ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປະຊຸມຄະນະກຳມະການຄຸ້ມຄອງເຄື່ອງສຳອາງອາຊຽນ ຄັ້ງທີ 28 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 07/05/2018

 

ກອງປະຊຸມຄະນະກຳມະການຄຸ້ມຄອງເຄື່ອງສຳອາງອາຊຽນ ຄັ້ງທີ 28 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ ສປປ ລາວເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 3 ພຶດສະພາ 2018 ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ, ຊຶ່ງໃຫ້ກຽດເປັນປະທານ ກ່າວເປີດພິທີກອງປະຊຸມໂດຍ ທ່ານ ດຣ. ສົມ​ທະວີ  ຈາງ​ວິ​ສົມ​ມິດ ຫົວໜ້າ​ກົມ​ອາຫານ ​ແລະ ຢາ. ກອງປະຊຸມດັ່ງກ່າວແມ່ນດຳເນີນໄປເປັນເວລາ 4 ວັນແຕ່ວັນທີ່ 1 ເຖິງ 4 ພຶດສະພາ 2018 ໂດຍມີແຂກເຂົ້າຮ່ວມຈາກ 10 ປະເທດສະມາຊິກອາຊຽນລວມທັງ ສປປ ລາວ, ນອກຈາກ​ນັ້ນ ຍັງ​ມີ​ຜູ້ຕາງໜ້າ​ຈາກ​ກອງ​ເລຂາ​ອາ​ຊຽນ ​ແລະ ສະມາຄົມ​ເຄື່ອງ​ສຳອາງ​ອາ​ຊຽນ​ເຂົ້າ​ຮ່ວມ ນັບທັງພາກລັດ ແລະ ຜູ້ປະກອບການທັງໝົດ 140 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ:

- ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດ ຕາມທິດນຳໃນການຄຸ້ມຄອງຜະລິດຕະພັນເຄື່ອສຳອາງ [ASEAN Cosmetic Directives (ACD)] ​ ກັບບັນດາປະເທດສະມາຊິກອາຊຽນ, ໂດຍສະເພາະແມ່ນລະບົບການຈົດແຈ້ງຜະລິດຕະພັນເຄື່ອງສຳອາງ.

- ເພື່ອຄົ້ນຄວ້າ ແລະ ມີຄຳເຫັນໃນການສ້າງ ມາດຕະຖານເຄື່ອງສຳອາງໃຫ້ເປັນເອກະພາບກັນໂດຍອີງໃສ່ມາດຕະຖານຂອງ EU ແລະ ສາກົນ ເປັນບ່ອນອີງ.

- ເພື່ອສືບຕໍ່ປຶກສາຫາລືໃນການສ້າງເອກະສານລະບຽບການອາຊຽນ, ສ້າງຄວາມເສື່ອມສານດ້ານການຄຸ້ມຄອງເຄື່ອງສຳອາງໃນຂົງເຂດ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດທິດນຳອາຊຽນກ່ຽວກັບເຄື່ອງສຳອາງ[ASEAN Cosmetic Directives (ACD)] ຢ່າງມີປະສິດທິຜົນ.

ໃນວາລະກ່າວເປີດກອງປະຊຸມດັ່ງກ່າວ ທ່ານ ດຣ. ສົມ​ທະວີ ຈາງ​ວິ​ສົມ​ມິດ ຫົວໜ້າ​ກົມ​ອາຫານ ​ແລະ ຢາ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄັ້ງນີ້, ຊຶ່ງ ສປປ ລາວໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການຄຸ້ມຄອງເຄື່ອງສຳອາງອາຊຽນຄັ້ງນີ້ເປັນຄັ້ງທີ່ 3 ແລ້ວ ແລະ ສະແດງຄວາມຊົມ ເຊີຍ ຕໍ່ຜົນສຳ​ເລັດຂອງກອງປະຊຸມຄັ້ງທີ່ 27 ທີ່ຜ່ານມາທີ່​ໄດ້​ຈັດ​ຂຶ້ນຢູ່ບັນ​ດຸງ ປະເທດອິນໂດເນເຊຍ, ທ່ານຍັງໄດ້ກ່າວຕື່ມວ່າ: ວຽກ​ງານ​ຄຸ້ມ​ຄອງ​ເຄື່ອງ​ສຳອາງ​ເປັນໜ້າ​ທີ່ ​ແລະ ຄວາມ​ຮັບຜິດ ຊອບ​ຂອງ​ຂະ​ແໜງ​ສາທາລະ ນະ​ສຸກ ​ເຊິ່ງ​ໄດ້​ມີ​ຫຼາຍ​ໜ້າ​ວຽກ​ເປັນ​ສິ່ງ​ທີ່​ທ້າ​ທາຍ ​ແລະ ຮີບ​ຮ້ອນ​ໃຫ້​ມີ​ລະບົບ​ການ​ຄຸ້ມ​ຄອງ​ດ້ານ​ນີ້ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ເປັນ​ເອກະ​ພາບ​ກັນ. ປະຈຸບັນ ໃນບາງປະເທດສະມາຊິກອາຊຽນມີເຄື່ອງສຳອາງຫຼາຍ ກ່ວາ 600.000 ລາຍການທີ່ໄດ້ຮັບການຈົດແຈ້ງ, ຕະຫຼາດ​ເຄື່ອງ​ສຳອາງ​​ແມ່ນ​ມີ​ທ່າ​ອ່ຽງຂະຫຍາຍນັບ​ມື້​ຫຼາຍ​ຂຶ້ນ. ສະ​ນັ້ນ ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ມາດຕະຖານ​ເພື່ອ​ຄວບ​ຄຸນມດ້ານ​ຄຸນ​ນະພາ​ບ ​ໃຫ້​ສອດຄ່ອງກັບ​ພາກ​ພື້ນ ​ແລະ ສາກົນ ໂດຍຜ່ານຄະນະກຳມະການວິທະຍາສາດ​ດ້ານ​ເຄື່ອງ​ສຳອາງອາ​ຊຽນ [(ASEAN Cosmetic Scientific Body) ACSB] ແລະ ຄະນະ​ກຳມະການ​ທົດ​ລອງ​ດ້ານ​ເຄື່ອງ​ສຳອາງ​ອາ​ຊຽນ [(ASEAN Cosmetic Testing Laboratory)ACTLC] ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ແກ່​ຜູ້​ຊົມ​ໃຊ້.

ໃນວາລະກອງປະຊຸມທີ່ ສປປ ລາວ ເປັນເຈົ້າພາບກໍ່ຄືກອງປະຊຸມ ACC ຄັ້ງທີ່ 28 ນີ້ຍັງມີກອງປະຊຸມກ່ຽວຂ້ອງອີກຈຳນວນໜຶ່ງ ເຊິ່ງຈັດຂຶ້ນກ່ອນໜ້າ 2 ວັນ ທີ່ກອງປະຊຸມໃຫຍ່ຂອງຄະນະກຳມະການເຄື່ອງສຳອາງອາຊຽນຈະຈັດຂຶ້ນເຊັ່ນ: ກອງປະຊຸມຄະນະກຳມະການວິທະຍາສາດ​ດ້ານ​ເຄື່ອງ​ສຳອາງອາ​ຊຽນ [(ASEAN Cosmetic Scientific Body) ACSB] ຄັ້ງທີ່ 28 ແລະ ກອງປະຊຸມ ຄະນະ​ກຳມະການ​ທົດ​ລອງ​ດ້ານ​ເຄື່ອງ​ສຳອາງ​ອາ​ຊຽນ [(ASEAN Cosmetic Testing Laboratory)ACTLC] ຄັ້ງທີ່ 11 ແລະ ກອງປະຊຸມຫົວໜ້າຜູ້ແທນຂອງຄະນະກຳມະການເຄື່ອງສຳອາງອາຊຽນ (Head of Delegate Meeting).

ຄາດ​ຄະ​ເນ​ຜົນ​ທີ່​ຈະ​ໄດ້​ຮັບ​ຈາກ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ທິດ​ນຳ​ທາງ​ດ້ານ​ການ​ຄຸ້ມ​ຄອງ​ຜະລິດ​ຕະພັນ​ເຄື່ອງ​ສຳອາງ, ​ໄດ້ສືບ​ຕໍ່​ສ້າງ​ຄູ່​ມື​ດ້ານ​ຂໍ້​ມູນ​ຂ່າວສານ​ແກ່​ຜູ້​ຊົມ​ໃຊ້​ຜະລິດ​ຕະພັນ​ເຄື່ອງ​ສຳອາງ, ​ໄດ້ຮັບ​ຟັງ​ຜົນ​ຂອງ​ການ​ຕິດຕາມ​ດ້ານ​ຄຸນ​ນະພາ​ບຫຼັງ​ການຈຳໜ່າຍ, ພ້ອມ​ທັງ​ຈະ​ໄດ້ທົບ​ທວນ​ແຜນ​ວຽກ​ລວມ ​ແລະ ​ແຜນ​ວຽກ​ປະຈຳ​ປີ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເຄື່ອງ​ສຳອາງ​ໃນ​ຕໍ່ໜ້າ.

ສຳລັບກອງປະຊຸມຄະນະກມະການວິທະຍາສາດດ້ານເຄື່ອງສຳອາງອາຊຽນ ຫຼື ACSB ແມ່ນຈະມີການຮັບຮອງບາງມາດຕະຖານ ແລະ ກຳນົດໝາຍຂອງຂອບເຂດອະນຸຍາດ ຫຼື ຫ້າມບາງທາດທີ່ມີຄວາມອັນຕະລາຍຕໍ່ສຸຂະພາບ ເຊິ່ງນຳໃຊ້ເຂົ້າໃນສ່ວນປະກອບຂອງຜະລິດຕະພັນເຄື່ອງສຳອາງ. ນອກນັ້ນ ຍັງໄດ້ທົບທວນຄືນບາງເອກະສານຄັດຕິດ ຫຼື ບັນຊີສ່ວນປະກອບຂອງຜະລິດຕະພັນເຄື່ອງສຳອາງທີ່ມີຜົນບັງຄັບໃຊ້ຜ່ານມາໃນທິດນຳຂອງອາຊຽນດ້ານເຄື່ອງສຳອາງ ແລະ ທົບທວນບາງວຽກທີ່ພົວພັນກັບການຄຸ້ມຄອງເຄື່ອງສຳອາງ ໂດຍອີງໃສ່ລະບຽບການຂອງສາກົນ ຫຼື EU.

ສຳລັບກອງປະຊຸມຄະນະກຳມະການທົດລອງດ້ານເຄື່ອງສຳອາງອາຊຽນ ຫຼື ACTLC ແມ່ນໄດ້ແຈ້ງກ່ຽວກັບໂຄງການຊ່ວຍເຫຼືອ ຈາກຊ່ຽວຊານດ້ານເຄື່ອງສຳອາງໃນການກວດກາວິໃຈຄຸນນະພາບ ໂດຍສະເພາະຈາກ ສ. ເກົາຫຼີ ຈະໄດ້ຮັບຮອງວິທີການໃໝ່ໃນການກວດກາຄຸນນະພາບຂອງເຄື່ອງສຳອາງ ແລະ ການພັດທະນາຄວາມສາມາດໃນການປະຕິບັດຫ້ອງທດລອງຂອງບັນດາປະເທດໃນກຸ່ມອາຊຽນ ໂດຍຜ່ານການກວດກາວິໃຈຜະລິດຕະພັນດຽວກັນ ໂດຍເໜັ້ນໃສ່ເປົ້າໝາຍຄວາມຊັດເຈນຂອງຜົນກວດກາວິໃຈຜະລິດຕະພັນເຄື່ອງສຳອາງ ( Proficiency Testing ) ໃນຜະລິດຕະພັນປ້ອງກັນແສງແດດ ແລະ Salicilic ອາຊິດ ໂດຍນໃຊ້ເຄື່ອງ HPLC ນອກນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມຍັງຈະໄດ້ໄປຢ້ຽມຢາມ ສູນວິໃຈຄຸນນະພາບອາຫານ ແລະ ຢາ ຂອງ ສ ປປ ລາວ.

ກອງ​ປະຊຸ​ມະ​ໄດ້​ຮັບຮອງ ​ແລະ ​ເອ​ກະພາບ​ດ້ານ​ວິຊາ​ການ​ເຄື່ອງ​ສຳອາງ​ອາ​ຊຽນ​ເພື່ອ​ໃຫ້​ມີ​ຄວາມ​ເຊື່ອມສານ ​ແລະ ​ເປັນ​ບ່ອນ​ອີງ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ໃນ​ລະບົບ​ການ​ຄຸ້ມ​ຄອງ​ເຄື່ອງ​ສຳອາງ ຂອງ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA