Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ປະຊຸມສຳມະນາກ່ຽວກັບການຝຶກອົບຮົມຄູຝຶກໃນການເຜີຍແຜ່ລະບຽບການກ່ຽວກັບການອະນຸຍາດ ການຜະລິດອຸປະກອນການແພດ, ການປະຕິບັດທີ່ດີທາງດ້ານລະບຽບການ ແລະ ຂໍ້ແນະນຳໃຫ້ແກ່ພະນັກງານ ອາຫານ ແລະ ຢາຂັ້ນສູນກາງ ແລະ ຂັ້ນເມືອງໃນນະຄອນຫຼວງວຽງຈັນ.
Posted By: ວ່າງຈື້ຊົ່ງ ຕົງນາມະວົງ, Date: 27/03/2023
ຂຽນຂ່າວໂດຍ: ກິລ່າ ບຸນປະເສີດ
ໃນລະຫວ່າງວັນທີ 23-24 ມີນາ 2023 ກົມອາຫານ ແລະ ຢາໄດ້ປະຊຸມສຳມະນາກ່ຽວກັບການຝຶກອົບຮົມຄູຝຶກໃນການເຜີຍແຜ່ລະບຽບການກ່ຽວກັບການອະນຸຍາດການຜະລິດອຸປະກອນການແພດ, ການປະຕິບັດທີ່ດີທາງດ້ານລະບຽບການ ແລະ ຂໍ້ແນະນຳໃຫ້ແກ່ພະນັກງານ ອາຫານ ແລະ ຢາຂັ້ນສູນກາງ ແລະ ຂັ້ນເມືອງໃນນະຄອນຫຼວງວຽງຈັນ. ລະຫວ່າງວັນທີ 23-24 ມີນາ 2023 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີຄະນະພະແນກ ແລະ ວິຊາການພາຍໃນກົມອາຫານ ແລະ ຢາ, ຄະນະກອງກວດກາອາຫານ ແລະ ຢາ ພ້ອມດ້ວຍວິຊາການ, ສູນວິໄຈອາຫານ ແລະ ຢາ, ຕາງໜ້າຈາກສູນສະໜອງຢາ ແລະ ອຸປະກອນການແພດ, ຄະນະພະແນກສາທານະຄອນຫຼວງ ແລະ ຄະນະຂະແໜງ ອາຫານ ແລະ ຢານະຄອນຫຼວງ ພ້ອມດ້ວຍພະນັກງານອາຫານ ແລະ ຢາ 09 ຕົວເມືອງ: ເມືອງ ສີໂຄດຕະບອງ, ຈັນທະບູລີ, ໄຊທານີ, ໄຊເສດຖາ, ສີສັດຕະນາກ, ສັງທອງ, ນາຊາຍທອງ, ປາກງື່ມ ແລະ ເມືອງຫາດຊາຍຟອງ ແລະ ຜູ້ຕາງໜ້າຈາກອົງການສະປະຊາຊາດເພື່ອການພັດທະນາ ສປປ ລາວ ລວມທັງໝົດ 37 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອໃຫ້ຮູ້ເຖິງປະຫວັດຄວາມເປັນມາ ແລະ ຈຸດປະສົງຂອງກອງປະຊຸມ, ນຳສະເໜີຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ, ແບບຟອມປະເມີນ ການຕິດຕາມຊຸກຍູ້ພາຍຫຼັງການສ້າງຕັ້ງຫົວໜ່ວຍທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ, ຂັ້ນຕອນການປະຕິບັດທີ່ເປັນມາດຕະຖານສຳລັບການກວດກາການນຳເຂົ້າຢາ ແລະ ຜະລິດຕະພັນການແພດຢູ່ດ່ານ, ແລະ ການຈັດຕັ້ງປະຕິບັດຫຼັກການຮ້ານຂາຍຍ່ອຍຢາທີ່ດີ (ບົດນຳສະເໜີຕົວຊີ້ວັດ, ຄູ່ມື, ແບບຟອມ, ແບບສອບຖາມຄວາມຮູ້ພື້ນຖານຂອງວິຊາການ, ການທົດລອງນຳໃຊ້ຕົວຊີ້ວັດໃນ 4 ແຂວງ). ທົດລອງເຮັດກິດຈະກຳຕອບແບບສອບຖາມເພື່ອປະເມີນຄວາມຮູ້ທາງດ້ານວິຊາການ, ຈັດກຸ່ມສົນທະນາ ແລະ ສົນທະນາແລກປ່ຽນຄຳເຫັນເຊິ່ງກັນ ແລະ ກັນ.

ສະຫາຍ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ໄດ້ມີຄຳເຫັນ ແລະ ກ່າວຊົມເຊີຍຕໍ່ການຝຶກອົບຮົມຄູຝຶກ
ໃນໄລຍະສອງວັນຜ່ານມາເຊິ່ງໄດ້ຮັບໝາກຜົນ ແລະ ປະສົບຜົນສຳເລັດເປັນຢ່າງດີ, ໃຫ້ແຕ່ລະເມືອງສືບຕໍ່ນຳເອົາເນື້ອໃນການຝຶກອົບຮົມໃນຄັ້ງນີ້ໄປເຜີຍແຜ່ໃຫ້ແກ່ພະນັກງານເພື່ອນຳໄປຈັດຕັ້ງປະຕິບັດໃນວຽກງານໃຫ້ໄດ້ຮັບຜົນດີ ແລະ ສາມາດເປັນຄູຝຶກໃຫ້ແກ່ແຂວງອື່ນໆໄດ້ເພື່ອເຮັດໃຫ້ມີຄວາມເປັນລະບຽບ ແລະ ສະດວກຕໍ່ການຕິດຕາມໃນຕໍ່ໜ້າ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA