Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ອົບຮົມການກວດກາການຜະລິດທີ່ດີ
Posted By: ສຸກສົມຄວນ ຈັນທະມາດ, Date: 18/10/2023

ບົດຂ່າວ: ປທ. ພກ. ກົງຈັກ ພົມມະຈັກ

ການຝຶກອົບຮົມ ກ່ຽວກັບການກວດກາ GMP ໂຮງງານຜະລິດຢາ ໃຫ້ແກ່ ພະນັກງານ ກວດກາ GMP ຂອງກະຊວງສາທາລະນະສຸກ ໄດ້ຈັດຂຶ້ນ ລະຫວ່າງວັນທີ 16-27 ຕຸລາ 2023 ທີ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນ ຈາກອົງການອະນາໄມໂລກ. ໃນຊຸດອົບຮົມຄັ້ງນີ້ ໄດ້ ມີ ທ່ານ Luis Soares ຜູ້ຊ່ຽວຊານ ດ້ານ GMP ຈາກປະເທດ ປ໋ອກຕຸຍການ ໃຫ້ການອົບຮົມ ໃຫ້ແກ່ເຈົ້າໜ້າທີ່ກວດກາ ໂຮງງານຜະລິດຢາຂອງຂັ້ນສູນກາງ ຈໍານວນ 16 ທ່ານ ທີ່ມາຈາກ ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ ແລະ ສູນວິໃຈອາຫານ ແລະ ຢາ ແລະ ສະຖາບັນການແພດການຢາພື້ນເມືອງ. ການອົບຮົມຄັ້ງນີ້ ມີຄວາມສໍາຄັນຫຼາຍ ສໍາລັບພະນັກງານກວດກາ ເຊິ່ງແມ່ນ ສະມາຊິກຂອງຄະນະກໍາມະການການກວດກາການຜະລິດທີ່ດີ (ຄະນະກວດກາ ຈີເອມພີ ຂອງກະຊວງສາທາລະນະສຸກ) ທີ່ຈະໄດ້ຮຽນຮູ້ ເພີ້ມຕື່ມ ທັງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໃນການກວດກາໂຮງງານ ຢ່າງມີປະສິດທິພາບ ໂດຍສະເພາະພາລະບົດບາດຂອງນັກກວດກາ, ການວາງແຜນການກວດກາໂດຍອີງໃສ່ຫຼັກການບໍລິຫານຄວາມສ່ຽງ, ການດໍາເນີນການກວດກາ, ການຂຽນບົດລາຍງານຜົນຂອງການກວດກາ ແລະ ການຕິດຕາມຫຼັງຈາກການກວດກາ ແລະ ອື່ນໆ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA