Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມຝຶກອົບຮົມກ່ຽວກັບການປະກອບເອກະສານ ຂື້ນທະບຽນ ແລະ ການນຳເຂົ້າ ຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ
Posted By: ທ້າວ ຊົ່ງ, Date: 24/07/2023
ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ.
ໃນວັນທີ 6-7 ກໍລະກົດ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການປະກອບເອກະສານຂື້ນທະບຽນ ແລະ ການນຳເຂົ້າ ຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ທີ່ຫ້ອງປະຊຸມສູນຝຶກອົບຮົມແນວລາວສ້າງຊາດ. ໂດຍການເປັນປະທານຂອງ ທ່ານ ດຣ ນ ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີ ຄະນະກອງກວດກາອາຫານ ແລະ ຢາ ພ້ອມດ້ວຍວິຊາການ, ຄະນະຂະແໜງອາຫານ ແລະ ຢາ ນະຄອນຫຼວງ ພ້ອມດ້ວຍວິຊາການ, ອາຫານ ແລະ ຢາແຂວງ 17 ແຂວງ, ຄະນະພະແນກ ແລະ ວິຊາການພາຍໃນກົມອາຫານ ແລະ ຢາ, ຜູ້ຕ່າງໜ້າຈາກ  ບໍລິສັດ ພັດທະນາລະບົບແຈ້ງພາສີປະຕູດຽວ ລວມທັງໝົດ 152 ທ່ານ ກອງປະຊຸມໃນຄັ້ງນີ້ມີທັງແບບເຊິງໜ້າ ແລະ ທາງອອນລາຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຮູ້ເຖິງຂັ້ນຕອນ ແລະ ການປະກອບເອກະສານການຂື້ນ, ຕໍ່ ແລະ ປ່ຽນແປງທະບຽນຢາປົວພະຍາດ, ທິດທາງໃນການຈັດຕັ້ງປະຕິບັດການຂື້ນທະບຽນ/ຈົດແຈ້ງອຸປະກອນການແພດ, ຂັ້ນຕອນການປະກອບເອກະສານຈົດແຈ້ງ ຜະລິດຕະພັນເຄື່ອງສຳອາງ, ໃຫ້ຮູ້ເຖິງຄວາມສຳຄັນຂອງການຂື້ນທະບຽນຢາພື້ນເມືອງ, ຄວາມສຳຄັນ ແລະ ຂັ້ນຕອນການຂື້ນທະບຽນຜະລິດຕະພັນເສີມສຸຂະພາບ. ຈາກນັ້ນໄດ້ສະເໜີຄວາມຄືບໜ້າຂອງການນຳໃຊ້ລະບົບຂໍອະນຸຍາດນຳເຂົ້າແບບເອເລັກໂທຣນິກ (LNSW-Lao National Single Window), ຂັ້ນຕອນການປະກອບເອກະສານຂໍອະນຸຍາດນໍາເຂົ້າອາຫານ, ຂັ້ນຕອນການປະກອບເອກະສານຂໍອະນຸຍາດນຳເຂົ້າຢາ ແລະ ອຸປະກອນການແພດ, ຂັ້ນຕອນການປະກອບເອກະສານຂໍອະນຸຍາດນໍາເຂົ້າເຄມີຄວບຄຸມ. ໃນກອງປະຊຸມໄດ້ມີຄຳຖາມແລກປ່ຽນ, ບົດສົນທະນາ ແລະ ການປະກອບຄຳຄິດເຫັນຈາກຜູ້ເຂົ້າຮ່ວມກອງປະຊຸມຢ່າງສ້າງສັນ ແລະ ມີຄວາມເປັນເອກະພາບ.

ຫຼັງຈາກນັ້ນໄດ້ມີການສະຫຼຸບຜົນໄດ້ຮັບຂອງກອງປະຊຸມທີ່ຜ່ານມາໃນໄລຍະ 2 ວັນນີ້ ເຊີ່ງເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຂັ້ນຕອນການປະກອບເອກະສານ ການນຳເຂົ້້າອາຫານ, ຢາ ແລະ ຜະລິດຕະພັນການແພດ, ຮັບຮູ້ເຖິງການນໍາໃຊ້ລະບົບປະຕູດຽວເຂົ້າໃນວຽກງານເພື່ອຈະເປັນເຄື່ອງມືໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເຊີ່ງຄາດວ່າ ຈະເລີ່ມຈັດຕັ້ງປະຕິບັດໃນໄລຍະເດືອນ 7-9/2023.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA