ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
 

ພະແນກຄຸ້ມຄອງການຢາໂຮງໝໍ

 

ມາດຕາ 11 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງ ພະແນກຄຸ້ມຄອງການຢາໂຮງໝໍ ດັ່ງລຸ່ມນີ້:

  1. ຄົ້ນຄວ້າສ້າງຮ່າງນະໂຍບາຍ, ​ຍຸດ​ທະ​ສາດ, ແຜນ​ງານ, ​ແຜນ​ການ ແລະ ​ໂຄງ​ການກ່ຽວກັບວຽກງານຂຶ້ນທະບຽນຜະລິດຕະພັນຢາ ແລະ ອຸປະກອນການແພດ ທີ່ໃຊ້ໃນແຜນງານດ້ານສຸຂະພາບແຫ່ງຊາດ ແລະ ການຈັດຕັ້ງໃດໜຶ່ງໂດຍບໍ່ມີເປົ້າໝາຍທາງດ້ານທຸລະກິດ, ການສົ່ງເສີມການນຳໃຊ້ຢາສົມເຫດສົມຜົນ ແລະ ຢາຈຳເປັນພື້ນຖານ, ເຝົ້າລະວັງຄວາມປອດໄພຢາ ແລະ ອຸປະກອນການແພດ ໃນແຕ່ລະໄລຍະ ໃຫ້ກະທັດ​ຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ;
  2. ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ນິຕິກຳລຸ່ມກົດໝາຍ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງການຢາໂຮງໝໍ;
  3. ພັດທະນາ ແລະ ປັບປຸງບັນຊີຢາຈໍາເປັນພື້ນຖານແຫ່ງຊາດ, ຄູ່ມືການນໍາໃຊ້ຢາແຫ່ງຊາດ, ຄູ່ມືຫຼັກການປະຕິບັດການຢາໂຮງໝໍທີ່ດີ ແລະ ຄູ່ມືເຝົ້າລະວັງຄວາມປອດໄພຈາກການນຳໃຊ້ຢາ ແລະ ອຸປະກອນການແພດ;
  4. ຄົ້ນຄວ້າ ແລະ ນໍາສະເໜີອອກອະນຸຍາດ, ຕໍ່, ໂຈະ ແລະ ຖອນ ທະບຽນຜະລິດຕະພັນຢາ ແລະ ອຸປະກອນການແພດ ທີ່ໃຊ້ໃນແຜນງານດ້ານສຸຂະພາບແຫ່ງຊາດ ແລະ ການຈັດຕັ້ງໃດໜຶ່ງ ໂດຍບໍ່ມີເປົ້າໝາຍທາງດ້ານທຸລະກິດ;
  5. ດຳເນີນການເກັບກຳຂໍ້ມູນ, ຕິດຕາມ, ສືບສວນ-ສອບສວນ ແລະ ປະເມີນຫາສາເຫດຂອງການເກີດຜົນສະທ້ອນຈາກການນຳໃຊ້ຢາ ແລະ ອຸປະກອນການແພດ ເພື່ອລາຍງານໃຫ້ຈຸດປະສານງານຂອງສາກົນ ແລະ ແຈ້ງເຕືອນ ຫຼື ອອກມາດຕະການ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  6. ຄົ້ນຄວ້າ ແລະ ນຳສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ໃບຢັ້ງຢືນລະບົບການຄຸ້ມຄອງການຢາໂຮງໝໍທີ່ດີ (GHPP);
  7. ສົ່ງເສີມການມີຢາ ແລະ ອຸປະກອນການແພດໃຫ້ພຽງພໍ, ລາຄາເໝາະສົມ ແລະ ນຳໃຊ້ໃຫ້ສອດຄ່ອງກັບຫຼັກການ ຢູ່ໃນສະຖານທີ່ສາທາລະນະສຸກແຕ່ລະຂັ້ນ ລວມທັງ ຕູ້ຢາປະຈຳບ້ານ;
  8. ຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານຮັບປະກັນການມີຢາ ແລະ ອຸປະກອນການແພດ, ການນຳໃຊ້ຢາສົມເຫດສົມຜົນ ແລະ ຜົນສະທ້ອນຈາກການນຳໃຊ້ຢາ ແລະ ອຸປະກອນການແພດ;
  9. ຄົ້ນຄວ້າວິທະຍາສາດກ່ຽວກັບການສົ່ງເສີມການນຳໃຊ້ຢາສົມເຫດສົມຜົນ, ການຕິດຕາມຜົນສະທ້ອນຈາກການນຳໃຊ້ຢາ ແລະ ອຸປະກອນການແພດ;
  10. ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຜົນສະທ້ອນຈາກການນໍາໃຊ້ຢາ ທີ່ໃຊ້ໃນແຜນງານດ້ານສຸຂະພາບແຫ່ງຊາດ ແລະ ການຈັດຕັ້ງໃດໜຶ່ງໂດຍບໍ່ມີເປົ້າໝາຍທາງດ້ານທຸລະກິດ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ;
  11. ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານຄຸ້ມຄອງຢາໂຮງໝໍ;
  12. ສະຫລຸບ, ສັງລວມ ແລະ ລາຍ​ງານສະພາບ​ການ​ເຄື່ອນ​ໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອ​ໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ​;
  13. ປະຕິບັດ​ໜ້າ​ທີ່​ອື່ນ ຕາມ​ການ​ມອບ​ໝາຍ​ຂອງ​ຄະນະ​ກົມ.

ໂຄງຮ່າງການຈັດຕັ້ງ

 
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA