Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມເປີດກ້ວາງຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຜະລິດຕະພັນເສີມສຸຂະພາບ
Posted By: ທ້າວ ຊົ່ງ, Date: 11/09/2023
ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ
ວັນທີ 26-28 ກໍລະກົດ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເປີດກ້ວາງຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຜະລິດຕະພັນເສີມສຸຂະພາບ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສູນວິໄຈອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ພະແນກສາທານະສຸກ ນະຄອນຫຼວງ, ຄະນະເພສັດສາດ, ຜູ້ດຳເນີນທຸລະກິດ ແລະ ຄະນະພະແນກພາຍໃນ ກົມອາຫານ ແລະ ຢາ ພ້ອມດ້ວຍວິຊາການເຂົ້າຮ່ວມ ລວມທັງໝົດ 44 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເປີດກ້ວາງຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຜະລິດຕະພັນເສີມສຸຂະພາບ, ຂໍ້ຕົກລົງດັ່ງກ່າວ ປະກອບດ້ວຍ 8 ໝວດ 30 ມາດຕາ. ໃນກອງປະຊຸມໄດ້ມີການສົນທະນາແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງເປັນເອກະພາບ ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອໃຫ້ເນື້ອໃນຂອງຂໍ້ຕົກລົງນີ້ມີຄວາມຮັດກຸມ, ຄົບຖ້ວນ, ສອດຄ່ອງ ແລະ ຖືກຕ້ອງຕາມຕົວຈິງ.
ທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ກ່າວຊົມເຊີຍບັນດາທ່ານທີ່ປະກອບຄຳຄິດເຫັນ ລະດົມແນວຄວາມຄິດທີ່ຫຼາກຫຼາຍໃສ່ຮ່າງຂໍ້ຕົກລົງນີ້ ຈາກນັ້ນ, ກົມອາຫານ ແລະ ຢາ ຈະນໍາເອົາຄໍາຄິດເຫັນຂອງຜູ້ແທນທີ່ເຂົ້າຮ່ວມປະຊຸມມາປັບປຸງເນື້ອໃນຂອງຂໍ໊ຕົກລົງສະບັບນີ້ໃຫ້ສົມບູນຂຶ້ນ ເພື່ອນຳສະເໜີຂັ້ນເທິງອະນຸມັດ ແລະ ປະກາດໃຊ້ໃນຂັ້ນຕໍ່ໄປ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA