ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຄັ້ງທີ 31 ກ່ຽວກັບການຄຸ້ມຄອງວຽກງານດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ປະກາດໂດຍ: ພູປະສິດ ອຸດົມສິນ, ວັນທີ: 02/05/2019

ກອງປະຊຸມຄັ້ງທີ 31 ກ່ຽວກັບການຄຸ້ມຄອງວຽກງານດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ​ແລະ ບັນດາກອງ​ປະຊຸມ​ທີ່​ກ່ຽວຂ້ອງ (The 31th Meeting of the Traditional Medicines and Health Supplements Product Working Group (TMHS PWG) and itsrelated Meetings,  ທີ່ ສປປ ລາວເປັນເຈົ້າພາບໄດ້ເປີດຂຶ້ນໃນວັນທີ 2 ພຶດສະພາ 2019 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ຊຶ່ງໃຫ້ກຽດເປັນປະທານ ກ່າວເປີດພິທີກອງປະຊຸມໂດຍ ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ. ກອງປະຊຸມດັ່ງກ່າວແມ່ນດໍາເນີນໄປເປັນເວລາ 5 ວັນແຕ່ວັນທີ່ 29 ເມສາ ເຖິງ 3 ພຶດສະພາ 2019 ໂດຍມີແຂກເຂົ້າຮ່ວມຈາກ 10 ປະເທດສະມາຊິກອາຊຽນລວມທັງ ສປປ ລາວ, ນອກ​ນັ້ນ​ຍັງ​ມີ ກອງເລຂາອາຊຽນ, ສະມາຄົມເຄືອຄ່າຍຜູ້ປະກອບການຜະລິດຕະພັນເສີມສຸຂະພາບອາຊຽນ (ASEAN Alliance of Health Supplements Associations (AAHSA) ແລະ ສະມາຄົມ​ເຄືອ​ຄ່າຍ​ ອຸດສາຫະກໍາຢາພື້ນເມືອງອາຊຽນ(ASEAN Alliance of Traditional Medicine Industries (AATMI) ແລະ ຜູ້ສັງເກດການຈາກພາກສ່ວນອຸດສາຫະກໍາຂອງບັນດາປະເທດອາຊຽນ ທັງໝົດ 117 ທ່ານ ເພື່ຶອຈັດຕັ້ງປະຕິບັດນະໂຍບາຍການຄ້າເສລີໃນຂົງເຂດອາຊຽນ ແລະ ຫຼຸດຜ່ອນສີ່ງກິດຂວາງທາງການຄ້າ ສະນັ້ນການໃສ່ໃຈດ້ານຄຸນນະພາບ, ປະສິດທິຜົນ ແລະ ຄວາມປອດໄພບົນຫຼັກການຂອງມາດຕະຖານທີ່ຮັບຮອງໄດ້ແມ່ນມີຄວາມສຳຄັນ. ສະນັ້ນເພື່ອເຮັດໃຫ້ມີຄວາມເຊື່ອມສານທາງດ້ານການຈັດຕັ້ງປະຕິບັດ, ການໃຊ້ລະບຽບການໃນຂົງເຂດອາຊຽນຈື່ງເປັນວຽກບຸລິມະສິດຈື່ງໄດ້ມອບໝາຍເປັນວຽກຂອງໜ່ວຍງານວິຊາການໃນແຕ່ລະດ້ານຊື່ງລວມທັງວຽກງານດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບໂດຍໄດ້ຈັດກອງປະຊຸມວິຊາການນີ້ຂື້ນມາຫຼາຍຄັ້ງນັບແຕ່ປີ 2004 ເປັນຕົ້ນມາ. ກອງປະຊຸມຄັ້ງນີ້ເປັນຄັ້ງທີ 31 ຊື່ງມີຈຸດປະສົງສະເພາະດັ່ງນີ້:

1.   ລາຍງານກ່ຽວກັບຜົນຂອງກອງປະຊຸມອາຊຽນຄັັ້ງທີ 30 ທີ່ຜ່ານມາຂອງໜ່ວຍງານວິຊາການດ້ານຢາພື້ນເມືອງ ແລະ

ຜະລິດຕະພັນເສີມສຸຂະພາບທີ່​ໄດ້ຈັດ​ຂຶ້ນລະຫວ່າງວັນທີ 29 ຕຸລາ-03 ພະຈິກ 2018 ທີ່​ປະ​ເທດ ອີນໂດເນເຊຍ.

2.  ປຶກສາ​ຫາລື​ ​ແລະ ເພື່ອສືບຕໍ່ປຶກສາຫາລືຄວາມເປັນເອກະພາບໃນການສ້າງເອກະສານລະບຽບການອາຊຽນ, ສ້າງຄວາມເຊື່ອມສານດ້ານການຄຸ້ມຄອງວຽກງານດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບໃນຂົງເຂດ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດທິດນຳອາຊຽນຢ່າງມີປະສິດທິຜົນ.

3.  ປຶກສາຫາລື ແລະ ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຄໍາ​ສັບ​ທີ່​ໃຊ້​ໃນ​ເອກະສານ​ສໍາຄັນ ​ເຊັ່ນ ສັນຍາ​​ອາ​ຊຽນກ່ຽວກັບຂອບ​ການ​ຄຸ້ມ​ຄອງ​ຢາ​ພື້ນ​ເມືອງ ​ແລະ ຜະລິດ​ຕະພັນ​ເສີມ​ສຸຂະພາບ; ປຶກສາ​ຫາລື​ກ່ຽວ​ກັບ​ການ​ຈັດ​ຕັ້ງປະ​ຕິບັດ​ສັນຍາ​ດັ່ງກ່າວ​ໃນ​ອະນາຄົດ​ ​ເມື່ອ​ສັນຍາ​ດັ່ງກ່າວ​ໄດ້​ຖືກ​ເຊັນ​ຮັບຮອງ​ເອົາ​ປະ​ເທດ​ສະມາຊິກ​ທັງ​ໝົດພ້ອມ​ທັງ​ໄລຍະ​ເວລາ​ທີ່​ສັນຍາ​ດັ່ງກ່າວ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຕັມ​ສ່ວນ​ຈາກ​ທຸກ​ປະ​ເທດ​ສະມາຊິກ.

4.  ລາຍງານກ່ຽວກັບພາລະບົດບາດສະບັບປັງປຸງຂອງ ACCSQ ແມ່ນໄດ້ຖືກຮັບຮອງຈາກກອງປະຊຸມ SEOM

ແລ້ວຊຶ່ງສອດຄ່ອງກັບຍຸດທະສາດການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ ຮອດປີ 2025 (AEC 

Blueprint) ແລະ ແຜນຍຸດທະສາດ2025 -2026 ຂອງ ACCSQ.

5.  ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະນະ​ວິຊາ​ການ​ໃໝ່​ທີ່​ຈະ​ມາ​ເຮັດ​ໜ້າ​ທີ່​ແທນ​ຄະນະວິຊາການ​ທີ່​ຈະ​ໝົດ​ໜ້າ​ທີ່​ພາຍ​ຫຼັງ​ທີ່​ໄດ້​ມີ​ການ​ເຊັນ​ສັນຍາ.

6.  ລາຍ​ງານ​ການ​ດໍາ​ເນີນ​ການ​ຝຶກ​ອົບຮົມຂອງ​ແຕ່ລະ​ປະ​ເທດກ່ຽວ​ກັບຄູ່​ມື​ຫຼັກການ​ການ​ຜະລິດ​ທີ່​ດີ​ສໍາລັບ​ຢາ​ພື້ນ​ເມືອງ ​ແລະ ຜະລິດ​ຕະພັນ​ເສີມ​ສຸຂະພາບອາ​ຊຽນສໍາລັບ​ສະ​ໄໝ​ທີ 2 ວາລະ 5 (Phase 2 Session 5).

ໃນວາລະກ່າວເປີດກອງປະຊຸມດັ່ງກ່າວ ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄັ້ງນີ້, ຊຶ່ງ ສປປ ລາວໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການຄຸ້ມຄອງວຽກງານດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບອາຊຽນຄັ້ງນີ້ເປັນຄັ້ງທີ 31 ແລ້ວ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳ​ເລັດຂອງກອງປະຊຸມຄັ້ງທີ 30 ທີ່ຜ່ານມາທີ່​ໄດ້​ຈັດ​ຂຶ້ນຢູ່  Yokyakarta ປະເທດອິນໂດເນເຊຍ, ທ່ານຍັງໄດ້ກ່າວຕື່ມວ່າ: ວຽກ​ງານ​ຄຸ້ມ​ຄອງ​ ດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ​ເປັນໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຂະ​ແໜງ​ສາທາລະນະ​ສຸກ ​ເຊິ່ງ​ໄດ້​ມີ​ຫຼາຍ​ໜ້າ​ວຽກ​ເປັນ​ສິ່ງ​ທີ່​ທ້າ​ທາຍ ​ແລະ ຮີບ​ຮ້ອນ​ໃຫ້​ມີ​ລະບົບ​ການ​ຄຸ້ມ​ຄອງ​ດ້ານ​ນີ້​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ເປັນ​ເອກະ​ພາບ​ກັນ. ປະຈຸບັນໃນປະເທດສະມາຊິກອາຊຽນໄດ້ມີການຜະລິດຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບແມ່ນ​ມີ​ທ່າ​ອ່ຽງຂະຫຍາຍນັບ​ມື້​ຫຼາຍ​ຂຶ້ນ. ສະ​ນັ້ນ ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ມາດຕະຖານ​ເພື່ອ​ຄວບ​ຄຸມດ້ານ​ຄຸນ​ນະພາ​ບ​ໃຫ້​ສອດຄ່ອງກັບ​ພາກ​ພື້ນ ​ແລະ ສາກົນ ໂດຍຜ່ານຄະນະກຳມະການວິທະຍາສາດ​ດ້ານ​ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ແກ່​ຜູ້​ຊົມ​ໃຊ້.

ກອງປະຊຸມກ່ຽວກັບວຽກງານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບນີ້ແມ່ນໄດ້ຈັດຂື້ນຜ່ານມາແລ້ວ 30ຄັ້ງ ຊື່ງ ສປປ ລາວໄດ້ຮັບກຽດເປັນເຈົ້າພາບມາໄດ້ 2 ຄັ້ງແລ້ວເຊັ່ນ: ຄັ້ງທີ I ວັນທີ 21-25 ພະຈິກ 2010(The 14th ACCSQ-TMHSPWG), ຄັ້ງທີ II ວັນທີ 10-14/11/2014(The 22th ACCSQ-TMHSPWG) . ຄັ້ງນີ້ເປັນຄັ້ງທີ III ທີ່ ສປປ ລາວເປັນເຈົ້າພາບແມ່ນກອງປະຊຸມ ກ່ຽວກັບການຄຸ້ມຄອງວຽກງານດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບຄັ້ງທີ 31. ໃນວາລະຂອງກອງປະຊຸມດັ່ງກ່າວຍັງປະກອບມີກອງປະຊຸມກ່ຽວຂ້ອງອີກຈຳນວນໜຶ່ງ ເຊິ່ງຈັດຂຶ້ນກ່ອນໜ້າ 3 ວັນທີ່ກອງປະຊຸມໃຫຍ່ຂອງຄະນະກໍາມະການສະ​ເພາະ​ກິດກ່ຽວ​ກັບວຽກງານ​​ຄຸ້ມ​ຄອງ​ຢາ​ພື້ນ​ເມືອງ ​ແລະ ຜະລິດ​ຕະພັນ​ເສີມ​ສຸຂະພາບອາຊຽນຈະຈັດຂຶ້ນເຊັ່ນ:

1.   ກອງປະຊຸມຄັ້ງ​ທີ່ 28 ຂອງ​ກໍາມະການ​ສະ​ເພາະ​ກິດກ່ຽວ​ກັບ​ຂອບ​​ຄຸ້ມ​ຄອງ​ຢາ​ພື້ນ​ເມືອງ ​ແລະ ຜະລິດ​ຕະພັນ​ເສີມ​ສຸຂະພາບ (The 28th Task Force on ASEAN Regulatory Framework for TMHS (TFRF).

2.  ກອງປະຊຸມຄັ້ງ​ທີ 28 ຂອງ​ກໍາມະການ​ສະ​ເພາະ​ກິດ​ກ່ຽວ​ກັບ​ຫຼັກ​ການ​ການ​ຜະລິດ​ທີ່​ດີ (The 28th  TMHS Good Manufacturing Practice (GMP) Task Force).

3.  ກອງ​ປະຊຸມ​ຄັ້ງ​ທີ 35 ຂອງ​ຄະນະກໍາການ​ດ້ານ​ວິທະຍາສາດອາ​ຊຽນກ່ຽວ​ກັບ​ຢາ​ພື້ນ​ເມືອງ ​ແລະ ຜະລິດ​ຕະພັນ​ເສີມ​ສູ​ຂະ​ພາບ (The 35th ASEAN TMHS Scientific Committee (ATSC) Meeting).

4.  ກອງ​ປະຊຸມ​ຂອງ​ຫົວໜ້າ​ຄະນະ​ຜູ້​ແທນ (The TMHS PWG HOD Meeting).

ຄາດ​ຄະ​ເນ​ຜົນ​ທີ່​ຈະ​ໄດ້​ຮັບ​ຈາກ​ກອງ​ປະຊຸມ​ຄັ້ງ​ນີ້ຈະ​ໄດ້​:

  ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກງານໜ່ວຍງານສະເພາະກິດຂອງອາຊຽນດ້ານຢາພື້ນເມືອງທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ແລະ ສົນທະນາແລກປ່ຽນ ຄວາມຄືບໜ້າເຊັ່ນ: ແຜນການອໍານວຍຄວາມສະດວກໃຫ້ແກ່ ພາກພື້ນ ໃນການສົ່ງເສີມ ແລະ ເຊື່ອມໂຍງ ຜະລິດຕະພັນຢາພື້ນເມືອງທີ່ປອດໄພ, ປະສິດທິພາບ ແລະ ຄຸນນະພາບ ເຂົ້າໃນລະບົບຮັກສາສຸຂະພາບຂອງຊາດ; ແຜນງານສົ່ງເສີມການນໍາໃຊ້ຢາພື້ນເມືອງ ເຂົ້າໃນຕາໜ່າງຮັກສາສຸຂະພາບຂັ້ນຕົ້ນ; ແຜນງານສ້າງຄວາມເຂັ້ມແຂງກ່ຽວກັບຄວາມຮູ້ດ້ານຢາພື້ນເມືອງຜູ້ສະໜອງການບໍລິການ ຫລື ແພດໝໍໂດຍຜ່ານການອົບຮົມ ດ້ານການນໍາໃຊ້ຢາພື້ນເມືອງ; ແຜນງານການສ້າງຄວາມອາດສາມາດຂອງປະເທດສະມາຊິກກ່ຽວກັບ ການຄົ້ນຄວ້າດ້ານປະສິດທິພາບ ຄວາມປອດໄພ ແລະ ຄຸນນະພາບຂອງຢາພື້ນເມືອງ ເຊິ່ງບັນດາກິດຈະກໍາຕ່າງໆ ລະອຽດ ຂອງແຜນງານເຫລົ່ານີ້ ໄດ້ຍົກຂຶ້ນມາສະເຫນີໂດຍບັນດາປະເທດນໍາພາ ແລະ ເອກະສານອື່ນໆ ທີ່ໄດ້ກໍາລັງພັດທະນາໂດຍປະເທດທີ່ໄດ້ຮັບມອບໝາຍ ເພື່ອຄວາມເປັນເອກະພາບ.

 ສໍາລັບ ວຽກງານພັດທະນາດ້ານຢາພື້ນເມືອງ ຢູ່ ສປປ ລາວ  ແມ່ນໄດ້ຮັບຄວາມເອົາໃຈໃສ່ຈາກ ລັດຖະບານ ເປັນຕົ້ນມາ ໂດຍສະເພາະວຽກງານຢາພື້ນເມືອງ ແມ່ນໄດ້ເປັນອົງປະກອບໜຶ່ງທີໄດ້ລະບຸຢູ່ໃນນະໂຍບາຍແຫ່ງຊາດດ້ານຢາ.​ ກະຊວງສາທາລະນະສຸກ ໄດ້ກໍານົດຍຸດທະສາດຍາວນານກ່ຽວກັບວຽກງານຢາພື້ນເມືອງໂດຍສະເພາະ ການພັດທະນາຜະລິດຕະພັນຢາພື້ນເມືຶຶອງ ໃຫ້ມີຄຸນນະພາບ ປະກອບສ່ວນເຂົ້າໃນຕາໜ່າງການບໍໍລິການສາທາລະນະສຸກແຕ່ລະຂັ້ນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA