Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມປະເມີນຄວາມເຂັ້ມແຂງດ້ານວຽກງານຄຸ້ມດ້ານຢາ ແລະ ວັກຊິນ ຂອງ ສປປລາວ
Posted By: ທ້າວ ຊົ່ງ, Date: 24/07/2023
ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ
ໃນວັນທີ 10-14 ກໍລະກົດ 2023 ກົມອາຫານ ແລະ ຢາໄດ້ຈັດກອງປະຊຸມປະເມີນຄວາມເຂັ້ມແຂງ ວຽກງານຄຸ້ມຄອງຢາ ແລະ ວັກຊິນຂອງ ສປປ ລາວ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າ ກົມອາຫານ ແລະ ຢາ ແລະ ທ່ານ ດຣ ນາງ Yu Lee Park ຜູ້ປະສານງານດ້ານວຽກງານລະບົບສາທາລະນະສຸກ, ອົງການອະນາໄມໂລກ ປະຈຳ ສປປ ລາວ. ເຂົ້າຮ່ວມກອງປະຊຸມທີ່ສໍາຄັນໃນຄັ້ງນີ້ມີຄະນະທີມງານຈາກ WHO GBT, ຄະນະກອງກວດກາອາຫານ ແລະ ຢາ, ຄະນະສູນວິໄຈອາຫານ ແລະ ຢາ, ຄະນະສະຖາບັນການແພດການຢາພື້ນເມືອງ, ຄະນະສະຖາບັນສາທາລະນາສຸກສາດ ແລະ ການແພດເຂດຮ້ອນ, ຄະນະສູນສຸຂະພາບແມ່ ແລະ ເດັກ,  ຄະນະພະແນກພາຍໃນ ກົມອາຫານ ແລະ ຢາ ພ້ອມດ້ວຍວິຊາການເຂົ້າຮ່ວມ ລວມທັງໝົດ40ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງຢາ ແລະ ວັກຊີນ ເພື່ອຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ປະສິດທິພາບໃນການນຳໃຊ້ຢາ ແລະ ວັກຊິນ ເຊິ່ງການປະເມີນໂດຍນຳໃຊ້ເຄື່ອງມື ແລະ ແບບຟອມຂອງອົງການອະນາໄມໂລກ.

ກອງປະຊຸມໄດ້ສະເໜີກ່ຽວກັບແບບຟອມມາດຕະຖານຂອງອົງການອະນາໄມໂລກສຳລັບການປະເມີນການຄຸ້ມຄອງດ້ານຢາ ຫຼື WHO-GBT, ລະບົບການຄຸ້ມຄອງດ້ານຢາ ແລະ ວັກຊີນ(National Regulatory System, NRS), ວຽກງານການອອກອະນຸຍາດສູ່ຕະຫຼາດ (Registration and Marketing Authorization (MA)) ແລະ ການທົດລອງດ້ານຄລີນິກ(Clinical Trials Oversight, CT), ການເຝົ້າລະວັງຄວາມປອດໄພດ້ານຢາ(Pharmacovigilance (PV)), ການຕິດຕາມການກວດກາຜະລິດຕະພັນຢູ່ທ້ອງຕະຫຼາດ (Market Surveillance and Control, MC), ການອະນຸຍາດດ້ານທະບຽນວິຊາຊີບເພສັດຊະກຳ(Licensing Establishment, LI), ການກວດກາ (Regulatory inspection, RI), ຫ້ອງທົດລອງວິໄຈ (Laboratory testing, LT) ແລະ ການປ່ອຍຊຸດຜະລິດວັກຊີນ (NRA Lot release, LR). ຈາກນັ້ນໄດ້ລົງຢ້ຽມຢາມ ແລະ ເຮັດວຽກນຳສູນສຸຂະພາບແມ່ ແລະ ເດັກ ແລະ ສູນວິໄຈອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຮັບຮູ້ສະພາບລວມຂອງການເຮັດວຽກຂອງແຕ່ລະສະຖານທີ່ ແລະ ໄດ້ແບ່ງເປັນກຸ່ມເພື່ອປະກອບຂໍ້ມູນ ແລະ ເອກະສານອ້າງອີງຕ່າງໆໃສ່ແບບຟອມມາດຕະຖານຂອງອົງການອະນາໄມໂລກສຳລັບການປະເມີນການຄຸ້ມຄອງດ້ານຢາ ແລະ ວັກຊີນ ຫຼື WHO-GBT.

ຫຼັງຈາກນັ້ນທ່ານປະທານກອງປະຊຸມໄດ້ກ່າວມີຄຳເຫັນ ແລະ ກ່າວສະຫຼຸບກອງປະຊຸມຄັ້ງນີ້ເຊິ່ງມີຄວາມສໍາຄັນເຮັດໃຫ້ພະນັກງານມີຄວາມເຂົ້າໃຈໃນການນຳໃຊ້ ແບບຟອມຂ້າງເທິງນັ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ໃນການປະຕິບັດວຽກງານຄຸ້ມຄອງດ້ານຢາ ແລະ ວັກຊີນ ແລະ ກຽມພ້ອມເຂົ້າສູ່ການປະເມີນຢ່າງເປັນທາງການໃນຕໍ່ໜ້າ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA