ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ 20 ກໍລະກົດ) ຢ່າງສຸດໃຈ!                                                                                                                                                                                                                                                                                                                                                                                                            ເພີ້ມຄວາມເຂັ້ມແຂງ ຂອງວຽກງານຄຸ້ມຄອງອາຫານ ແລະ ຢາ, ເພື່ອຈັດຕັ້ງປະຕິບັດວຽກງານເຊື່ອມໂຍງປະຊາຄົມເສດຖະກິດອາຊຽນຢ່າງມີປະສິດທິຜົນ.!                                                                                                                                                                                                          
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ໃນຂະນະນີ້ 17
 ມື້ນີ້ 100
 ມື້ວານນີ້ 146
 ເດືອນນີ້ 2,278
 ເດືອນແລ້ວນີ້ 4,007
 ປີນີ້ 32,495
 ປີກາຍນີ້ 39,132
 ທັງໝົດ 82,481

 

ຂ່າວສານ ອາຫານ ແລະ ຢາ


ຄວາມເປັນມາ ແລະ ວົງຈອນຊີວິດຂອງເຊື້ອພະຍາດໄຂ້ມາລາເລຍ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 12/02/2017

ຄວາມເປັນມາ

ແລະ ວົງຈອນຊີວິດຂອງເຊື້ອພະຍາດໄຂ້ມາລາເລຍ

ໂດຍ: ນາງ ດາວອນ ດວງດານີ

        ນັກສຶກສາປະລິນຍາເອກ

   ເຊື້ອພະຍາດໄຂ້ຍຸງ ເກີດມາຈາກເຊື້ອພະຍາດ Protozoa ເຊິ່ງແມ່ນແມ່ພະຍາດທີ່ມີເຊວດຽວ ແລະ ກຳເນີດເກີດຂຶ້ນຢູ່ໃນທະວີບອາຟຣິກກາ ກ່ອນການກຳເນີດຂອງມະນຸດ. ເຊື້ອພະຍາດໄຂ້ຍຸງ ຫຼື ເອີ້ນວ່າ Malaria ແມ່ນມາຈາກພາສາອິຕາລີ​ ເຊິ່ງມີຄວາມໝາຍວ່າ: ອາກາດທີ່ບໍ່ດີ, ເນື່ອງຈາກໃນສະໄໝນັ້ນຍັງບໍ່ທັນຮູ້ວ່າເຊື້ອພະຍາດໄຂ້ຍຸງແມ່ນເກີດຈາກຍຸງເຊິ່ງເປັນພາຫະນະນຳເຊື້ອ ຈຶ່ງພາກັນເຊື່ອຖືວ່າ ພະຍາດໄຂ້ຍຸງເກີດມາຈາກອາກາດທີ່ບໍ່ດີນັ້ນເອງ. ມາໃນປະຈຸບັນ ຕາມຫຼັກວິທະຍາສາດ ເຊື້ອພະຍາດໄຂ້ຍຸງຄວນມີຊື່ວ່າ Plasmodiosis, ເຊື້ອ Plasmodiosis ທີ່ຖືກຄົ້ນພົບແລ້ວມີປະມານ 100 ກ່ວາຊະນິດ,  ພົບໃນສິ່ງທີ່ມີຊີວິດຂັ້ນສູງເຊັ່ນ ຄົນ ແລະ ລີງມີຢູ່ 22 ຊະນິດ ເຊິ່ງໃນນັ້ນສາມາດຕິດເຊື້ອ ແລະ ຈະເລີນເຕີບໂຕໃນຄົນພາໃຫ້ເກີດພະຍາດໄຂ້ຍຸງແມ່ນມີຢູ່ 5 ຊະນິດຄື: Plasmodium vivax, Plasmodium falciparum, Plasmodium malariae, Plasmodium ovale ແລະ Plasmodium knowlesi. ສ່ວນໃຫຍ່ທີ່ລະບາດຢູ່ໃນທົ່ວໂລກ ແລະ ໃນປະເທດລາວແມ່ນ Plasmodium vivax ແລະ Plasmodium falciparum.

   ໃນໄລຍະເວລາຫຼາຍຮ້ອຍປີຜ່ານມາ ການຄິດຄົ້ນຫາຢາຕ້ານເຊື້ອ ແລະ ວັກຊີນຕ້ານໄຂ້ຍຸງແມ່ນມີຄວາມຫຍຸ້ງຍາກຫຼາຍ, ບັນຫາຕົ້ນຕໍກໍ່ແມ່ນຄວາມສັບສົນ ແລະ ສະຫຼັບຊັບຊ້ອນຂອງວົງຈອນຊີວິດຂອງເຊື້ອພະຍາດໄຂ້ຍຸງ. ວົງຈອນຊີວິດຂອງເຊື້ອພະຍາດໄຂ້ຍຸງທັງ 5 ຊະນິດທີ່ກ່າວມານັ້ນແມ່ນມີວົງຈອນຊີວິດທີ່ຄືກັນ ໂດຍປະກອບມີສອງໄລຍະ ຄື: ໄລຍະໃຊ້ເພດ(ມີເພດ) ເຊິ່ງເປັນໄລຍະທີ່ເຊື້ອຢູ່ໃນຍຸງກົ້ນຊີ້ Anopheles ແລະ ໄລຍະບໍ່ໃຊ້ເພດ (ອະເພດ) ເຊິ່ງແມ່ນໄລຍະທີ່ເຊື້ອຈະເລີນເຕີບໂຕຢູ່ໃນຮ່າງກາຍຄົນ, ໄລຍະທີ່ເຊື້ອຢູ່ໃນຮ່າງກາຍຄົນມັນຍັງແບ່ງອອກເປັນ 2 ໄລຍະຄື: ໄລຍະເຊື້ອຈະເລີນເຕີບໂຕຢູ່ໃນຈຸລັງຕັບ ແລະ ໄລຍະເຊື້ອຈະເລີນເຕີບໂຕຢູ່ໃນເມັດເລືອດແດງ. ເມື່ອຄົນເຮົາຖືກຍຸງ Anopheles  ທີ່ມີເຊື້ອພະຍາດໄຂ້ຍຸງກັດ (ເຊິ່ງເຊື້ອພະຍາດໄຂ້ຍຸງໃນໄລຍະນີ້ເອີ້ນວ່າ sporozoites), ເຊື້ອຈະປະປົນຢູ່ໃນນ້ຳລາຍຂອງຍຸງ ເຂົ້າສູ່ກະແສເລືອດຂອງຄົນ ຫລັງຈາກນັ້ນ ປະມານເຄິ່ງຊົ່ວໂມງ ເຊື້ອພະຍາດຈະເຂົ້າໄປໃນຈຸລັງຕັບ ແລະ ຈະເລີນເຕີບໂຕ ມັນຈະແບ່ງໂຕເພີ້ມຂຶ້ນເປັນຈຳນວນຫຼວງຫຼາຍ, ໂດຍໄລຍະນີ້ເອີ້ນວ່າ schizont, schizont ເຊວແມ່ຈະແກ່ໂຕແລະມີລູກ merozoites ຢູ່ໃນຈຳນວນຫຼວງຫຼາຍ, ຫຼັງຈາກນັ້ນ schizont ຈະແຕກແລະປ່ອຍ merozoites ເຂົ້າສູ່ກະແສເລືອດ ແລ້ວໄປຈະເລີນເຕີບໂຕຕໍ່ໃນເມັດເລືອດແດງ(ໃນບາງກໍລະນີຂອງ Plasmodium vivax  ມັນຈະມີໄລຍະພັກເຊົາຢູ່ໃນຈຸລັງຕັບເປັນເວລາດົນນານຫຼາຍເດືອນເຖິງຫຼາຍປີ) ເມື່ອ merozoites ເຂົ້າສູ່ເມັດເລືອດແດງ ມັນຈະ ຈະເລີນເຕີບໂຕຜ່ານແຕ່ລະໄລຍະ ຈົນກາຍເປັນເຊວແມ່ schizont ແລະມີ ລູກ merozoites ຢູ່ໃນ ( ເຊັ່ນດຽວກັນກັບການຈະເລີນເຕີບໂຕໃນຈຸລັງຕັບ), ຜະໜັງເມັດເລືອດແດງທີ່ມີ schizont ແກ່ເຕັມທີ່ແລ້ວຈະແຕກ ປ່ອຍ merozoites ອອກມາ ແລະ ເຂົ້າສູ່ເມັດເລືອດແດງໃໝ່ເປັນວົງຈອນເຊັ່ນດຽວກັນແບບນີ້ ຕໍ່ໄປເລື້ອຍໆ, ເຊິ່ງໃນໄລຍະເມັດເລືອດແດງແຕກ ແລະ ປ່ອຍ merozoites ອອກມານີ້ເອງ ຄົນເຈັບຈະມີອາການໄຂ້ຮ້ອນ,ໜາວສັ່ນ, ຫຼັງຈາກ merozoites ເຂົ້າສູ່ເມັດເລືອດແດງໃໝ່ແລ້ວ ຄົນເຈັບກໍ່ຈະມີເຫື່ອອອກ ເຊົາໄຂ້ ແລະ ຮ່າງກາຍກັບຄືນສູ່ສະພາບປົກກະຕິ, ຈົນກວ່າ merozoites ມັນສືບຕໍ່ຈະເລີນເຕີບໂຕ ແລະ ເມັດເລືອດແດງແຕກອີກ ເປັນຮອບວຽນແບບນີ້ 48 ຊົ່ວໂມງ (Plasmodium vivax ແລະ Plasmodium falciparum ) ຄົນເຈັບຈຶ່ງຈະມີອາການໄຂ້ຮ້ອນ, ໜາວສັ່ນອີກ. ນອກຈາກນັ້ນ merozoites ບາງໂຕ ຫຼັງຈາກຖືກປ່ອຍອອກມາຈາກເມັດເລືອດແດງແລ້ວ ມັນຈະບໍ່ເຂົ້າໄປໃນເມັດເລືອດແດງໃໝ່, ແຕ່ມັນພັດຈະເລີນເຕີບໂຕໄປເປັນ gametocyte ເຊິ່ງເປັນໂຕທີ່ມີເຊວເພດຜູ້ ແລະ ເພດແມ່ ໂດຍທົ່ວໄປສຳລັບ Plasmodium vivax ແລະ Plasmodium falciparum ຈະປະກົດມີ gametocyte ຫຼັງຈາກຄົນເຈັບມີອາການໄຂ້ແລ້ວ ປະມານ 4 ວັນ ແລະ gametocyte ມັນສາມາດມີຊີວິດຢູ່ໄດ້ໃນຮ່າງກາຍຄົນປະມານ 30 ກວ່າວັນ, ຖ້າຫາກວ່າໃນເວລານີ້ຍຸງ anopheles ກັດດູດເລືອດຄົນເຈັບໄຂ້ຍຸງທີ່ມີ gametocyte ມັນຈະເຂົ້າໄປປະສົມພັນ ແລະ ຈະເລີນເຕີບໂຕໃນກະເພາະຂອງຍຸງ, ຜ່ານການຈະເລີນເຕີບໂຕແຕ່ລະໄລຍະ ກາຍເປັນ oocyst ເຊິ່ງພາຍໃນມີ sporozoites ຈໍານວນຫຼວງຫຼາຍ, ເມື່ອ oocyst ແກ່ໂຕມັນຈະແຕກແລະປ່ອຍ sporozoites ເຂົ້າສູ່ຕ່ອມ ນໍ້າລາຍຂອງຍຸງ ແລະ ຕິດເຊື້ອຕໍ່ຄົນເຮົາເມື່ອຖືກຍຸງກັດ, ເປັນຮອບວຽນເຊັ່ນນີ້ ຜ່ານຄົນ ແລະ ຍຸງເປັນພາຫະນະນຳເຊື້ອ. ດັ່ງນັ້ນ, ສຳລັບຄົນເຈັບທີ່ຕິດເຊື້ອພະຍາດໄຂ້ຍຸງ ຕ້ອງໄດ້ຮັບການປິ່ນປົວໃຫ້ຖືກຕ້ອງພາຍໃນ 24-48 ຊົ່ວໂມງ ກ່ອນທີ່ merozoites ຈະເຂົ້າສູ່ເມັດເລືອດແດງຮອບໃໝ່ເພາະມັນອາດຈະອັນຕະລາຍເຖິງແກ່ຊີວິດ, ແລະ ກ່ອນທີ່ merozoites ຈະ ຈະເລີນເຕີບໂຕໄປເປັນ gametocyte ເຊິ່ງສາມາດສືບຕໍ່ແຜ່ເຊື້ອໃຫ້ແກ່ຍຸງແລະຕິດຕໍ່ໃຫ້ຄົນອື່ນໆຕໍ່ໄປ.

     ຮູບພາບເຊື້ອພະຍາດໄຂ້ຍຸງ (Plasmodium vivax ແລະ Plasmodium falciparum) ໃນແຕ່ລະໄລຍະການຈະເລີນເຕີບໂຕ

 

  ຢາຕ້ານເຊື້ອໄຂ້ຍຸງທີ່ມີຢູ່ໃນປະຈຸບັນ ບໍ່ສາມາດຂ້າເຊື້ອໄຂ້ຍຸງໄດ້ໝົດທຸກໄລຍະການຈະເລີນເຕີບໂຕ ສ່ວນໃຫຍ່ແມ່ນໃຊ້ສະເພາະຂ້າເຊື້ອພະຍາດໄຂ້ຍຸງທີ່ຢູ່ໃນເມັດເລືອດແດງເຊັ່ນ: Quinine, Chloroquine, Artemisinin. ມີພຽງ Primaquine ທີ່ສາມາດຂ້າເຊື້ອພະຍາດໄຂ້ຍຸງທີ່ຢູ່ໃນຈຸລັງຕັບໄດ້, ແລະຍັງສາມາດຂ້າ  gametocyte ທີ່ແກ່ໂຕແລ້ວ, ດັ່ງນັ້ນ Primaquine ຈຶ່ງເປັນຢາຊະນິດດຽວທີ່ສາມາດປ້ອງກັນການກັບມາເປັນໄຂ້ຍຸງຄືນ ແລະ ປ້ອງກັນການແຜ່ເຊື້ອ gametocyte ຈາກຄົນສູ່ຍຸງ, ແຕ່ເຖິງຢ່າງໃດກໍ່ດີຄວາມປອດໄພຂອງການໃຊ້ primaquine ຍັງຕ້ອງໄດ້ຄົ້ນຄ້ວາຕື່ມ ດ້ານປະລິມານ ແລະ ໄລຍະເວລາການປິ່ນປົວ ເນື່ອງຈາກ ມັນມີຜົນກະທົບຕໍ່ຄົນເຈັບທີ່ G6PD ບົກພ່ອງ.

ເອກະສານອ້າງອີງ

1. Beaver PC, Jung Rc and Cupp EW. Clinical Parasitology, 9th ed., Lea & Febiger, Philadelphia, USA. 1984. 825 pp.