Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມຄົບຄະນະຂອງຄະນະກຳມະການວິຊາຊີບເພສັຊກັມ
Posted By: ກີລາ ບູນປະເສີດ, Date: 27/12/2023
ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ ກົມອາຫານ ແລະ ຢາ
ໃນຕອນເຊົ້າຂອງວັນທີ 21 ທັນວາ 2023 ໄດ້ມີການຈັດກອງປະຊຸມຄົບຄະນະກຳມະການວິຊາຊີບເພສັຊກັມ. ໂດຍການເປັນປະທານຂອງ ທ່ານ ອາຈານຖະໜອມ ອິນສານ ຫົວໜ້າຄະນະກຳມະການວິຊາຊີບເພສັຊກັມ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ຮອງສາດສະດາຈານ ດຣ ອຸທິບ ສູນທະວົງ ຮອງຄະນະກຳມະການວິຊາຊີບເພສັຊກັມ ທ່ານ ດຣ ສີວົງ ແສງອາລຸນເດດ ຄະນະກຳມະການວິຊາຊີບເພສັຊກັມ, ຄະນະ ແລະ ກອງເລຂາກອງປະຊຸມຈາກ ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ມະຫາວິທະນາໄລວິທະຍາສາດສຸຂະພາບ ເຊິ່ງກອງປະຊຸມໄດ້ຈັດຢູ່ຫ້ອງປະຊຸມສະພາວິຊາຊີບປິ່ນປົວ ແລະ ເຂົ້າຮ່ວມກອງປະຊຸມທາງໄກຜ່ານລະບົບ Zoom ລວມທັງໝົດ 13 ທ່ານ.
ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບວຽກງານປີ 2023 ແລະ ທິດທາງໃນປີ 2024, ພ້ອມນັ້ນກໍ່ຜ່ານ ແລະ ຮັບຮອງສອງເອກະສານສຳຄັນຄືຂິດຄວາມສາມາດແລະຈັນຍາບັນຂອງເພສັຊກອນລາວ, ລາຍງານຄວາມຄືບໜ້າການກະກຽມອອກ ແລະ ຕໍ່ທະບຽນວິຊາຊີບສຳລັບຜູ້ທີ່ບໍ່ຕ້ອງສອບເສັງ, ການສ້າງເວບໄຊທ໌ຂອງຄະນະເພສັຊກັມໃນເວບໄຊທ໌ຂອງສະພາວິຊາຊີບປິ່ນປົວ. ຄະນະໄດ້ມີການປືກສາຫາລືກ່ຽວກັບການກະກຽມຄວາມພ້ອມຂອງການຈະອອກໃບທະບຽນວິຊາຊີບ ແລະ ສະຖານທີ່ທີ່ມີເງຶ່ອນໄຂໃນການຝຶກອົບຮົມ, ເພື່ອກະກຽມບຸກຄະລາກອນໃນການປະຕິບັດວຽກງານ ນອກຈາກນີ້ກໍແມ່ນການກະກຽມຫຼັກສູດໃນການຝຶກອົບຮົມແບບຕໍ່ເນື່ອງໃຫ້ແກ່ຜູ້ທີ່ໄດ້ຮັບໃບທະບຽນວິຊາຊີບ. ໃນກອງປະຊຸມໄດ້ມີການແລກປ່ຽນຄວາມຄິດເຫັນກັນຢ່າງເປັນເອກະພາບ.  ກອງປະຊຸມໄດ້ຕົກລົງເປັນເອກະພາບກ່ຽວກັບບົດສະຫຼຸບການເຄື່ອນໄຫວວຽກງານໃນວຽກງານປີ 2023 ແລະ ແຜນການເຄື່ອນໄຫວໃນປີ 2024, ຮັບຮອງກ່ຽວກັບຂີດຄວາມສາມາຂອງເພສັຊກອນລາວ, ຮັບຮອງຈັນຍາບັນຂອງເພສັຊກອນລາວເພື່ອກະກຽມປະກາດໃຊ້ຢ່າງເປັນທາງການ.

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA