ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເຜີຍແຜ່ກົດໝາຍຢາ ແລະ ຜະລິດຕະພັນການແພດຢູ່ ທີ່ແຂວງ ຫຼວງພະບາງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 19/09/2017

ໂດຍ: ນາງ ພຸດທະວັນ ອິນລໍຄໍາ

ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ສ້າງຕັ້ງຂື້ນແຕ່ປີ 2000 ແລະ ໄດ້ຮັບການປັບປຸງ 2011 ເພື່ອໃຫ້ມີຄວາມສອດຄ່ອງກັບລະບຽບການຂອງພາກພື້ນສາກົນ ແລະ ກັບສະພາບຄວາມເປັນຈິງດ້ານວຽກງານການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດຂອງ ສປປ ລາວ. ກົມອາຫານ ແລະ ຢາ ໃນນາມເປັນອົງການຄຸ້ມຄອງລັດ ຂອງກະຊວງສາທາລະນະສຸກ ດ້ານຄວາມປອດໄພຂອງອາຫານ, ຢາ ແລະ ຜະລິດຕະພັນການແພດ ໂດຍສະເພາະຄວາມປອດໄພດ້ານຢາ ແລະ ຜະລິດຕະພັນການແພດ, ເຊິ່ງພາຍຫຼັງທີ່ກົດໝາຍສະບັບດັ່ງກ່າວ ໄດ້ຮັບຮອງ ແລະ ປະກາດໃຊ້ ກົມອາຫານ ແລະ ຢາ ກໍ່ໄດ້ຈັດຕັ້ງຜັັນຂະຫຍາຍ ປະຕິບັດກົດໝາຍ ໂດຍເຜີຍແຜ່ໃຫ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນສູງກາງ ແລະ ແຂວງ ໃນຂອບເຂດທົ່ວປະເທດ. ໄດ້ຜັນຂະຫຍາຍບາງເນື້ອໃນ ແລະ ມາດຕາ ຂອງກົດໝາຍໃຫ້ລະອຽດ ແລະ ປັບປຸງນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງໃຫ້ທັນກັບສະພາບ ຂອງການຂະຫຍາຍຕົວທາງດ້ານເສດຖະກິດ ແລະສັງຄົມ.

      ເພື່ອເຮັດໃຫ້ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ ກ່ຽວກັບຢາ ແລະ ຜະລິດຕະພັນການແພດ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ທົ່ວເຖິງ, ອົງການອະນາໄມໂລກ ໄດ້ສະໜອງງົບປະມານຈໍານວນໜື່ງ ໃຫ້ບັນດາແຂວງ ແລະ ເມືອງ ເປັນເຈົ້າການ ເປັນເຈົ້າການໃນການຈັດການເພື່ອເຜີຍແຜ່ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ. ແຂວງຫຼວງພະບາງ ກໍ່ແມ່ນແຂວງໜຶ່ງ ຂອງບັນດາແຂວງ ເປົ້າໝາຍ ໃນການເຜີຍແຜ່ ໂດຍຈັດຂຶ້ນທີ່ ເມືອງ ນໍ້າບາກ ແລະ ເມືອງ ປາກອູ ແຂວງຫຼວງພະບາງ ລະຫວ່າງ ວັນທີ 18-19 ກັນຍາ 2017.

ຈຸດປະສົງເພື່ອ ນໍາເອົາເນື້ອໃນຂອງ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບປັບປຸງ ໃຫ້ເຂົ້າສູ່ພາກການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ເພື່ອໃຫ້ບັນດາພາກສ່ວນການຈັດຕັ້ງທັງພາກລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນລະບຽບການໃຫ້ແກ່ການຄຸ້ມຄອງ, ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ໄດ້ນໍາໄປຈັດຕັ້ງປະຕິບັດຢ່າງມີປປະສິດທິພາບ ປະສິດທິຜົນ. ການເຜີຍແຜ່ດັ່ງກ່າວໄດ້ຮັບການຊີ້ນໍານໍາພາໂດຍ ທ່ານຮອງເຈົ້າເມືອງ ເມືອງນໍ້າບາກ ແລະ ທ່ານຮອງເຈົ້າເມືອງ ເມືອງ ປາກອູ, ຮອງຫົວໜ້າກົມອາຫານ ແລະ ຢາ, ຄະນະພະແນກສາທາລະນະສຸກແຂວງ ຫຼວງພະບາງ, ຄະນະຂະແໜງອາຫານ ແລະ ຢາແຂວງ ໂດຍການເຂົ້າຮ່ວມຂອງບັນດາ ຫ້ອງການສາທາລະນະສຸກເມືອງ 2 ເມືອງ ກ່ຽວຂ້ອງ ໃຫ້ແກ່ຜູ້ເຂົ້າຮ່ວມ 100 ກວ່າທ່ານ  ໂດຍແມ່ນຂະແໜງການກ່ຽວຂ້ອງອ້ອມຂ້າງການຈັດຕັ້ງພາກລັດພາຍໃນເມືອງເຊັ່ນ: ຫ້ອງການປົກຄອງເມືອງ, ຫ້ອງການສາທາລະນະສຸກເມືອງ, ຕໍາຫຼວດສິ່ງແວດລ້ອມ, ພາສີເມືອງ, ການຄ້າພາຍໃນເມືອງ, ຍຸດຕິທຳເມືອງ,   ໄອຍະການເມືອງ, ສຶກສາ, ຖະແຫຼງຂ່າວ ແລະ ວັດທະນະທຳ, ກະສິກຳ, ສຸກສາລາ. ນອກນັ້ນແມ່ນພາກສ່ວນຜູ້ປະກອບການດ້ານສາທາລະນະສຸກເຊັ່ນ: ຮ້ານຂາຍຍ່ອຍຢາ ແລະ ການຈັດຕັ້ງຂອງ ຊຸມຊົນເຊັ່ນ : ແນວໂຮມ, ເລຂາພັກບ້ານ, ສະຫະພັນແມ່ຍິງ ແລະ   ຊາວໝຸ່ມບ້ານ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA