Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ໃນວັນທີ 27-29 ມີນາ 2023 ເມືອງວັງວຽງ, ແຂວງວຽງຈັນ
Posted By: ວ່າງຈື້ຊົ່ງ ຕົງນາມະວົງ, Date: 05/04/2023
ຂຽນຂ່າວໂດຍ: ກິລ່າ ບຸນປະເສີດ
ໃນລະຫວ່າງວັນທີ 27-29 ມີນາ 2023 ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ເປີດກອງປະຊຸມທາບທາມຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່) ຂຶ້ນທີ່ໂຮງແຮມ ອາມາລີ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ພູມວົງ ບຸນຊູ ກໍາມະການພັກແຂວງ, ຮອງ ເຈົ້າແຂວງ ແຂວງວຽງຈັນ ເພື່ອປຶກສາຫາລື, ທາບທາມດ້ານໂຄງຮ່າງ ແລະ ເນື້ອໃນຂອງກົດໝາຍ ກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ສູນກາງ, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 03 ວັນ ໂດຍແບ່ງເປັນ 03 ພາກຄື: ວັນທີ 27 ມີນາ 2023 ແມ່ນໄດ້ປະຊຸມທາບທາມຄຳຄິດເຫັນກັບຜູ້ແທນຈາກ 08 ແຂວງພາກເໜືອ, ວັນທີ 28 ມີນາ 2023 ຈາກ 03 ແຂວງພາກກາງ ແລະ ວັນທີ 29 ມີນາ 2023 ຈາກ 07 ແຂວງພາກໃຕ້. ກອງປະຊຸມທີ່ສໍາຄັນຄັ້ງນີ້ ມີຜູ້ແທນທີ່ເຂົ້າຮ່ວມ ທັງໝົດ 333 ທ່ານ ຈາກພາກສ່ວນ ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ທ່ານຜູ້ຕ່າງໜ້າສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 (ແຂວງວຽງຈັນ), ທ່ານຜູ້ຕາງໜ້າຈາກສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ຫ້ອງການກະຊວງສາທາລະນະສຸກ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະເພສັດສາດ( ມວສ ), ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະແນກການພາຍໃນກົມອາຫານ ແລະ ຢາ,  ຫົວໜ້າ/ຄະນະ ຫ້ອງວ່າການແຂວງ, ພະແນກສາທາລະນະສຸກແຂວງ, ພະແນກກະສິກໍາປ່າໄມ້ແຂວງ  17 ແຂວງ ແລະ ນະຄອນຫຼວງໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້.

ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອ ທາບທາມຄໍາຄິດ, ຄຳເຫັນ ຂອງບັນດາຜູ້ແທນຈາກບັນດາຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ແຂວງໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່) ໂດຍສະເພາະແມ່ນດ້ານໂຄງປະກອບ ແລະ ເນື້ອໃນຂອງແຕ່ລະມາດຕາ ເພື່ອໃຫ້ເໝາະສົມ, ຄົບຖ້ວນ, ຮັດກຸມ, ສອດຄ່ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້. ທັງເປັນການກະກຽມຄວາມພ້ອມ ເພື່ອນໍາສະເໜີເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX (ຄາດວ່າ ຈະແມ່ນ ພາຍໃນປີ 2024) ທັງນີ້ກໍ່ພື່ອ ຮັບປະກັນດ້ານເນື້ອໃນໃຫ້ສົມບູນ ຄົບຖ້ວນ.

ຜ່ານການປຶກສາຫາລື ປະກອບຄຳຄິດ ຄຳເຫັນ ຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທັງ 03 ພາກ ຕໍ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ໂດຍພື້ນຖານແລ້ວ ຜູ້ແທນແມ່ນເຫັນດີ ດ້ານໂຄງປະກອບຂອງຮ່າງກົດໝາຍສະບັບນີ້ ແລະ ຍັງໄດ້ປະກອບຄໍາຄິດຄໍາທີ່ຫຼາກຫຼາຍ ເຊິ່ງເປັນປະໂຫຍດ ເຊິ່ງຄະນະຮັບຜິດຊອບຈະຕ້ອງໄດ້ນຳໄປປັບປຸງ ແລະ ເພີ້ມບາງເນື້ອໃນເຂົ້າຕື່ມ ໂດຍສະເພາະ ແມ່ນການແບ່ງຂັ້ນຄຸ້ມຄອງ, ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ການເຄື່ອນຍ້າຍ, ການປູກ, ການລ້ຽງ, ການເກັບກູ້, ການກຳນົດວັນອະນຸລັກຊັບພະຍາກອນເປັນຢາ, ການຕິດຕາມ ກວດກາ ແລະ ມາດຕະການຕໍ່ຜູ້ລະເມີດ ຕາມການປະກອບ ຄຳຄິດ ຄຳເຫັນທັງໝົດຈາກທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA