Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
4 ກົມໄດ້ລົງນາມບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການອໍານວຍຄວາມສະດວກທາງດ້ານການຄ້າ ຢູ່ດ່ານສາກົນ
Posted By: ສຸກສົມຄວນ ຈັນທະມາດ, Date: 15/12/2021
ໃນຕອນເຊົ້າຂອງວັນທີ 13 ທັນວາ 2021 ທີ່ໂຮງແຮມຄາວພາຊາ ກົມພາສີໄດ້ມີພິທີ ພິທີລົງນາມ ບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານເພື່ອອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ ສິນຄ້າ ເຄື່ອງຂອງ ຢູ່ດ່ານສາກົນ ລະຫວ່າງ ກົມພາສີ, ກົມອາຫານ ແລະ ຢາ, ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ.ພາຍໃຕ້ການສະໜັບສະໜູນ ຈາກ ໂຄງການສົ່ງເສີມການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (Lao PDR Competitiveness and Trade Project -LCT).
 
ໃນພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມລົງນາມໂດຍ: ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ, ທ່ານ ທ່ານ ນາງ ມະນິວອນ ວົງໄຊ ຫົວໜ້າ ກົມການນໍາເຂົ້າ-ສົ່ງອອກ,  ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ສຸລາພອນ ອິນທະວົງ ຮອງຫົວໜ້າ ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ດຣ ສີທອງ ພິພັກຂະວົງ, ຮອງຫົວໜ້າ ກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າ ກົມພາສີ, ກະຊວງການເງິນ.
 
ຈຸດປະສົງ ຂອງການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ດັ່ງກ່າວແມ່ນເພື່ອການຮ່ວມມື, ແລກປ່ຽນຂໍ້ມູນ ແລະ ການປະສານງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ໂດຍນໍາໃຊ້ໂມດູນເລືອກເຟັ້ນຂອງລະບົບອາຊີກູດາຂອງກົມພາສີ ແນໃສ່ເຮັດໃຫ້ຂັ້ນຕອນ ແລະ ເວລາ ຂອງການກວດກາສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າ-ສົ່ງອອກ ມີຄວາມຖືກຕ້ອງ, ວ່ອງໄວ ແລະ ເປັນເອກະພາບ ຢູ່ດ່ານສາກົນເປົ້າໝາຍ ໃນຂອບເຂດທົ່ວປະເທດ ເຊິ່ງກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າແຫ່ງຊາດ ແລະ ຄະນະນໍາກະຊວງຂອງບັນດາກົມທີ່ກ່ຽວຂ້ອງ ໄດ້ເຫັນດີໃຫ້ມີການເຊັນບົດບັນທຶກຄວາມເຂົ້າໃຈເຊິ່ງກັນ (MOU) ແລະ ຄົ້ນຄວ້າລະບຽບການກົນໄກສະເພາະໃນການສົ່ງຂໍ້ມູນ ແລະ ກວດກາຮ່ວມກັນຢູ່ດ່ານ (SOP) ໃນການຈັດຕັ້ງປະຕິບັດ.
 
ນອກຈາກນີ້, ກະຊວງການເງິນ ຍັງໄດ້ສ້າງຕັ້ງຄະນະກໍາມະການຮ່ວມກັນວຽກງານບໍລິຫານຄວາມສ່ຽງ ຊຶ່ງປະກອບມີກົມທີ່ກ່ຽວຂ້ອງ ເປັນຄະນະ ຊຶ່ງຄະນະກໍາມະການດັ່ງ່ກາວ ມີໜ້າທີ່ເກັບກໍາຂໍ້ມູນຄວາມສ່ຽງທັງໝົດເພື່ອນໍາມາວິເຄາະ, ວິໃຈ, ຈັດລະດັບຄວາມສ່ຽງ ແລະ ພັດທະນາປັບປຸງຂໍ້ມູນເພື່ອປ້ອນເຂົ້າໃນລະບົບອາຊິກຸດາ. ພ້ອມກັນນັ້ນ, ຄະນະດັ່ງກ່າວຍັງພ້ອມກັນ ຄົ້ນຄ້ວາ ແລະ ປະເມີນບັນດາ ສິນຄ້າຊາຍແດນທີ່ມີຄວາມສ່ຽງສູງ ເພື່ອດຳເນີນການຕິດຕາມ, ກວດກາ ແລະ ໃຫ້ຄໍາແນະນໍາກ່ຽວກັບ ການດໍາເນີນງານວຽກງານບໍລິຫານຄວາມສ່ຽງຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອນໍາໄປປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA