ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຮ່ວມມື 2 ຝ່າຍລະຫວ່າງລາວ-ໄທ ຄັ້ງທີ III
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 03/08/2018

ບົດຂ່າວໂດຍ: ນ. ກອງມະນີ ນາມມະວົງມີໄຊ

ກອງປະຊຸມການຮ່ວມມື 2 ຝ່າຍລະຫວ່າງລາວ-ໄທ ຄັ້ງທີ III ກ່ຽວກັບວຽກງານອາຫານ ແລະ ຢາ   ໄດ້ເປີດຂຶ້ນໃນວັນທີ 2 ສິງຫາ 2018 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ຊຶ່ງໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດພິທີກອງປະຊຸມໂດຍ ທ່ານ ດຣ. ສົມ​ທະວີ  ຈາງ​ວິ​ສົມ​ມິດ ຫົວໜ້າ​ກົມ​ອາຫານ ​ແລະ ຢາ ແລະ ທ່ານ ດຣ. ວັນໄຊ ຊັດຕະຍາວຸດທິພົງ ເລຂາທິການ ຄະນະກຳມະການອາຫານ ແລະ ຢາແຫ່ງຣາຊະອານະຈັກໄທ ໂດຍມີແຂກເຂົ້າຮ່ວມທັງໝົດ 26 ທ່ານ ຈາກກະຊວງສາທາລະນະສຸກ ສປປ ລາວ 20 ທ່ານ ແລະ ຈາກຣາຊະອານະຈັກໄທ 6 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ທົບທວນຄືນການຈັດຕັ້ງປະຕິບັດໃນໄລຍະຜ່ານມາກ່ຽວກັບວຽກງານການຮ່ວມມືພາຍຫຼັງທີ່ກະຊວງສາທາລະນະສຸກຂອງທັງສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມຊົງຈໍາກ່ຽວກັບການຮ່ວມມືສາທາລະນະສຸກ ແລະ ໂດຍສະເພາະບົດບັນທຶກກອງປະຊຸມການປຶກສາຫາລື ການຮ່ວມມືລາວ-ໄທຄັ້ງທີ 2ລະຫວ່າງ ກົມອາຫານ ແລະ ຢາ ແລະ ອົງການຄຸມຄອງອາຫານ ແລະ ຢາ ລາດຊະອານະຈັກໄທ ກ່ຽວກັບວຽກງານຄຸ້ມຄອງອາຫານ ແລະ ຢາ ແລະ ສືບຕໍ່ປຶກສາຫາລືແຜນວຽກກິດຈະກຳການຮ່ວມມືໃນຕໍ່ໜ້າກ່ຽວກັບວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ.

ຜົນໄດ້​​ຈະ​ໄດ້ຂອງ​ກອງ​ປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ຄົ້ນຄ້ວາ ແລະ ເປັນເອກພາບກໍານົດກອບແຜນງານ ແລະ ກິດຈະກໍາທີ່ຈະຮ່ວມມືປະຕິບັດໃນປີ 2018-2020 ແລະ ໄດ້ກໍານົດຜູ້ປະສານງານຂອງແຕ່ລະວຽກງານ ເພື່ອສະດວກໃຫ້ແກ່ການຮ່ວມມືປະສານງານ ເປັນຕົ້ນ: ວຽກງານຄຸ້ມຄອງອາຫານ, ຄຸ້ມຄອງຢາຫຼວງ, ຢາພື້ນເມືອງ, ເຄື່ອງສໍາອາງ, ຂໍ້ມູນຂ່າວສານອາຫານ ແລະ ຢາ ແລະ ອື່ນໆ. ນອກຈາກນີ້ ຝ່າຍໄທຍິນດີແຈ້ງໃຫ້ ສປປ ລາວ ໂດຍສະເພາະແມ່ນກົມອາຫານ ແລະ ຢາຮັບຮູ້ພິເສດຕື່ມ ກ່ຽວກັບຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຜະລິດ ແລະ ຈຳໜ່າຍຢູ່ໄທ ທີ່ເຫັນວ່າບໍ່ປອດໄພ ຕໍ່ຜູ້ບໍລິໂພກ ເພື່ອຖອນອອກຈາກຕະຫຼາດ ເພື່ອແລກປ່ຽນຂໍ້ມູນຂ່າວສານດ້ານຄວາມປອດໄພອາຫານ ແລະ ຢາ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA