Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ວຽກງານການລົງຕິດຕາມກວດກາຂອງໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024
Posted By: ກີລາ ບູນປະເສີດ, Date: 30/01/2024

ວຽກງານການລົງຕິດຕາມກວດກາຂອງໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ

ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆ ໃນໄລຍະທີ່ ສປປ ລາວ

ເປັນປະທານອາຊຽນ ປີ 2024

    ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ

           ໃນລະຫວ່າງວັນທີ 22 ຫາ 30 ມັງກອນ 2024 ໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ຈາກສູນກາງ ຮ່ວມກັບ ໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ແຂວງ ຫຼວງພະບາງ ໄດ້ລົງຕິດຕາມກວດກາສຸຂະນາໄມ-ອາຫານ ຢູ່ບັນດາໂຮງແຮມໃນນະຄອນຫຼວງພະບາງ ທີ່ສະໜອງອາຫານໃຫ້ຜູ້ແທນ ໃນກອງປະຊຸມ ປະຊຸມອາຊຽນ ແລະ ອາຊຽນ+3 ຂະແໜງການເງິນ-ທະນາຄານ ປະຈໍາປີ 2024 ແລະ ໃນຊ່ວງໄລຍະວັນເວລາດຽວກັນນີ້ 22-26 ມັງກອນ 2024 ທິມງານອາຫານປອດໄພ ກໍ່ໄດ້ລົງຊຸກຍູ້ກວດກາເຝົ້້າລະວັງດ້ານຄວາມປອດໄພອາຫານ, ສຸຂະນາໄມ ແລະ ອາຫານ ຮັບໃຊ້ກອງປະຊຸມ ອາຊຽນ ຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ. ໂດຍພາຍໄຕ້ການຊີ້ນໍາ ຂອງກົມອາຫານ ແລະ ຢາ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ພະແນກສາທາລະນະສຸກແຂວງຫວລພະບາງ ເພື່ອຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພອາຫານ ໃຫ້ແກ່ ຜູ້ແທນຈາກບັນດາປະເທດອາຊຽນ ທີ່ ມາປະຊຸມ ຢູ່ ສປປ ລາວ.

  

          ຈຸດປະສົງໃນການລົງເຮັດວຽກໃນຄັ້ງນີ້ ເພື່ອກວດກາດ້ານສຸຂະນາໄມທົ່ວໄປຂອງໂຮງແຮມ, ກວດກາທຸກຂັ້ນຕອນຂອງການປຸງແຕ່ງອາຫານ, ຫ້ອງປຸງແຕ່ງອາຫານ, ພາຊະນະໃສ່ອາຫານ, ອຸປະກອນໃນການປຸງແຕ່ງອາຫານ, ສຸຂະນາໄມຜູ້ກະກຽມປຸງແຕ່ງອາຫານ, ວັດຖຸດິບ-ສ່ວນປະກອບອາຫານ, ອາຫານທີ່ປຸງແຕ່ງຮັບໃຊ້ຜູ້ແທນກອງປະຊຸມ ແລະ ທົດສອບບັນດາສານເຄມີປົນເປື້ອນໃນອາຫານ.

  

 

          ໃນການລົງປະຕິບັດວຽກງານໃນຄັ້ງນີ້ແມ່ນໄດ້ສະແດງໃຫ້ເຫັນ ເຖິງຄວາມເອົາໃຈໃສ່ຂອງ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີທິມງານອາຫານປອດໄພ ກົມອາຫານ ແລະ ຢາ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກອງກວດກາອາຫານ ແລະ ຢາ, ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ, ສູນວິໄຈອາຫານ ແລະ ຢາ ແລະ ຂະແໜງອາຫານ ແລະ ຢາ, ຂະແໜງອະນາໄມສິ່ງແວດລ້ອມແຂວງ ຫລວງພະບາງ ແມ່ນສາມາດຮັບປະກັນໄດ້ດ້ານຄວາມປອດໄພອາຫານ 100% ໃຫ້ແກ່ຜູ້ແທນທີ່ມາຮ່ວມກອງປະຊຸມ ຢູ່ຫລວງພະບາງ ແລະ ຢູ່ນະຄອນຫຼວງວຽງຈັນ.

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA