ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອົບຮົມການນໍາໃຊ້ຄູ່ມືຂອງອົງການອະນາໄມໂລກກ່ຽວກັບການເຝົ້າລະວັງການຊົມໃຊ້ຢາຕ້ານເຊື້ອ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 27/09/2018

  ກອງປະຊຸມອົບຮົມການນໍາໃຊ້ຄູ່ມືຂອງອົງການອະນາໄມໂລກກ່ຽວກັບການເຝົ້າລະວັງການຊົມໃຊ້ຢາຕ້ານເຊື້ອໄດ້ຈັດຂຶ້ນທີ່ ໂຮງແຮມລາວພລາຊາ ໃນລະຫວ່າງວັນທີ 17-19 ກັນຍາ 2018,  ໂດຍການເປັນປະທານເປີດຂອງທ່ານ ດຣ. ສົມທະວີ ຈາງວິສົມິດ ຫົວໜ້າກົມອາຫານ ແລະ ຢາ,​ ແລະ ມີຜູ້ຕ່າງໜ້າຈາກອົງການອະນາໄມໂລກ ປະຈໍາ ສປປ ລາວ ແລະ ທີມງານຄູ່ຝຶກຈໍານວນໜຶ່ງທີ່ມາຈາກສໍານັກງານໃຫຍ່ອົງການອະນາໄມໂລກ ເຈນີວາ.​ ການອົບຮົມມີຜູ້ເຂົ້າຮ່ວມຈາກກົມຄວບຄຸມພະຍາດຕິດຕໍ່, ຫ້ອງການປະກັນສຸຂະພາບ, ບັນດາສູນ (ສູນສະໜອງຢາ, ສູນຕ້ານເອ໌ສ, ສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້, ສູນວັນນະໂລກ, ສູນແມ່ ແລະ ເດັກ), ກອງກວດກາອາຫານ ແລະ ຢາ, ຄະນະເພສັດສາດ, ຄະນະແພດສາດ, ຄະນະພະຍາບານສາດ, 5 ໂຮງໝໍສູນກາງ, ພາກຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານນີ້ເປັນຕົ້ນ: ກົມລ້ຽງສັດ ແລະ ການປະມົງ, ກົມພາສີ, ກົມການນຳເຂົ້າ-ສົ່ງອອກ, ເສນາຮັກ ກະຊວງປ້ອງກັນປະເທດ, ເສນາຮັກ ກະຊວງປ້ອງກັນຄວາມສະຫງົບ, ໂຮງໝໍ 103, ໂຮງໝໍ 5 ເມສາ ແລະ ຄູ່ຮ່ວມງານທີ່ມາຈາກ ກອງທຶນໂລກ ແລະ FAO.

 ຈຸດປະສົງແມ່ນເພື່ອ ອົບຮົມການນໍາໃຊ້ຄູ່ມືຂອງອົງການອະນາໄມໂລກກ່ຽວກັບການເຝົ້າລະວັງການຊົມໃຊ້ຢາຕ້ານເຊື້ອ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ. ໃນວາລະກ່າວເປີດຊຸດອົບຮົມ, ທ່ານດຣ. ສົມທະວີ ຈາງວີສົມມີດ ໄດ້ ກ່າວຈຸດປະສົງ, ຄວາມໝາຍຄວາມສໍາຄັນຂອງຊຸດອົບຮົມຄັ້ງນີ້ ແລະ ໄດ້ຮຽກຮອງໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມຈົ່ງໄດ້ເອົາໃຈໃສ່ ແລະ ຕັ້ງໃຈ ເກັບກ່ຽວບົດຮຽນຈາກການອົບຮົມໃນຄັ້ງນີ້ ເຊິ່ງມັນເປັນພັນທະທີ່ຈະຕ້ອງໄດ້ນໍາເຂົ້າໃນພາກປະຕິບັດຕົວຈິງໃນວຽກງານ ໂດຍສະເພາະແຕ່ລະພາກສ່ວນທີ່ກ່ຽວຂ້ອງໃນການໃຫ້ການບໍລີການດ້ານສຸຂະພາບທັງພາກລັດ ແລະ ເອກະຊົນ ຈະຕ້ອງໄດ້ຮ່ວມມືກັບ ເກັບກໍາຂໍ້ມູນກ່ຽວກັບການນໍາໃຊ້ຢາຕ້ານເຊື້ອລາຍງານ ໃຫ້ແກ່ສາກົນໃນແຕ່ລະໄລຍະຕາມຂັ້ນຕອນ ແລະ ວິທີການຂອງຄູ່ມືດັ່ງກ່າວ. ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງອົງການອະນາໄມໂລກ ເຊິ່ງແມ່ນຄູ່ຮ່ວມງານຫຼັກທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ວຽກງານສາທາລະນະສຸກ ໂດຍສະເພາະວຽກງານອາຫານ ແລະ ຢາ.

 ການຈັດຊຸດອົບຮົມຄັ້ງນີ້ ແມ່ນການສະໜອງຕອບຕໍ່ແຜນງານທີ່ໄດ້ຕົກລົງເຫັນດີໃນກອງປະຊຸມສະພາສຸຂະພາບໂລກຄັ້ງທີ່ 68 ທີ່ໄດ້ຈັດຂຶ້ນໃນເດືອນ ພຶດສະພາ ປີ 2015 ຊຶ່ງບັນດາປະເທດສະພາຊິກແມ່ນໄດ້ຮັບຮອງເອົາແຜນການຈັດຕັ້ັງປະຕິບັດວຽກງານຂອງໂລກກ່ຽວກັບການຕ້ານຂອງເຊື້ອພະຍາດດື້ຕໍ່ຢາຕ້ານເຊື້ອຮ່ວມກັນ ແລະ ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກນໍາເອົາແຜນງານດັ່ງກ່າວໄປຈັດຕັ້ງປະຕິບັດຢູ່ໃນປະເທດຂອງຕົນ ເພື່ອປັບໃຫ້ກັບສະພາບການຕົວຈິງຂອງແຕ່ລະປະເທດ. ໃນແຜນປະຕິບັດງານການຕ້ານຂອງເຊື້ອພະຍາດດື້ຕໍ່ຢາຂອງໂລກນີ້ ປະກອບມີ 5 ບຸລິມະສິດອົງປະກອບຄື: 1) ເພີ້ມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຕ້ານຕໍ່ເຊື້ອພະຍາດຕໍ່ຢາຕ້ານເຊື້ອ; 2) ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເຝົ້າລະວັງ ແລະ ເຮັດການສຶກສາຄົ້ນຄ້ວາ; 3) ຫຼຸດຜ່ອນອັດຕາຂອງການຕິດຊື້ອ; 4) ເພີ້ມປະສິດທິພາບການໃຊ້ຢາຕ້ານເຊື້ອ ແລະ 5) ຮັບປະກັນການລົງທຶນແບບຢືນຢົງໃຫ້ແກ່ວຽກງານຕ້ານຂອງເຊື້ອພະຍາດດື້ຕໍ່ຢາຕານເຊື້ອ. ໂດຍສະເພາະອົງປະກອບທີ 4 ແມ່ນໄດ້ຮັບຮອງໃຫ້ບັນດາປະເທດສະມາຊິກມີ  ໂຄງການຕິດຕາມກວດກາ ແລະ ສົ່ງເສີມ ການນໍາໃຊ້ຢາຕ້ານເຊື້ອຢ່າງມີປະສິີດທີິພາບໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ຕາມມາດຕະຖານສາກົນ ເພື່ອຮັບປະກັນການຄັດເລືອກຢາທີ່ຖືກຕ້ອງເໝາະສົມໂດຍອີງໃສ່ຫຼັກຖານຕົວຈິວ.​ ດັ່ງນັ້ນ, ອົງປະກອບທີສໍາຄັນຂອງແຜນການຈັດຕັ້້ງປະຕິບັດຂອງໂລກກ່ຽວກັບການຕ້ານຕໍ່ເຊື້ອພະຍາດດື້ຕໍ່ຢານີ້ ແມ່ນການຕິດຕາມການຊົມໃຊ້ຢາຕ້ານເຊື້ອ, ເຊິ່ງທຸກປະເທດຕ້ອງໄດ້ມີຂໍ້ມູນກ່ຽວກັບການນໍາເຂົ້າ, ຈັດຊື້-ຈັດຫາ, ການແຈກຢາຍຢາ ຫຼື ການນໍາໃຊ້ຢາຕ້ານເຊື້ອເຂົ້າໃນການປິ່ນປົວໃນເຂດຊຸມຊົນ ເພື່ອຈະເປັນຂໍ້ມູນພື້ນຖານສົມທຽບການໃຊ້ໃຊ້ຢ່າງຢ່າງສົມເຫດສົມເຫດສົມຜົນຂອງບັນດາປະເທດສະມາຊິກ. ດັ່ງນັ້ນ, ຄູ່ມືຂອງອົງການອະນາໄມໂລກກ່ຽວກັບການເຝົ້າລະວັງການຊົມໃຊ້ຢາຕ້ານເຊື້ອ ຈຶ່ງໄດ້ຮັບການພັດທະນາຂຶ້ນ ຈັດຕັ້ງການອົບຮົມເຜີຍແຜ່ເພື່ອໃຫ້ກໍາຂໍ້ມູນໃນຂອດນໍາເຂົ້າ ໂດຍນໍາໃຊ້ເຄື່ອງມືທີ່ມີ ແຕ່ຂໍ້ມູນທີ່ໄດ້ຢັງບໍ່ມີຄວາມຊັນເຈນ ແລະ ຕອບສະໜອງໄດ້ຕາມຄວາມຮຽກຕ້ອງຕ້ອງການ ໂດຍສະເພາະການຊົມໃຊ້ຢາຕົວຈິງຈາກສະຖານບໍລິການທັງພາກລັດ ແລະ ເອກະຊົນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA