Lao National Military's Day 20/01/1949-20/01/2024 ; Lao Trade Union's Day 01/02/1966-01/02/2024 ; International Woman's Day 08/3/1910-08/3/2024 ; Lao People's Revolutionary Party Day 22/3/1955-22/3/2024 LAO ENG   
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຄວາມປອດໄພຂອງຢາ ປີ 2020-2023 ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຫັນສາ 1 1 DLIC ປີ 2023 ໃນວັນທີ 31 ມັງກອນ ຫາ ວັນທີ 02 ກຸມພາ 2024
Posted By: ກີລາ ບູນປະເສີດ, Date: 14/02/2024

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຄວາມປອດໄພຂອງຢາ

ປີ 2020-2023 ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຫັນສາ 1 DLIC ປີ 2023

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ

          ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຄວາມປອດໄພຂອງຢາ ປີ 2020-2023 ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຫັນສາ 1 ໃນວັນທີ 31 ມັງກອນ ຫາ ວັນທີ 02 ກຸມພາ 2024. ໂດຍການເປັນປະທານຂອງ ປອ. ດຣ ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ຜູ້ແທນເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຄະນະຈາກ ກົມຄວບຄຸມພະຍາດຕິດຕໍ່, ກົມແຜນການ ແລະ ການເງິນ, 05 ໂຮງໝໍ ສູນກາງ,  ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ສູນສຸຂະພາບແມ່ ແລະ ເດັກ, ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ສູນຄວບຄຸມວັນນະໂລກແຫ່ງຊາດ, ສູນໄຂ້ຍູງ-ແມ່ກາຟາກ ແລະ ແມງໄມ້, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ຂະແໜງອາຫານ ແລະ ຢາ ແຂວງ ໂຮງໝໍແຂວງ ຂອງ 17 ແຂວງ ທົ່ວປະເທດ ແລະ ບັນດາທ່ານ ຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ  143 ທ່ານ.

 

ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຄວາມປອດໄພຂອງຢາ ແລະ ວັກຊິນ ປີ 2020-2023, ເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການ ຫັນສາ 1 (DLI-C) ປີ 2020-2023 ແລະ ກໍານົດທິດທາງແຜນການ ແລະ ວາງແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນກອງປະຊຸມໄດ້ມີການນຳສະເໜີຜົນຂອງການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຄວາມປອດໄພຂອງຢາ ປີ 2020-2023 ແລະ ໃນໄລຍະເລີ້ມມີການລະບາດຂອງພະຍາດໂຄວິດ-19 ມາຮອດປັດຈຸບັນ, ການເຝົ້່າລະວັງກໍລະນີ ເຫດການປະຕິບັດພາຍຫຼັງວັກຊິນກັນພະຍາດ ແລະ ການຄຸ້ມຄອງຖານຂໍ້ມູນ (ວິເຄາະຂໍ້ມູນ, ບັນຫາ ແລະ ສິ່ງທ້າທາຍ), ການເຝົ້່າລະວັງກໍລະນີ ຜົນສະທ້ອນຈາກຢາ ທີ່ໃຊ້ປິ່ນປົວພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ການເຝົ້່າລະວັງກໍລະນີ ຜົນສະທ້ອນຈາກຢາ ທີ່ໃຊ້ປິ່ນປົວພະຍາດວັນນະໂລກ, ກໍລະນີ ຜົນສະທ້ອນຈາກຢາ ທີ່ໃຊ້ປິ່ນປົວພະຍາດໄຂ້ມາລາເລຍ, ວຽກງານການເຝົ້່າລະວັງກໍລະນີ ຜົນສະທ້ອນຈາກຢາ (ໂດຍການຢາໂຮງໝໍ ຈຳປາສັກ ແລະ ຫຼວງພະບາງ), ກິດຈະກຳການແຈກຢາຍ ແລະ ການເຝົ້າລະວັງ ການນຳໃຊ້ຢາ ປິ່ນປົວພະຍາດ NTD, ນໍາສະເໜີຄູ່ມື ແລະ ວິທີປ້ອນຂໍ້ມູນຜົນສະທ້ອນຈາກຢາເຂົ້າໃນລະບົບ DHIS2, ຜົນຂອງການຈັດຕັ້ງປະຕິບັດ ໂຄງການ ຫັນສາ 1 (DLI-C) 2020-2023, ສະເໜີຜົນໄດ້ຮັບກ່ອນ-ຫຼັງການຈັດຕັ້ງປະຕິບັດໂຄງການຫັນສາ 1 (DLI-C) ເຂົ້າໃນການປັບປຸງວຽກງານວຽກຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ ຢູ່ໂຮງໝໍແຕ່ລະຂັ້ນ (ໂດຍອຢຂ ຊຽງຂວາງ, ອຸດົມໄຊ ແລະ ຈໍາປາສັກ), ຜົນປະໂຫຍດຈາກການນໍາໃຊ້ m-Supply ເຂົ້າໃນວຽກງານການຄຸ້ມຄອງ ແລະ ການຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ, ການນຳໃຊ້ຂໍ້ມູນທີ່ໄດ້ຈາກລະບົບ m-Supply ແລະ DHIS2 ເຂົ້າໃນການຄຸ້ມຄອງ ແລະ ການຮັບປະກັນການມີຢາ, ເຜີຍແຜ່ຜົນສຳຫຼວດສາງທົ່ວປະເທດ, ມີການນໍາສະເໜີ ແລະ ສົນທະນາມີຄວາມເປັນເອກະພາບ ແລະ ສາມາດກຳນົດ ໄດ້ທິດທາງ ແລະ ວາງແຜນການໃນຕໍ່ໜ້າ ໃສ່ຮ່າງທິດທາງ ແລະ ແຜນການ ຂອງການຈັດຕັ້ງປະຕິບັດ 02 ໜ້າວຽກ ສຳລັບ ປີ 2024-2025, ວິທີການກຳນົດ ຄ່າ baseline ສຳລັບ ຢາ-ອຸປະກອນການແພດ 48 ລາຍການ, ການປ້ອນຂໍ້ມູນ, ການກວດສອບ-ການສະຫຼຸບ-ລາຍງານ ເຂົ້າໃນລະບົບ DHIS2. ນອກຈາກນີ້ ໃນກອງປະຊຸມຍັງໄດ້ ຍົກບັນຫາຕ່າງໆຂອງແຕ່ລະບ່ອນຂື້ນມາສົນທະນາ ແລກປ່ຽນຄໍາຄິດຄໍາເຫັນ ແລະ ແກ້ໄຂບັນຫາຮ່ວມກັນ ຈາກສູນກາງ ແຂວງ ແລະ ເມືອງ; ຜູ້ເຂົ້າຮ່ວມທັງໝົດ ມີຄວາມເປັນເອກະພາບ ແລະ ສາມາດກຳນົດ ໄດ້ທິດທາງ ແລະ ວາງແຜນການໃນຕໍ່ໜ້າ ສຳລັບປີ 2024-2025

  

    ສຸດທ້າຍ ທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຕໍ່ວຽກງານການຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ ພ້ອມນັ້ນກໍ່ຍັງໄດ້ກຳນົດທິດທາງ ແລະ ແຜນການໃນຕໍ່ໜ້າ ສຳລັບປີ 2024-2025 ໂດຍມີຫຼາຍໜ້າວຽກທີ່ຈະຕ້ອງຈັດຕັ້ງປະຕິບັດດັ່ງນີ້: ຍົກສູງຄວາມຮັບຜິດຊອບຂອງພະນັກງານຜູ້ຈັດຕັ້ງປະຕິບັດໃນແຕ່ລະຂັ້ນໃນການກໍານົດຄວາມຕ້ອງ ການຊົມໃຊ້ໃຫ້ແທດເໝາະກັບຄວາມຕ້ອງການຕົວຈິ່ງ, ການປ້ອນຂໍ້ມູນໃຫ້ຖືກຕ້ອງ, ທັນເວລາ, ການກວດກາ ກ່ອນອະນຸມັດ ແລະ ນໍາໃຊ້ຂໍ້ມູນເພື່ອວາງແຜນຈັດຫາ ແລະ ສົ່ງຢາໃຫ້ທ່ວງທັນ ເພື່ອປ້ອງກັນຢາຂາດສາງ; ປັບປຸງການປະສານງານລະຫວ່າງສາຍອາຫານ ແລະ ຢາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂສະພາບຢາຂາດສາງ; ປັບປຸງລາຍການຢາ ແລະ ຜະລິດຕະພັນການແພດໃຫ້ແທດເໝາະກັບຊຸດບໍລິການທີ່ຈໍາເປັນພື້ນຖານສະບັບປັບປຸງ; ເພີ່ມຄວາມເອົາໃຈໃສ່ໃນການຕິດຕາມ, ຊຸກຍູ້ ຂັ້ນເມືອງ ແລະ ໂຮງໝໍນ້ອຍ ຢ່າງເປັນປົກກະຕິຜ່ານລະບົບ ແລະ ລົງເບິ່ງຕົວຈິ່ງ ໃນເມືອງ ແລະ ສຸກສາລາ ທີ່ຍັງບໍ່ເຂັ້ມແຂງ; ສ້າງຄວາມເຂັ້ມແຂງ ໃຫ້ລະບົບລາຍງານການມີຢາ, ການຕິດຕາມ ຜ່ານຫຼາຍຊ່ອງທາງ ເພື່ອເຮັດໃຫ້ຖານຂໍ້ມູນມີຄວາມຖືກຕ້ອງຊັດເຈນ; ຂັ້ນແຂວງ ແລະ ຂັ້ນເມືອງຕ້ອງໄດ້ກໍານົດຂໍ້ມູນເບື້ອງຕົ້ນ ເພື່ອກໍານົດເປົ້າໝາຍ, ຕົວຊີ້ຫວັດ ເພື່ອຕິດຕາມຜົນສໍາເລັດໃຫ້ເທດເໝາະເພື່ອເປັນເປົ້າໝາຍສູ້ຊົນ; ນໍາໃຊ້ຂໍ້ມູນຈາກຖານຂໍ້ມູນເພື່ອວາງແຜນການໃນການສັ່ງຊື່ ແລະ ວາງແຜນໃນການຈັດຕັ້ງປະຕິບັດ; ກໍານົດບູລີມາສິດກິດຈະກໍາທີ່ມີຜົນໃສ່ກັບວຽກງານຮັບປະກັນການມີຢາ ພ້ອມທັງຄົ້ນຄວ້າຊອກຫາແຫຼ່ງງົບປະມານໃນການຈັດຕັ້ງປະຕິບັດ; ກຳນົດມາດຕະຖານໂຄງລ່າງພື້ນຖານຂອງສາງຢາ ແຕ່ລະຂັ້ນ ແລະ ເຜີຍແຜ່ໃຫ້ຂັ້ນແຂວງ ແລະ ເມືອງ; ປັບປຸງ ລາຍການ ທີ່ມີ ໃນລະບົບ m-Supply ຕື່ມ ເພື່ອໃຫ້ແທດເໝາະກັບການນຳໃຊ້ໃນປະຈຸບັນ; ຈັດສັນງົບປະມານຈາກລັດຖະບານ ໃນການປັບປຸງສາງຢາຂອງ ແຂວງ ແລະ ເມືອງ; ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານ ການຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ ຢ່າງເປັນປົກກະຕິ 03ເດືອນ/06 ເດືອນ/ປີ;

 

 

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA