ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສປ ຈີນ ມອບປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາ (Lao Herbal Pharmacopoeia) ແກ່ ສປປ ລາວ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 04/01/2019

ໃນຕອນບ່າຍຂອງວັນທີ 3 ມັງກອນ 2019 ຄະນະຜູ້ແທນຈາກສວນພຶກສາສາດພືດ ແລະ ຕົ້ນໄມ້ເປັນຢາ ເຂດປົກຄອງຕົນເອງ ກວາງຊີ ຈວງຈູ ສປ ຈີນ ໄດ້ເດີນທາງມາຢ້ຽມຢາມ ກະຊວງສາທາລະນະສຸກ ສປປ ລາວ ຊຶ່ງນໍາພາໂດຍ ທ່ານ ມ້ຽວ ຈ້ຽນ ຫົວ ປະທານສວນພຶກສາສາດພືດ ແລະ ຕົ້ນໄມ້ທີ່ເປັນຢາ ເຂດປົກຄອງຕົນເອງ ກວາງຊີ ຈວງຈູ ພ້ອມດ້ວຍຄະນະຜູ້ແທນ ລວມທັງໝົດ ມີ 05 ທ່ານ. ເປັນກຽດຕ້ອນຮັບຄະນະ ໂດຍທ່ານ ຄໍາພອນ ພຸດທະວົງ ເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະສຸກ. ຈຸດປະສົງໃນການມາຄັ້ງນີ້ແມ່ນເພື່ອລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັດວຽກງານຮ່ວມມື ລະຫວ່າງສອງຝ່າຍ ໂດຍສະເພາະຜົນສໍາເລັດໃນການຮ່ວມມື ແລະ ຊ່ວຍເຫຼືອການສ້າງປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາຂອງລາວ ແລະ ສະເໜີທິດທາງແຜນການຕໍ່ໜ້າ ແລະ ພ້ອມດຽວກັນນີ້ ກໍ່ຈະມອບຮ່າງປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາໃຫ້ແກ່ ສປປລາວ (Lao Herbal Pharmacopoeia) ຢ່າງເປັນທາງການ ໃຫ້ແກ່ກະຊວງສາທາລະນະສຸກ ພາຍຫຼັງທີ່ໄດ້ສໍາເລັດການພັດທະນາປຶ້ມດັ່ງກ່າວເປັນສະບັບສົມບູນ.
ວຽກງານຮ່ວມມືດ້ານການແພດ ແລະ ການຢາພື້ນເມືອງ ກັບສວນພຶກສາສາດພືດ ແລະ ຕົ້ນໄມ້ທີ່ເປັນຢາ ກວາງຊີ ໄດ້ເລີ່ມຈັດຕັ້ງປະຕິບັດ ພາຍຫຼັງ ໄດ້ມີ ບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ເຊັ່ນຮ່ວມກັນໃນ ເດືອນພຶດສະພາ 2017 ກ່ຽວກັບການຮ່ວມມືດ້ານວຽກງານຢາພື້ນເມືອງ ລະຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ສປປ ລາວ ກັບ ຄະນະກໍາມະທິການສາທາລະນະສຸກ ເຂດປົກຄອງຕົນເອງ ກວາງຊີ ຈວງຈູ ສປ ຈີນ.
ສືບຕໍ່ຜັນຂະຫຍາຍການຮ່ວມມືດັ່ງກ່າວ ເຊິ່ງສະຖານບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ສປປ ລາວ ແລະ ສວນພຶກສາສາດພຶດ ແລະ ຕົ້ນໄມ້ທີ່ເປັນຢາ ເຂດປົກຄອງຕົນເອງ ກວາງຊີ ຈວງຈູ ສປ ຈີນ ເປັນພາກສ່ວນທີ່ເປັນໃຈກາງໃນການຈັດຕັ້ງຜັນຂະຫຍາຍ ຊຶ່ງໄດ້ມີການຮ່ວມກັນຄົ້ນຄ້ວາວາງແຜນ ແລະ ມີການເຊັນບົດບັນທຶກຮ່ວມກັນກ່ຽວກັບການສ້າງ ແລະ ພັດທະນາ ປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາ. ທັງສອງຝ່າຍໄດ້ເດີນທາງຢ້ຽມຢາມແລກປ່ຽນບົດຮຽນ ໂດຍການສະໜັບສະໜູນພະນັກງານວິຊາການທີ່ກ່ຽວຂ້ອງຝ່າຍລາວ ເດີນທາງຝຶກອົບຮົມກ່ຽວກັບວຽກງານຄົ້ນຄ້ວາວິທະຍາສາດ ແລະ ອະນຸລັກພືດຕົ້ນໄມ້ທີ່ເປັນຢາ. ໄດ້ຮ່ວມກັນປະຕິບັດການສໍາຫຼວດພືດ ແລະ ຕົ້ນໄມ້ທີ່ເປັນຢາ ແລະ ພູມປັນຍາດ້ານຢາພື້ນເມືອງ ຢູ່ພາກເໜືອ, ກາງ ແລະ ໃຕ້ ຂອງ ສປປ ລາວ ຈໍານວນ 02 ຮອບ ໃນປີ 2017 ແລະ 01  ຮອບ ໃນປີ 2018 ຊຶ່ງໄດ້ເກັບກໍາ ແລະ ຈໍາແນກພືດໄດ້ 1800 ຊະນິດ. 
ໄດ້ນໍາໃຊ້ຂໍ້ມູນຂອງການສໍາຫຼວດກ່ຽວກັບພືດ ແລະ ຕົ້ນໄມ້ທີ່ເປັນຢາ ເພື່ອເປັນບ່ອນອີງໃນການພັດທະນາປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາໃຫ້ແກ່ ສປປ ລາວ (Lao Herbal Pharmacopoeia) ແລະ ພື້ນຖານເງື່ອນໄຂໃນການຂໍການສະໜັບສູນດ້ານງົບປະມານ ຈາກລັດຖະບານ ສປ ຈີນ ເພື່ອຊ່ວຍພັດທະນາປຶ້ມມາດຕະຖານຢາພື້ນເມືອງ ລາວ ຫຼື ປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາໃຫ້ແກ່ ສປປ ລາວ (Lao Herbal Pharmacopoeia) ແລະ ໄດ້ສະໜັບສະໜູນດ້ານງົບປະມານໃຫ້ແກ່ສະຖາບັນການແພດ ແລະ ການຢາພື້ນເມືອງຕໍ່ການເກັບຕົວແບບພືດ ແລະ ຕົ້ນໄມ້ທີ່ເປັນຢາ ເພື່ອວິໄຈ ແລະ ຄົ້ນຄ້ວາສ້າງ ປຶ້ມດັ່ງກ່າວຈົນສໍາລັດໃນເບື້ອງຕົ້ນ.
ຜົນສໍາເລັດໃນການສ້າງປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາຂອງລາວ ເປັນບາດກ້າວທີ່ສໍາຄັນຫຼາຍ ໃນການຂະຫຍາຍມູນເຊື້ອ ລະຫວ່າງ ສປ ຈີນ ແລະ ລາວ ແລະ ທັງເປັນການເພີ້ມທະວີສາຍພົວພັນລະຫວ່າງ ນັກວິທະຍາສາດລາວ-ຈີນ ຕາມແນວທາງ ໜຶ່ງແຫຼວທາງໜຶ່ງເສັ້ນທາງ (One Belt One Road). ປຶ້ມປະທານຸກົມພືດ ແລະ ຕົ້ນໄມ້ທີ່ເປັນຢາໃຫ້ແກ່ ສປປ ລາວ (Lao Herbal Pharmacopoeia) ແມ່ນຈະນໍາໃຊ້ເປັນມາດຕະຖານໃນການຄົ້ນຄ້ວາ ແລະ ຜະລິດຢາພື້ນເມືອງ ຂອງ ສປປ ລາວ, ເປັນເອກະສານອ້າງອີງການພັດທະນາ ແລະ ການຜະລິດ ຜະລິດຕະພັນຢາພື້ນເມືອງສໍາເລັດຮູບທີ່ໄດ້ມາດຕະຖານ, ປອດໄພ, ເປັນຫຼັກສູດສິດສອນໃນລະດັບມະຫາວິທະຍາໄລ ແລະ ທັງເປັນການປະກອບສ່ວນເຂົ້າໃນການອະນຸລັກຊັບພະຍາກອນທໍາມະຊາດທີ່ເປັນຢາຂອງລາວ ໂດຍສະເພາະການປູກ ແລະ ຂະຫຍາຍພັນພືດທີ່ເປັນຢາ ທົດແທນການເອື່ອຍອີງແຕ່ການຂຸດຄົ້ນຈາກທໍາມະຊາດ.
 
 
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA