ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ກ່ຽວກັບການປະເມີນລະບົບການຄຸ້ມຄອງດ້ານຢາແຫ່ງຊາດ ຂອງກະຊວງສາທາລະນະສຸກ ໂດຍນໍາໃຊ້ ເຄື່ອງມືສົມທຽບ ຂອງອົງການອະນາໄມໂລກ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 13/09/2017

ກອງປະຊຸມ ກ່ຽວກັບການປະເມີນລະບົບການຄຸ້ມຄອງດ້ານຢາແຫ່ງຊາດ ຂອງກະຊວງສາທາລະນະສຸກ ໂດຍນໍາໃຊ້ ເຄື່ອງມືສົມທຽບ ຂອງອົງການອະນາໄມໂລກ

ບົດຂ່າວໂດຍ: ດຣ. ສຸລິວັນ ແກ້ວກິນນາລີ

ເພື່ອເຮັດໃຫ້ປະຊາຊົນ ບັນດາເຜົ່າ ແລະ ທຸກເພດໄວໄດ້ຮັບຄວາມສະເໜີພາບໃນການເຂົ້າເຖິງການບໍລິການຮັກສາສຸຂະພາບຢ່າງທົ່ວເຖິງ ແລະ ປອດໄພ ແລະ ເພື່ອສົ່ງເສີມສຸຂະພາບຂອງ​ປະ​ຊາ​ຊົນ​ລາວ​ໃຫ້​ດີ​ຂຶ້ນ​ ໂດຍຖືກເອົາວຽກງານປ້ອງກັນເປັນຕົ້ນຕໍ່ ແລະ ປິ່ນປົວເປັນສຳຄັນໂດຍຮັບປະກັນໃຫ້ມີຢາຈຳ​ເປັນພື້ນຖານຢ່າງທົ່ວເຖິງໃນລາຄາທີ່ເໝາະສົມໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກປະຊາຊົນທຸກຍາກ.ຢາ​ທຸກ​ຊະ​ນິດ​ຕ້ອງ​ມີ​ຄຸນ​ນະ​ພາບ​ດີ, ມີ​ຄວາມ​ປອດ​ໄພແລະມີ​ປະ​ສິດ​ທິ​ຜົນ​ສູງຖືກ​ນຳ​ໃຊ້​ໃນ​ການ​ປິ່ນ​ປົວຢ່າງ​ສອດ​ຄ່ອງສົມ​ເຫດ​ສົມ​ຜົນ​ໂດຍ​ພະ​ຍ​ນັກ​ງານ​ສາ​ທາ​ລະ​ນະ​ສຸກແລະຜູ້​ບໍ​ລິ​ໂພກ.

ເພື່ອ​ຮັບ​ປະ​ກັນໃຫ້​ບັນ​ລຸ​ຈຸດ​ປະ​ສົງ ແລະ ​ເປົ້າ​ໝາຍ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ ກົມ​ອາ​ຫານ ແລະ​ ຢາ​ໃນ​ນາມອົງ​ການ​ຄຸ້ມ​ຄອງດ້ານ​ຢາແຫ່ງ​ຊາດ​ແມ່ນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຄຸ້ມ​ຄອງ, ຕິດ​ຕາມກວດ​ກາວຽກ​ງານ​ການ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ປະ​ສິດ​ທິ​ພາບ ແລະ ຄວາມ​ປອດ​ໄພ. ກົມ​ອາ​ຫານ ແລະ ຢາ​ຕ້ອງ​ມີ​ການ​ຄຸ້ມ​ຄ່ອງ​ຢ່າງ​ເປັນ​ລະ​ບົບ​ຄົບ​ຊຸດ​ຄື: ລະ​ບົບ​ຄວບຄຸ້ມ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖີ່ນ, ການ​ອະ​ນຸ​ຍາດ​ໃນ​ການ​ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ,ບໍ​ລິ​ສັດ​ຂາ​ເຂົ້າ-​ຂາອອກ​, ຂາຍ​ຍົກ, ຮ້ານ​ຂາຍ​ຢາ, ການ​ຈົດ​ທະ​ບຽນ​ຜະ​ລິດ​ຕະ​ພັນ, ການຕິດ​ຕາມກວດກາຫລັງ​ການ​ຈຳ​ໜ່າຍ, ການ​ຕິດ​ຕາມ​ຄວາມ​ປອດ​ໄພ​ຢາ, ການຄຸ້ມ​ຄ່ອງທົດລອງທາງຄລີນິກ (CT) ແລະ ການ​ຄວບ​ຄຸມ​ຄຸນ​ນະ​ພາບ,  ຊຶ່ງ ສ​ປ​ປ ລາວ ຍັງ​ມີ​ຫລາຍ​ສິ່ງ​ທ້າ​ທາຍ ໃນ​ການ​ຄຸ້ມ​ຄອງ​ດ້ານ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ​.

​ດັ່ງນັ້ນ, ໃນລະຫວ່າງວັນທີ 12-14 ກັນຍາ 2017 ອົງການອະນາໄມໂລກ ຮ່ວມກັບກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ກ່ຽວກັບການປະເມີນລະບົບການຄຸ້ມຄອງດ້ານຢາແຫ່ງຊາດ ຂອງກະຊວງສາທາລະນະສຸກ ໂດຍນໍາໃຊ້ ເຄື່ອງມືສົມທຽບ ຂອງອົງການອະນາໄມໂລກ "WHO Rapid Benchmarking of the National Regulatory Authority for Lao People's Democraatic Republic" ເປັນກຽດເຂົ້າຮ່ວມພິທີເປີດ ໂດຍທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ຊ່ຽວຊານຈາກອົງການອະນາໄມໂລກ, ສະຖານບັນການແພດ-ການຢາພື້ນເມືອງ, ສະຖານບັນສາທາລະນະສຸກສາດ, ກົມອາຫານ ແລະ ຢາ, ກົມແຜນການ ແລະ ການຮ່ວມມືສາກົນ, ກົມຄວບຄຸມພະຍາດຕິດຕໍ່, ກົມປິ່ນປົວ, ສູນແມ່ນ ແລະ ເດັກ (ໂຄງການສັກຢາກັນພະຍາດ), ສູນວິໄຈອາຫານ ແລະ ຢາ, ສູນລະບາດວິທະຍາ, ກອງກວດກາອາຫານ ແລະ ຢາ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງລະບົບການຄຸ້ມມຄອງດ້ານຢາ ໂດຍສະເພາະ ການ​​ປະ​ເມີນລະ​ບົບ​ການ​ຄຸ້ມ​ຄ້ອງ​ດ້ານ​ຢາ ແລະ ​ວັກ​ຊີນ ຂອງ ສ​ປ​ປ ລາວ ຊຶ່ງ​ທາງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ສະ​ເໜີມີ​ການ​ປັບ​ປຸງຫລາຍ​ຈຸດ ແລະ ການ​ສ້າງ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຄຸ້ມ​ຄອງ​ຢາ ຈາກຜົນຂອງການປະເມີນໃນ ປີ 2015. ການປະເມີນສໍາລັບປີ 2017ນີ້ ແມ່ນການສືບຕໍ່​ປະ​ເມີນ​ລະ​ບົບ​ໃນ​ການ​ຄຸ້ມ​ຄອງ​ດ້ານ​ຢາ ແລະ ຜະ​ລິດ​ຜະ​ລິດ​ຕະ​ພັນ​ການ​ແພດທັງ​ໝົດໂດຍ​ການ​ນຳ​ໃຊ້​ເຄື່ອງ​ມື​ການ​ປະ​ເມີນ​ແບບ​ສົມ​ທຽບ (WHO Global Benchmarking Tool). ສະ​ນັ້ນພາຍ​ຫລັງ​ການ​ປະ​ເມີນ​ທາງ​ອົງ​ການ​ອະ​ນາ​ໄມ​ຈະ​ຊ່ວຍ​​ພວກ​ເຮົາໃນກຳ​ນົດ​ອົງ​ປະ​ກອບ​ທີ່​ຈຳ​ເປັນ​ພື້ນ​ຖານ​ຂອງ​ອົງ​ການ​ຄຸ້ມ​ຄອງ​ດ້ານ​ຢາແຫ່ງ​ຊາດ ໂດຍ​ສະ​ເພາະ ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່ບໍ່ໄດ້​ຜະ​ລິດ​ຢາ​ວັກ​ຊີນ ​ຂໍ້​ຮຽກ​ຮ້ອງ​ຕ່ຳ​ສຸດຄວນ​ມີ​ອົງ​ປະ​ກອບ​ໃດ, ​ຈຸດ​ຊ່ອງ​ຫວ່າງ ໃດ​ທີ່​ເປັນ​ຄວາມ​ສ່ຽງທີ່​ຕ້ອງ​ໄດ້​ປັບ​ປຸງເພື່ອເຮັດໃຫ້ລະບົບຄຸ້ມຄອງຢາ ແລະ ຜະລິດຕະພັນການແພດທີ່ມີປະສິດທິພາບປະສິດທິຜົນ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA