Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “
Posted By: ກີລາ ບູນປະເສີດ, Date: 21/06/2022

ຂຽນໂດຍ: ດຣ ນາງ ກອງມະນີ ນາມມະວົງມີໄຊ

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ Dr. Ying-Ru Lo ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ; ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຄື: ຜູ້ຕາງໜ້າອົງການອະນາໄມໂລກ (WHO), ອົງການອາຫານ ແລະ ການກະເສດ (FAO), ຫ້ອງການກະຊວງສາທາລະນະສຸກ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ກົມມາດຕະຖານ ແລະ ວັດແທກ, ກົມນຳເຂົ້າ-ສົ່ງອອກ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຜູ້ປະກອບການດ້ານອາຫານ ແລະ ຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ.ໃນວາລະກ່າວເປີດງານ 

 

ທ່ານຄະນະປະທານໄດ້ກ່າວມີຄໍາເຫັນເຊິ່ງທ່ານ ໄດ້ກ່າວເຖິງຄວາມສໍາຄັນຂອງວັນສະເຫຼີມສະຫຼອງວັນອາຫານປອດໄພ, ຄວາມສໍາຄັນຂອງການເຮັດໃຫ້ອາຫານປອດໄພ ເຊິ່ງແມ່ນຄວາມຮັບຜິດຊອບທຸກຄົນ, ທຸກພາສ່ວນຢູ່ໃນສັງຄົມ.​ ​ ວຽກງານອາຫານແມ່ນ ນອນຢູ່ແຜນງານທີ່ 8 ຂອງແຜນພັດທະນາກະຊວງສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຕໍ່ຜູ້ບໍລິໂພກ ກະຊວງສາທາລະນະສຸກ ຈຶ່ງໄດ້ອອກກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຈໍານວນໜຶ່ງໃນການຄຸ້ມຄອງ ແລະ ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ. 

            ສະນັ້ນ, ວັນອາຫານປອດໄພສາກົນ ປີນີ້ ກໍ່ເປັນໂອກາດໜຶ່ງທີ່ພວກເຮົາຈະຕ້ອງໄດ້ພ້ອມກັນເພີ້ມທະວີຄວາມເອົາໃຈໃສ່ ເພື່ອຮັບປະກັນວ່າ ອາຫານທີ່ພວກເຮົາຮັບປະທານແມ່ນ ມີຄວາມປອດໄພ. ດັ່ງນັ້ນ  ຜູ້ຜະລິດ, ແປຮູບ, ຂາຍ ຫຼື ປຸງແຕ່ງລ້ວນແລ້ວແຕ່ມີບົດບາດ ແລະ ໜ້າທີ່ໃນການຮັກສາຄວາມປອດໄພຂອງອາຫານ ລວມເຖິງທຸກຄົນ ທີ່ຢູ່ໃນຕ່ອງໂສ້ອາຫານ ແມ່ນມີຄວາມຮັບຜິດຊອບຕໍ່ຄວາມປອດໄພຂອງອາຫານ ດັ່ງຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ ໂດຍອົງການອະນາໄມໂລກ ໄດ້​ປະກາດ​ເອົາ​ວັນ​ທີ 7 ມິຖຸນາຂອງທຸກປີ ​ເປັນ​ວັນ​​​ອາຫານ​ປອດ​ໄພໂລກ ເລີ່ມແຕ່ປີ 2018 ເປັນຕົ້ນມາ. ສະນັ້ນ, ກົມອາຫານ ແລະ ຢາຈຶ່ງໄດ້ຈັດງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ຂຶ້ນ ຮ່ວມກັບ ອົງການອະນາໄມໂລກ ສຳລັບຄຳຂວັນ ປີ 2022 ແມ່ນ “ບໍລິໂພກອາຫານປອດໄພ ຈະເຮັດໃຫ້ມີສຸຂະພາບທີ່ດີ  “Safer food, better health

 

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA