Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ IX
Posted By: ທ້າວ ຊົ່ງ, Date: 11/09/2023
ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ
ວັນທີ 8 ສິງຫາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ 9 ຢູ່ທີ່ຕຶກກະຊວງສາທາລະນະສຸກຕຶກເກົ່າ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີພາກສ່ວນ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຫ້າໂຮງໝໍສຸນກາງ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຫ້ອງການປະກັນສຸຂະພາບ, ແພດຊ່ຽວຊານ, ຫົວໜ້າພະແນກ ແລະ ວິຊາການພາຍໃນກົມອາຫານ ແລະຢາ ເຂົ້້າຮ່ວມ 25 ທ່ານ.

ກອງປະຊຸມໃນຄັ້ງນີ້ແມ່ນ ຜ່ານບັນດາລາຍການຢາໃນບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດສະບັບທີ 9 ແຕ່ ໝວດທີ 1 ຫາ ໝວດທີ 5 ແລະ ໝວດທີ 7. ໃນກອງປະຊຸມໄດ້ປຶກສາຫາລືກ່ຽວກັບການສະເໜີເພີ້ມລາຍການຢາ ແລະ ຕັດບາງລາຍການທີ່ບໍ່ໄດ້ນຳໃຊ້ມາດົນແລ້ວ ຂອງບາງໂຮງໝໍຂັ້ນແຂວງ ແລະ ສູນກາງ. ການປຶກສາຫາລື ແລະ ຄົ້ນຄ້ວາບັນດາລາຍການຢາ ແມ່ນອີງໃສ່ປະສິດທິພາບ, ຄວາມປອດໄພ, ເປັນຢາດ່ຽວທີ່ມີຊື່ເອກະພາບສາກົນ ແລະ ສະພາບການເປັນພະຍາດ ເປັນຕົ້ນ ເພື່ອບັນຈຸໃສ່ບັນຊີຢາຈຳເປັນຂັ້ນພື້ນຖານ ໃນສະບັບທີ 10 ,  ສ່ວນໝວດອື່ນໆ ຈະໄດ້ເຊີນແພດຊ່ຽວຊານທີ່ກ່ຽວຂ້ອງມາປຶກສາຫາລື ແລະ ຜ່ານບັນຊີລາຍການຢາອີກໃນຄັ້ງຕໍ່ໄປ, ຊຶ່ງບັນຊີຢາຈໍາເປັນພື້ນຖານແຫ່ງຊາດ ແມ່ນໄດ້ປັບປຸງລາຍການຢາ ໃນທຸກ 3-4 ປີ ເພື່ອໃຫ້ແທດເໝາະກັບສະພາບການນໍາໃຊ້ຢາໃນແຕ່ໄລຍະ.

ທ່ານປະທານມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ກ່າວຊົມເຊີຍບັນດາທ່ານທີ່ສຸ່ມແນວຄວາມຄິດ ປະກອບຄໍາຄິດຄໍາເຫັນເຫັນໃສ່ໃນປື້ມບັນຊີຢາພື້ນຖານແຫ່ງຊາດ ໂດຍໄດ້ມີການຮັກສາຢາຈຳເປັນພື້ນຖານຈຳນວນໜື່ງໄວ້ເພື່ອເປັນບ່ອນອີງໃນການນຳໃຊ້ ແລະ ໄດ້ພິຈາລະນາຢາໃໝ່ຈຳນວນໜື່ງໃສ່ໃນບັນຊີນີ້ເພື່ອໃຫ້ແທດເໝາະກັບການນຳໃຊ້ປີ່ນປົວຕົວຈິງ ແລະ ທ່ານຍັງໄດ້ຟາກໃຫ້ແຕ່ລະພາກສ່ວນນຳເອົາເນື້ອໃນກອງປະຊຸມໃນຄັ້ງນີ້ໄປປຶກສານຳແພດຜູ້ຊ່ຽວຊານຕື່ມກ່ຽວກັບຜົນການນຳໃຊ້ຢາແຕ່ລະຊະນິດ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA