Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືເນື້ອໃນນິຕິກຳລຸ່ມກົດໝາຍກ່ຽວກັບອຸປະກອນການແພດ 02 ສະບັບ ຢູ່ທີ່ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ.
Posted By: ທ້າວ ຊົ່ງ, Date: 26/04/2023
ຂຽນໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ
ໃນວັນທີ 20-21 ເມສາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືເນື້ອໃນນິຕິກຳລຸ່ມກົດໝາຍກ່ຽວກັບຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນ ແລະ ຈົດແຈ້ງອຸປະກອນການແພດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຜະລິດຢາ ແລະ ອຸປະກອນການແພດ ພາຍໃຕ້ໂຄງການຮ່ວມມືສາມຫລ່ຽມ ສປຈີນ-ອົງການສະຫະປະຊາຊາດເພື່ອການພັດທະນາ ເພື່ຶອໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ໃນອາຊີແລະປາຊີຟິກ. ໂດຍການເປັນປະທານຂອງທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້້າຮ່ວມກອງປະຊຸມໃນຄັ້ງນີ້ມີທ່ານ ອາຈານ ສິລິນມາດ ກາດຈະມາດ ຊ່ຽວຊານດ້ານການຄຸ້ມຄອງອຸປະກອນການແພດ, ສຳນັກງານອາຫານ ແລະ ຢາ ປະເທດໄທ, ຄະນະ ພ້ອມວິຊາການຈາກ ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຫົວໜ້າພ້ອມວິຊາການ ຂະແໜງອາຫານ ແລະ ຢາ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ, ອາຫານ ແລະ ຢາເມືອງສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ, ຈັນທະບູລີ ແລະ ໄຊທານີ, ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ແລະ ພະນັກງານຈາກ UNDP ເຂົ້າຮ່ວມທັງໝົດ 39 ທ່ານ.

ຈຸດປະສົງເພື່ອຄົ້ນຄ້ວາຮ່າງເນື້ອໃນຂໍ້ຕົກລົງວ່າດ້ວຍ ການຂື້ນທະບຽນ ແລະ ຈົດແຈ້ງອຸປະກອນການແພດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຜະລິດຢາ ແລະ ອຸປະກອນການແພດ ເພື່ອເປັນການຜັນຂະຫຍາຍ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໃຫ້ເປັນອັນລະອຽດຕື່ມ ໂດຍສະເພາະ ແມ່ນດ້ານການຄຸ້ມຄອງອຸປະກອນການແພດ.

ໃນວາລະກອງປະຊຸມໄດ້ນຳສະເໜີກ່ຽວກັບໂຄງສ້າງ ແລະ ເນື້ອໃນຂອງຂໍ້ຕົກລົງທັງສອງສະບັບ ຈາກນັ້ນ ໄດ້ແບ່ງເປັນກຸ່ມເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ຕາງໜ້າແຕ່ລະກຸ່ມໄດ້ນຳສະເໜີ ຜົນການການຄົ້ນຄ້ວາ  ແລະ ຜູ້ເຂົ້າຮ່ວມປະຊຸມທັງໝົດກໍ່ໄດ້ປະກອບຄຳຄິດເຫັນ, ຊຶ່ງໂດຍລວມແມ່ນເຫັນດີຕາມໂຄງສ້າງທີ່ໄດ້ຮ່າງໃນເບື້ອງຕົ້ນ ສ່ວນດ້ານເນື້ອໃນແມ່ນຈະໄດ້ປັບປຸງຕື່ມໃນບາງມາດຕາ. ຈາກນັ້ນ, ທ່ານປະທານກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ມອບໃຫ້ກອງເລຂານຳເອົາເນື້ອໃນຂໍ້ຕົກລົງທັງສອງສະບັບໄປປັບປຸງຕື່ມຕາມການເປັນເອກະພາບກັນໃນທີ່ປະຊຸມ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງຂອງ ສປປ ລາວ ແລະ ໃຫ້ສອດຄ່ອງກັບລະບຽບການຂອງສາກົນ ແລະ ພາກພື້ນ. ຈາກນັ້ນ, ຈຶ່ງນໍາເອົາເນື້ອໃນດັ່ງກ່າວໄປຜ່ານຮ່ວມກັບເຈົ້າໜ້າທີ່ພາກລັດອີກຄັ້ງໜຶ່ງກ່ອນນໍາສະເໜີຂໍອະນຸມັດຈາກທ່ານລັດຖະມົນຕີກະຊວງສາທາລະນະສຸກ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA