Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມປຶກສາຫາລືກ່ຽວກັບຄວາມຍຶນຍົງໃນການຜະລິດເກືອປະສົມສານໂປຕາຊຽມໄອໂອເດດ
Posted By: ສຸກສົມຄວນ ຈັນທະມາດ, Date: 29/09/2023

 

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ, ກົມອາຫານ ແລະ ຢາ

          ໃນວັນທີ 26 ກັນຍາ 2023 ກົມອາຫານ ແລະ ຢາ ໄດຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມຍືນຍົງໃນການຜະລິດເກືອປະສົມສານໂປຕາຊຽມໄອໂອເດດ ທີ່ ໂຮງແຮມດອນຈັນພາເລດ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ Hari Vinathan ຊ່ຽວຊານດ້ານໂພຊະນາການ ຈາກອົງການຢູນິເຊບ, ເຂົ້້າຮ່ວມກອງປະຊຸມໃນຄັ້ງນີມີ ກົມອຸດສາຫະກຳ ແລະ ຫັດກະກຳ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມພາສີ,ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມແຜນການ ແລະ ການເງິນ, ສູນໂພຊະນາການ, ກອງກວດກາອາຫານ ແລະ ຢາ, ປະທານກຸ່ມເກືອລາວ, ອົງການຢູນິເຊບ ແລະ ພະນັກງານພາຍໃນກົມອາຫານ ແລະ ຢາເຂົ້າຮ່ວມລວທັງໝົດ 28 ທ່ານ. 

          ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນ ແລະ ລາຍງານຄືນກ່ຽວກັບການສົນທະນາປະເດນສຳຄັນຂອງກອງປະຊຸມຄະນະຮັບຜິດຊອບວິຊາການກ່ຽວກັບໂຄງການເກືອປະສົມທາດໄອໂອດີນຢູ່ໃນ ສປປລາວ ໃນຄັ້ງວັນທີ 7 ມີນາ 2023 ທີ່ຜ່ານມາ, ທົບທວນຄືນລາຍຊື່ຄະນະກຳມະການກອງທຶນໝູນວຽນທາດໂປຕາຊຽມໄອໂອເດດ ບົດບາດ ແລະ ຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງລະບົບຕ່ອງໂສ້ການສະໜອງທາດໂປຕາດຊຽມໄອໂອເດດໂດຍບໍ່ມີສິ່ງກີດຂວາງ, ລາຍງານຜົນການກວດກາຕິດຕາມຄຸນນະພາບເກືອປະສົມສານໄອໂອດີນທີ່ຜ່ານມາ, ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ຜົນການລົງໄປຕິດຕາມໂຮງງານຜະລິດເກືອແບບຍຶນຍົງຂອງທາດໂປຕາຊຽມໃນປະເທດ. ເຊິ່ງການຂາດສານອາຫານແມ່ນເປັນໄພຂົ່ມຂູ່ຕໍ່ເປົ້າໝາຍການພັດທະນາແບບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໂດຍສະເພາະການຂາດທາດໄອໂອດີນຈາກຂໍ້ມູນຂອງອົງການ UNICEEF, WHO ປີ 2016 ມີພຽງ 36% ຄົວເຮືອນທີ່ນຳໃຊ້ເກືອໄອໂອດີນ ແລະ 15% ຂອງປະຊາກອນທີ່ຕ້ອງພົບກັບບັນຫາຄໍໜຽງ ຊື່ງເປັນສາເຫດໜື່ງທີ່ພາໃຫ້ມີອັດຕາການເຈັບເປັນ ແລະ ຕາຍ. ໃນກອງປະຊຸມສົນທະນາ ແລກປ່ຽນຂໍ້ມູນ, ການຈັດແບ່ງໜ້າທີ່ຮັບຜິດຊອບຂອງແຕ່ລະພາກສ່ວນ ແລະ ການຕົກລົງເຫັນດີກັນກ່ຽວກັບປະເດັນທີ່ສຳຄັນຂອງກອງປະຊຸມ

          ທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມໄດ້ມີຄວາມເຫັນດີເປັນເອກະພາບຕໍ່ບົດລາຍງານຂອງແຕ່ລະພາກສ່ວນ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານການບໍລິໂພກເກືອທີ່ມີສ່ວນປະສົມຂອງໄອໂອດີນ, ສະໜັບສະໜູນສືບຕໍ່ຜັນຂະຫຍາຍນະໂຍບາຍຂອງກະຊວງສາທາລະນະສຸກເພື່ອໃຫ້ວຽກງານໂພຊະນາການໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳກ່ຽວກັບການແກ້ໄຂບັນຫາການຂາດສານໄອໂອດີນຢູ່ໃນ ສປປ ລາວ, ຮັບຮູ້ກ່ຽວກັບຜົນສຳຫຼວດທີ່ໄດ້ເກັບກຳມາໃນປີ 2016-2018 ແລະ ປີ 2022-2023, ສືບຕໍ່ຕິດຕາມກ່ຽວກັບຄຸນນະພາບຂອງໄອໂອດີນຢູ່ໃນຂອດການຜະລິດ ການຈໍລະຈອນຈຳໜ່າຍ ແລະ ການບໍລິໂພກ, ສືບຕໍ່ປັບປຸງຄະນະຮັບຜິດຊອບວຽກງານຂອງແຕ່ລະພາກສ່ວນຄືນ, ເຫັນດີນຳເອົາຄຳສະເໜີຂອງຫົວໜ່ວຍທຸລະກິດໄປຄົ້ນຄວ້າກ່ຽວກັບຂໍ້ຫຍຸ້ງຍາກຕ່າງໆໃນການດຳເນີນງານ.

 

         

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA