ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການບໍລິໂພກ ອາຫານ, ຢາ ແລະ ເຄື່ອງສຳອາງທີ່ຖືກຕ້ອງ ແລະ ສົມເຫດສົມຜົນ ໃຫ້ແກ່ສາທາລະນະຊົນ.
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 31/05/2018

     ກົມອາຫານ ແລະ ຢາ ໄດ້ສົມທົບ​ກັບ ຂະແໜງ​ອາຫານ​ແລະຢາ​ແຂວງ, ຫ້ອງການ​ສາທາລະນະ​ສຸກ​ເມືອງ ລົງເຜີຍ​ແຜ່​ຂໍ້​ມູນ​ຂ່າວ ສານ​ກ່ຽວ​ກັບ​ການ​ບໍລິ​ໂພ​ກ ອາຫານ, ຢາ ​ແລະ ​ເຄື່ອງ​ສຳອາງ ​ທີ່​ຖືກຕ້ອງ ​ແລະ ສົມ​ເຫດສົມ​ຜົນ​ ໃຫ້​ແກ່ສາທາລະ ນະຊົນ ຢູ່​ 03 ເມືອງຂອງ ແຂວງ ໄຊຍະບູລີ ເມືອງ ບໍ່ແຕນ, ແກ່ນທ້າວ ແລະ ເມືອງ ປາກລາຍ ໃນໄລຍະເດືອນ ພຶດສະ ພາ 2018 ຊຶ່ງມີ​ຜູ້​ເຂົ້າ​ຮ່ວ​ມແມ່ນ ນັກຮຽນ, ປະຊາຊົນ, ຄູ​ອາຈານ, ຄະນະ​ບ້ານ ​ແລະ ສະຫະພັນ​ແມ່ຍິງ​ບ້ານ ທັງໝົດແມ່ນ 619 ຄົນ.

ຈຸດປະສົງຂອງການເຜີຍແຜ່ແມ່ນ ເພື່ອ​ໃຫ້​ປະຊາຊົນຮູ້​ ເລືອກ​ຊື້-​ເລືອກໃຊ້ ​ແລະບໍລິ​ໂພ​ກອາຫານ,ເຄື່ອງ​ສຳອາງ ​ແລະ ຢາ ທີ່​ຖືກຕ້ອງ ​ແລະ ມີ​ຄວາ​ມປອດ​ໄພ, ແນະນຳວີ​ທີ​ເບິ່ງ​ສະຫຼາກອາຫານ, ​​ເຄື່ອງສຳອາງ ​ແລະ ຢາ, ຄວາມ​ອັນຕະລາຍ​ຂອງ​ການບໍລິ​ໂພ​ກອາຫານ​ທີ່​ປະສົມ​ສານຟອກ​ໂມນ(Formalin), ບໍ​ແຣກ(Borax), ບັນດາ​ເຄື່ອງ​ສໍາອາງ​ທີ່​ປະສົມ​ສານ​ຕ້ອງ​ຫ້າມ ເຊັ່ນ: Hydroquinone, Mercury ແລະ Tiroque Acid  ແລະ ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ທີ່​ຖືກຕ້ອງ ສົມເຫດ ສົມຜົນ ແລະ ມີຄວາມ ປອດໄພ, ເວລາເຈັບເປັນ ບໍ່ຊື້ຢາມາກີນເອງ, ຕ້ອງໄປຫາແພດຫມໍ ວາງຢາໃຫ້ ແລະປະຕິບັດຕາມຄຳແນະນຳຂອງ ແພດຫມໍ, ສິ່ງສຳຄັນບໍ່ຊື້ຢານຳຄົນມາເລາະຂາຍ                               

ຜົນ​ໄດ້​ຮັບ​ຂອງ​ການ​ເຜີຍ​ແຜ່ໄດ້ຮັບການຮ່ວມມື ແລະ ອຳນວຍຄວາມສະດວກຈາກຂະແໜງອາຫານ ແລະ ຢາແຂວງ, ຄະ ນະຫ້ອງການສາທາລະນະສຸກເມືອງ ແລະ ອາຫານ ແລະ ຢາເມືອງ. ຜູ້ເຂົ້າຮ່ວມຮັບຮູ້ໄດ້ເຖິງຜົນຮ້າຍ ແລະ ຄວາມອັນ ຕະລາຍ ຂອງການນຳໃຊ້ຢາຊຸດ-ຢາຊຸມ, ການນຳໃຊ້ຢາດ້ວຍຕົນເອງທີ່ບໍ່ຖືກ ຕ້ອງ ໂດຍສະເພາະແມ່ນຢາຕ້ານເຊື້ອ. ຜູ້ເຂົ້າ ຮ່ວມຮູ້ເບິ່ງສະ ຫຼາກກ່ອນຊື້ ແລະ ບໍລິໂພກອາຫານ, ຢາ ແລະ ເຄື່ອງສຳອາງວ່າມີສານຕ້ອງຫ້າມ ຫຼື ບໍ່, ມີຄວາມສົນໃຈ ກ່ຽວກັບການໂສະນາ ໃນຕອນທ້າຍທ່ານປະທານກໍ່ໄດ້ເໜັ້ນໜັກໃຫ້ປະຊາຊົນ ແລະ ນັກຮຽນທີ່ເຂົ້າຮ່ວມຢ່າໄດ້ຫຼົງເຊື່ອໃນການ ໂຄສະນາທີ່ຊວນເຊື່ອ ເກີນຄວາມເປັນຈິງ, ກ່ອນຊື້ກ່ອນໃຊ້ຕ້ອງອ່ານສະຫຼາກໃຫ້ດີກ່ອນ ຫລີກເວັ້ນການນຳໃຊ້ເຄື່ອງສຳອາງ ຊະຊາຍ, ໃຊ້ຢາດ້ວຍຕົນ ເອງ ແລະ ຊື້ຢາຈາກແຫລ່ງບໍ່ຖືກຕ້ອງ ສີ່ງສຳຄັນ ຖ້າການໃຊ້ຢາບໍ່ຖືກຕ້ອງ ຈະພາໃຫ້ພະຍາດລື້ງ ຢາ ເສັຍທັງຊັບສີນ ແລະ ຕະຫລອດເຖິງ ສຸຂະພາບ ແລະ ຊີວິດກໍມີຄວາມສ່ຽງອີກດ້ວຍ, ເຮັດໃຫ້ປະຊາຊົນມີການຫັນປ່ຽນ ທັດສະນະແບບເດີມໆ, ມີສະຕິ ເຫັນໄດ້ຄວາມອັນຕະລາຍ ຜົນເສັຍຫາຍໃນການໃຊ້ຢາດ້ວຍຕົນເອງ ໂດຍສະເພາະຢາຕ້ານ ເຊື້ອ. ສະນັ້ນໃນເວລາເຈັບເປັນຕ້ອງໄດ້ໄປພົບແພດຫມໍ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA