ ແລະ ຖ້າຍຸງທີ່ມາກັດ  ເຮົານັ້ນຖືກເຊື້ອທີ່ດີື້ຢາຈາກຄົນອື່ນເຮົາກໍ່ຈະໄດ້ຮັບເຊື້ອດື້ຢານັ້ນຕໍ່. ດັ່ງນັ້້ນ  ວິທີການຕ້ານການຕໍ່ເຊື້ອດື້ຢາທີ່ກ່າວມາຂ້າງເທິງນັ້ນ ແມ່ນ ມີຫຼາຍວິທີ. ວິທີທີ່ດີ  ທີ່ສຸດກໍ່ຫຼີກເວັ້ນບໍ່ໃຫ້ຍຸງກັດ, ການດັບສູນຍຸງ ແລະ ອື່ນໆ.

          ໃນຄວາມຈິງແລ້ວ, ມັນເປັນການຍາກທີ່ຈະດັບສູນຍຸງ ແລະ ຫຼີກເວັ້ນບໍ່ໃຫ້  ຖືກຍຸງກັດ, ແຕ່ເຖິງຢ່າງໃດກໍ່ດີ, ພາກສ່ວນທີ່ຮັບຜິດຊອບກ່ຽວຂ້ອງ ໂດຍ  ສະເພາະສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ໄດ້ມີຄວາມພະຍາຍາມສູງໃນການ  ປາບຍຸງ ແລະ ໄດ້ກໍານົດອອກຍຸດທະສາດວຽກງານໄຂ້ຍຸງ ໃນແຕ່ລະຢ່າງຈະແຈ້ງ. ສໍາລັບວຽກງານດ້ານການຢາແລ້ວ ແມ່ນຕ້ອງເອົາໃຈໃສ່ບັນຫານໍາໃຊ້ຢາຢ່າງສົມເຫດສົມຜົນ ແລະ ຮັບປະກັນຄຸນນະພາບຢາ, ບໍ່ໃຫ້ມີຢາປອມ ແລະ ຢາບໍ່ໄດ້ມາດຕະຖານຈໍລະຈອນຈໍາໜ່າຍຢູ່ໃນສັງຄົມ ຕາມທີ່ໄດ້ກໍານົດໄວ້ຢູ່ໃນນະໂຍບາຍແຫ່ງຊາດດ້ານຢາ ແລະ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ.