Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຢາສະບັບປັບປຸງ
Posted By: ທ້າວ ຊົ່ງ, Date: 23/06/2023
ຂຽນຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ
ໃນວັນທີ 7-9 ມິຖຸນາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຢາສະບັບປັບປຸງ ທີ່ໂຮງແຮມ ວິໄລວົງ, ເມືອງວັງວຽງ, ແຂວງວຽງຈັນ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມ ອາຫານ ແລະ ຢາ ແລະ ດຣ. ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫົວໜ້າກອງກວດກາອາຫານ ແລະ ຢາ ພ້ອມດ້ວຍວິຊາການ, ຕ່າງໜ້າຈາກສູນວິໄຈອາຫານ ແລະ ຢາ, ຕາງໜ້າຈາກສູນສະໜອງຢາ ແລະ ອຸປະກອນການແພດ, ຮອງອຳນວຍການໂຮງງານຜະລິດຢາ ເລກ 2 ແລະ ເລກ 3 ,ຫົວໜ້າ/ຮອງຂະແໜງ ອາຫານ ແລະ ຢານະຄອນຫຼວງ, ແຂວງ ຈໍາປາສັກ, ສະຫວັນນະເຂດ, ວຽງຈັນ, ຫຼວງພະບາງ , ອຸດົມໄຊ ແລະ ຫຼວງນໍ້າທາ ພ້ອມວິຊາການ, ຕາງໜ້າຄະນະເພສັດສາດ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ຕ່າງ ຫົວໜ່ວຍທຸລະກິດດ້ານຢາ ແລະ ອຸປະກອນການແພດ,  ຄະນະພະແນກ ແລະ ວິຊາການພາຍໃນກົມອາຫານ ເຂົ້າຮ່ວມລວມທັງໝົດ 75 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອປັບປຸງ ແລະ ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຢາ 4 ໝວດ  ປະກອບມີ ໝວດ 1. ບົດບັນຍັດທົ່ວໄປ, ໝວດ 2. ວ່າດ້ວຍຫຼັກການຂື້ນທະບຽນຢາ, ໝວດ 3. ການປະກອບເອກະສານ ແລະ 4. ຫຼັກການພິຈາລະນາຂື້ນທະບຽນ. ເພື່ອເປັນເຄື່ອງມືໃຫ້ແກ່ເຈົ້້າໜ້າທີ່ອາຫານ ແລະ ຢາ ແລະ ອໍານວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ ໃນການຜະລິດ, ນໍາເຂົ້າ, ຈໍລະຈອນຈໍາໜ່າຍ ຢູ່ ລາວ, ກອງປະຊຸມໄດ້ມີການສົນທະນາກັນ ແລກປ່ຽນຄໍາຄິດຄໍາເຫັນໃສ່ຮ່າງຂໍ້ຕົກລົງຢ່າງສ້າງສັນ ຝົດຝື້ນ ແລະ ເປັນເອກະພາບ.
ຫຼັງຈາກນັ້ນທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍ ແລະ ຄວາມສໍາຄັນ ໃນກອງປະຊຸມແມ່ນມີຫຼາຍທ່ານໄດ້ແລກປ່ຽນປະກອບຄຳຄິດເຫັນໃສ່ເນື້ອໃນ ດ້ວຍຄວາມກົງໄປກົງມາ, ເພື່ອເຮັດໃຫ້ການຂື້ນທະບຽນຜະລິດຕະພັນຢາ, ໃຫ້ສະດວກສະບາຍຂື້ນ ອີກອັນໜື່ງກໍ່ແມ່ນເພື່ອຄວາມວ່ອງໄວ ແລະ ປະຫຍັດເວລາ.
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA