Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ແຈ້ງການ ເລກທີ 5004/ກອຢ,​ ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ.
Posted By: ພູປະສິດ ອຸດົມສິນ, Date: 09/05/2022

ໜັງສືແຈ້ງການ

  ເຖິງ:  ບັນດາສະຖານທີ່ບໍລິການສາທາລະນະສຸກທີ່ໄດ້ຮັບອະນຸຍາດກວດວິເຄາະຊອກຫາການຕິດເຊືອໂຄວິດ-19 ດ້ວຍເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດ

          ເຊື້ອໂຄວິດ-19 ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ.             

  ເລື່ອງ:  ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ.                  

- ອີງຕາມ  ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 07/ສພຊ,​ ລົງວັນທີ 21 ທັນວາ 2011;

- ອີງຕາມ  ຄຳສັ່ງວ່າດ້ວຍການນຳເຂົ້າ, ຈໍລະຈອນຈຳໜ່າຍ ແລະ ນຳໃຊ້ ເຄື່ອງທົດສອບແບບໄວ AgRDT ເພື່ອກວດວິເຄາະຊອກຫາການຕິດເຊື້ອໂຄວິດ-19 ສະບັບເລກທີ 3994/ສທ, ລົງວັນທີ 30 ທັນວາ 202.

             ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ເປັນພາກສ່ວນໜື່ງທີ່ສຳຄັນໃນການຄັດກອງ ແລະ ຄົ້ນຫາກໍລະນີຜູ້ຕິດເຊື້ອໄດ້ທັນການ, ສະນັ້ນ ເຄື່ອງທົດສອບແບບໄວ AgRDT ຕ້ອງມີຄຸນນະພາບ ແລະ ປະສິດທິພາບ ເຊິ່ງໃນໄລຍະຜ່ານມາກົມອາຫານ ແລະ ຢາ ໄດ້ຈັດຕັ້ງປະຕິບັດການອະນຸຍາດນຳໃຊ້ໃນພາວະສຸກເສີນ (Emergency Use Authorization, EUA) ໂດຍອີງໃສ່ການອະນຸຍາດນຳໃຊ້ໃນພາວະສຸກເສີນຈາກອົງການອະນາໄມໂລກ ຫຼື ຈາກປະເທດທີ່ເຂັ້ມແຂງ ເຊິ່ງປະຈຸບັນເຄື່ອງທົດສອບແບບໄວ AgRDT ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ ມີທັງໝົດ 10 ລາຍການ (ລາຍລະອຽດດັ່ງເອກະສານຄັດຕິດທີ 1).

             ສະນັ້ນ ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງບັນດາສະຖານທີ່ບໍລິການສາທາລະນະສຸກທີ່ໄດ້ຮັບອະນຸຍາດກວດວິເຄາະຊອກຫາການຕິດເຊື້ອໂຄວິດ-19 ດ້ວຍເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທັງພາກລັດ ແລະ ເອກະຊົນ ຈົ່ງຕິດຕາມບັນຊີລາຍການ ແລະ ເລືອກນຳໃຊ້ສະເພາະລາຍການທີ່ໄດ້ຮັບອະນຸຍາດຕາມລະບຽບການ ຈາກກົມອາຫານ ແລະ ຢາເທົ່ານັ້ນ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມຊັດເຈນຂອງການກວດວິເຄາະ (ລາຍລະອຽດດັ່ງເອກະສານຄັດຕິດທີ 2).

             ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

                                                                                                                                                                       ຫົວໜ້າກົມ

 

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA