ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
 

ພະແນກຄຸ້ມຄອງການໂຄສະນາຂ່າວສານ

 

ມາດຕາ 12 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງຄຸ້ມຄອງໂຄສະນາ ່ແລະ ຂ່າວສານ ດັ່ງລຸ່ມນີ້:

  1. ຄົ້ນຄວ້າສ້າງຮ່າງ​ນະໂຍບາຍ, ຍຸດ​ທະ​ສາດ, ແຜນ​ງານ, ​ແຜນ​ການ ແລະ ​ໂຄງ​ການກ່ຽວກັບວຽກງານຄຸ້ມຄອງ ແລະ ເຝົ້າລະວັງການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານຄວາມປອດໄພອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນແຕ່ລະໄລຍະ ໃຫ້ກະທັດ​ຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ;
  2. ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ນິຕິກຳລຸ່ມກົດໝາຍ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ກ່ຽວກັບວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ;
  3. ຄົ້ນຄວ້າ, ອອກແບບ, ປັບປຸງ, ພັດທະນາຮູບແບບ, ເນື້ອໃນການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຄຸນນະພາບ ແລະ ຄວາມປອດໄພຂອງອາຫານຢາ ແລະ ຜະລິດຕະພັນການແພດ;
  4. ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບອາຫານ, ຢາ ແລະ ຜະລິດຕະພັນການແພດໃຫ້ແກ່ຜູ້ບໍລິໂພກ ແລະ ສາທາລະ ນະຊົນທົ່ວໄປໂດຍຜ່ານສື່ໂຄສະນາຕ່າງໆ ເຊັ່ນ:  ວາລະສານອາຫານ ແລະ ຢາ, ເວບໄຊ໌, ໂປສະເຕີ, ແອັບພີເຄເຊິນ, ແຜ່ນພັບ, ສະປ໋ອດໂທລະພາບ ແລະ ວິທະຍຸ ແລະ ອື່ນໆ;
  5. ສ້າງຄວາມເຂັ້ມແຂງດ້ານການໃຫ້ຂໍ້ມູນຂ່າວສານ ກ່ຽວກັບອາຫານຢາ ແລະ  ຜະ​ລິດ​ຕະ​ພັນ​ການ​ແພດ ໃຫ້ແກ່ພະນັກງານສາທາລະນະສຸກ ແລະຜູ້ປະກອບການ;
  6. ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸມັດ, ຕໍ່, ໂຈະ ແລະ ຖອນດ້ານເນື້ອໃນ ການເຜີຍແຜ່ ແລະ ໂຄສະນາ ກ່ຽວກັບຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ທັງພາກລັດ ແລະ ເອກະຊົນ;
  7. ຄຸ້ມຄອງ, ຕິດຕາມ, ເຝົ້າລະວັງ ກ່ຽວກັບການໂຄສະນາຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດເພື່ອຮັບປະກັນໃຫ້ຖືກຕ້ອງຕາມລະບຽບການ;
  8. ຄົ້ນຄວ້າ ແລະ ນຳສະເໜີ ແກ້ໄຂບັນຫາ ຄຳຮ້ອງຟ້ອງ-ຮ້ອງທຸກ ກ່ຽວກັບໂຄສະນາທີ່ບໍ່ໄດ້ຮັບອະນຍຸາດ ແລະ ບໍ່ສອດຄ່ອງກັບຄຸນລັກສະນະຂອງຜະລິດຕະພັນ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງ;
  9. ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການຮັບປະກັນຄຸນນະພາບ, ມາດຕະຖານ, ການແຈ້ງເຕືອນ ດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
  10. ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານຄຸ້ມຄອງໂຄສະນາ ແລະ ຂ່າວສານ;
  11. ສະຫລຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ;
  12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

 
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA