ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອາຫານປອດໄພ ສຸຂະພາບດີ ເພື່ອມະຫຳກຳກິລາແຫ່ງຊາດ ຄັ້ງທີ 11 ແຂວງ ຊຽງຂວາງ ແລະ ສະເຫຼີມສະຫຼອງ ເມືອງ ວຽງໄຊ ຄົບຮອບ 50 ປີ 2018
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 01/12/2018

    

     

      ໂດຍປະຕິບັດຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ ສະບັບເລກທີ 96/ນຍ, ລົງວັນທີ 09 ມີນາ 2017 ແລະ ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ວ່າດ້ວຍການອະນຸມັດໃຫ້ກົມອາຫານ ແລະ ຢາ ລົງຕິດຕາມຊຸກຍູ້ວຽກງານຄຸ້ມຄອງຄວາມປອດໄພອາຫານ ເພື່ອຮັບໃຊ້ງານສະເຫຼີມສະຫຼອງ ເມືອງ ວຽງໄຊ, ແຂວງ ຫົວພັນ ຄົບຮອບ 50 ປີ ສະບັບເລກທີ 2343/ສທ, ລົງວັນທີ 19 ຕຸລາ 2018.

 

    ເມືອງ ວຽງໄຊ ແມ່ນເຂດທີ່ໝັ້ນຂອງການປະຕິວັດ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນໜ້ານີ້ 50 ປີ ຄື: ວັນທີ 30 ພະຈິກ 1968. ເປັນເມືອງທີ່ມີມູນເຊື້ອປະຕິວັດ ທີ່ມີທໍາມະຊາດສວຍສົດງົດງາມ ແລະ ປະຊາຊົນ ມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານເພີ້ມພູນຜະລິດຜົນ ພິເສດແມ່ນມີຖ້ຳທີ່ສວຍງາມ.  ການນຳພັກ-ລັດ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຖັນແຖວສະມາຊິກພັກ, ພະນັກງານທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ຍົກສູງນໍ້າໃຈຮັກຊາດ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ຂັ້ນເທິງຈຶ່ງຕົກລົງໃຫ້ຈັດຕັ້ງງານສະເຫຼີມສະຫຼອງ ເມືອງ ວຽງໄຊ ຊຶ່ງມີອາຍຸຄົບຮອບ 50 ປີ ໂດຍໄດ້ຮັບການຊີ້ນຳຈາກຂັ້ນເທິງ, ກົມອາຫານ ແລະ ຢາ ຈຶ່ງໄດ້ສົມທົບກັບກົມກອງທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ເພື່ອວາງແຜນເຄື່ອນໄຫວວຽກງານກະກຽມຄວາມພ້ອມຮັບໃຊ້ງານດັ່ງກ່າວຢ່າງເປັນຂະບວນ, ວຽກງານສາທາລະນະສຸກເວົ້າລວມ ອາຫານ ແລະ ຢາເວົ້າສະເພາະ ແມ່ນເປັນວຽກໜຶ່ງທີ່ມີຄວາມສຳຄັນຕໍ່ສຸຂະພາບຂອງຜູ້ບໍລິໂພກ ເພື່ອຮັບປະກັນໃຫ້ງານສະເຫຼີມສະຫຼອງດັ່ງກ່າວ ໄດ້ຮັບຜົນສຳເລັດຢ່າງຈົບງາມ ກົມອາຫານ ແລະ ຢາ ໄດ້ຈັດຕັ້ງທີມງານລົງເຄື່ອໄຫວຕົວຈິງ ເພື່ອກວດກາຄຸນນະພາບ ຄວາມປອດໄພອາຫານ ໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ ໂດຍສະເພາະແມ່ນພະນັກງານ ອາຫານ ແລະ ຢາ ຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ປະກອບການທຸລະກິດອາຫານ.

 

    ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ແມ່ນໄດ້ເລີ້ມຈັດຕັ້ງປະຕິບັດມາແຕ່ ເດືອນ ກຸມພາ 2018 ເປັນຕົ້ນມາ ຊຶ່ງຕິດພັນກັບການກະກຽມງານມະຫະກຳກິລາແຫ່ງຊາດ ຄັ້ງທີ່ 11 ແຂວງ ຊຽງຂວາງ, ການຝຶກອົບຮົມໃຫ້ເຈົ້າໜ້າທີ່ຮູ້ຫຼັກການໃນການກວດກາ ແລະ ຮູ້ນຳໃຊ້ອຸປະກອນ ກວດກາຄຸນນະພາບອາຫານ ໂດຍເຈາະຈົງໃສ່ບາງສານເຄມີທີ່ມີຄວາມສ່ຽງຕໍ່ສຸຂະພາບ, ບາງຊະນິດອາຫານທີ່ໄດ້ເກັບຕົວຢ່າງມາວິໄຈ ມີຄື: ຍໍ່ເຄື່ອງໃນສັດ, ຕີນໄກ່ພັນ, ໄສ້ກອກ, ໝູຢໍ່, ຖົ່ວງອກ, ເຫັດຫອມ, ດັກແດ້, ນໍ້າມັນຈືນຊໍ້າ, ນໍ້າກ້ອນ, ນໍ້າດື່ມ ແລະ ອື່ນໆ ເພື່ອກວດວິໄຈຫາສານປົນເປື້ອນ ເຊັ່ນ: ຟອກມາລີນ, ສານຟອກຂາວ ເປັນຕົ້ນ. ພ້ອມນັ້ນຍັງໄດ້ອົບຮົມໃຫ້ຜູ້ປະກອບການມີຄວາມເຂົ້າໃຈ, ມີຄວາມຮັບຜິດຊອບ ແລະ ຮ່ວມມືກັບພາກລັດ ເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ ເປັນໄປຕາມລະບຽບການທີ່ລັດໄດ້ວາງອອກ. ຫຼັກການໃນການກວດກາແມ່ນປະຕິບັດຫຼັກການ ການຜະລິດອາຫານທີ່ດີ(GMP), ຫຼັກການອະນາໄມອາຫານທີ່ດີ(GHP) ແລະ ມີການຢັ້ງຢືນມາດຕະຖານການຜະລິດທີດີ ແລະ ການບໍລິການທີ່ດີ ຕາມຕົວຊີ້ວັດ ແລະ ຄູ່ມື ທີ່ໄດ້ກຳນົດ.

 

ບາງວຽກທີ່ໄດ້ເຮັດຕົວຈິງມີຄື:

- ວັນທີ 26 ກຸມພາ 2018 ກົມອາຫານ ແລະ ຢາ ໄດ້ຈັດປະຊຸມຝຶກອົບຮົມ ແລະ ວາງແຜນກະກຽມ ວຽກງານຄຸ້ມຄອງຄວາມປອດໄພອາຫານ ໃຫ້ແກ່ພະນັກງານສາທາລະນະສຸກ ຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ປະກອບການ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 43 ທ່ານ. ຈັດຂຶ້ນຢູ່ທີ່ ແຂວງ ຊຽງຂວາງ;

- ວັນທີ 23-27 ເມສາ 2018 ກົມອາຫານແລະຢາ ຮ່ວມກັບໂຄງການ ADB ໄດ້ຈັດຝຶກອົບຮົມຄວາມປອດໄພອາຫານ ໃຫ້ພະນັກງານ ຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ປະກອບການ ຊຶ່ງຜູ້ເຂົ້າຮ່ວມທັງໝົດ 59 ທ່ານ ຈັດຂຶ້ນຢູ່ທີ່ ແຂວງ ຊຽງຂວາງ;

- ວັນທີ 23-26 ກໍລະກົດ 2018 ກົມອາຫານ ແລະ ຢາ ຮ່ວມກັບໂຄງການອະນາໄມໂລກ ໄດ້ຈັດຝຶກອົບຮົມປະຕິບັດຕົວຈິງດ້ານຄວາມປອດໄພອາຫານ ໃຫ້ແກ່ພະນັກງານສາທາລະນະສຸກ ຂັ້ນແຂວງ, ຂັ້ນເມືອງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 42 ທ່ານ ທີ່ມາຈາກ: ກົມກອງອ້ອມຂ້າງ, ບັນດາສູນ ແລະ 6 ແຂວງພາກເໜືອ: ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງ ຫົວພັນ ຊຶ່ງຈັດຂຶ້ນຢູ່ທີ່ ແຂວງ ຊຽງຂວາງ;

- ວັນທີ 12-16 ພະຈິກ 2018 ໄດ້ຝຶກອົບຮົມໃຫ້ຜູ້ປະກອບການ ແລະ ພະນັກງານສາທາລະນະສຸກ ຂັ້ນແຂວງ ແລະ ຂັ້ນ

ເມືອງ ໃຫ້ຮູ້ກ່ຽວກັບອາຫານປອດໄພ ແລະ ສຸຂະພິບານດ້ານອະນາໄມສິ່ງແວດລ້ອມ ຮ້ານອາຫານ, ໂຮງແຮມ, ເຮືອນພັກ,

ຕະຫຼາດສົດ ແລະ ຫ້ອງນ້ຳສາທາລະນະ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 42 ທ່ານ, ຈັດຂຶ້ນຢູ່ທີ່ ແຂວງ ຫົວພັນ.

- ວັນທີ 22 ພະຈິກ 2018 ພະແນກສາທາລະນະສຸກ ແຂວງ ຊຽງຂວາງ ໄດ້ມອບໃບຢັ້ງຢືນ ອາຫານປອດໄພ ສຸຂະພາບດີ

ໃຫ້ໂຮງແຮມ ອະນຸລັກ ແລະ ຮ້ານອາຫານ 10 ແຫ່ງ, ຊຶ່ງອອກໃຫ້ໂດຍກົມອາຫານ ແລະ ຢາ;

- ວັນທີ 18-25 ພະຈິກ 2018 ໄດ້ຝຶກອົບຮົມອາຫານປອດໄພ ແລະ ການກວດກາອາຫານ ໃຫ້ພະນັກງານ ຂັ້ນເມືອງ

ແລະ ຜູ້ປະກອບການ ຢູ່ 02 ເມືອງ: ເມືອງ ຊໍາເໜືອ ແລະ ເມືອງ ວຽງໄຊ, ແຂວງ ຫົວພັນ.

- ແຕ່ວັນທີ 26 ພະຈິກ - 01 ທັນວາ 2018 ໄດ້ຕິດຕາມກວດກາຮັບໃຊ້ ໃນມື້ງານ ຢູ່  ເມືອງ ຊໍາເໜືອ ແລະ ເມືອງ ວຽງ

ໄຊ, ແຂວງ ຫົວພັນ.

 

          ພະແນກສາທາລະນະສຸກແຂວງ ຍັງໄດ້ເຮັດສັນຍາກັບຜູ້ປະກອບການທຸລະກິດອາຫານ ເພື່ອຮັບປະກັນໃນການສະໜອງ ແລະ ປຸງແຕ່ງອາຫານປອດໄພ ຄື: ໂຮງແຮມ 8 ແຫ່ງ, ບ້ານພັກ 22 ແຫ່ງ ແລະ ຮ້ານອາຫານ 59 ແຫ່ງ. ພ້ອມນັ້ນ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຍັງໄດ້ມອບໃບຢັ້ງຢືນມາດຕະຖານອາຫານປອດໄພ ໃຫ້ແກ່ທຸລະກິດອາຫານ ທີ່ບັນລຸມາດຕະຖານ ຕາມຄຳຂວັນ ອາຫານປອດໄພ ສຸຂະພາບດີ ກ່ອນຈະຮອດງານມະຫະກຳກິລາແຫ່ງຊາດ ຄັ້ງທີ່ 11 ທີ່ ແຂວງ ຊຽງຂວາງ ແລະ ງານສະເຫຼີມສະຫຼອງ ເມືອງວຽງໄຊ ຄົບຮອບ 50 ປີ ກົມອາຫານ ແລະ ຢາ ໄດ້ຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ພາກລັດ ທີ່ມາຈາກຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການທຸລະກິດອາຫານ ເພື່ອຍົກລະດັບ ຄວາມຮູ້, ຄວາມເຂົ້າໃຈ, ຄວາມຮັບຜິດຊອບ ແລະ ໃຫ້ຄວາມຮ່ວມມື ເພື່ອຮັບປະກັນອາຫານທີ່ຜະລິດ, ນຳເຂົ້າ, ຈໍລະຈອນຈຳໜ່າຍ ຢູ່ ສປປ ລາວ ຕາມທີ່ກະຊວງສາທາລະນະສຸກໄດ້ວາງອອກ.

    

          ການສະເຫຼີມສະຫຼອງ ເມືອງວຽງໄຊ ຄົບຮອບ 50 ປີ ແມ່ນມີຄວາມໝາຍທາງປະຫວັດສາດ. ສະນັ້ນທຸກໆຄົນຕ້ອງຕື່ນຕົວ ແລະ ເປັນເຈົ້າການປະກອບສ່ວນ ເພື່ອສະແດງເຖິງນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຮັກລະບອບໃໝ່. ກົມອາຫານ ແລະ ຢາ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການນຳພາຂອງພັກ-ລັດ ແລະ ຂໍສະແດງຄວາມຂອບອົກຂອບໃຈຕໍ່ການຊີ້ນຳຢ່າງໃກ້ຊິດຂອງການນຳກະຊວງສາທາລະນະສຸກທີ່ໄດ້ເອົາໃຈໃສ່ຕໍ່ວຽກງານດ້ານນີ້, ວຽກງານອາຫານປອດໄພແມ່ນມີຄວາມສໍາຄັນຕໍ່ສຸຂະພາບຂອງທຸກໆຄົນ ຂໍໃຫ້ເຈົ້າໜ້າທີ່ຄຸ້ມຄອງ, ຜູ້ປະກອບການ ແລະ ຜູ້ບໍລິໂພກທັງຫຼາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ມີສະຕິເປັນເຈົ້າຕົນເອງ ໃນການປະຕິບັດໜ້າທີ່ ແລະ ການບໍລິໂພກອາຫານ ໃຫ້ຖືກຕ້ອງຕາມຫຼັກການ ຄື: ປອດໄພ, ມີສຸຂະອະນາໄມ, ມີໂພຊະນາການ ແລະ ກິນດື່ມດ້ວຍຄວາມມີສະຕິວ່າ ເໝາະສົມ ແລະ ປອດໄພຕໍ່ສຸຂະພາບ ຕາມຄຳຂວັນ ອາຫານປອດໄພ ສຸຂະພາບດີ

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA