ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 137 ປີ (01/05/1886-01/05/2023) ; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 73 ປີ (01/06/1950-01/06/2023) ; ຊົມເຊີຍວັນແພດລາວ ຄົບຮອບ 58 ປີ (18/06/1965-18/06/2023) ; ຊົມເຊີຍວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 113 ປີ (13/07/1909-13/07/2023) ; ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2023) ; ຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ (15/08/1975-15/08/2023) ; ຊົມເຊີຍວັນຍຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23/08/1975-23/08/2023) ; LAO ENG   
 
 
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 19
 ມື້ນີ້ 26
 ມື້ວານນີ້ 2,260
 ເດືອນນີ້ 12,913
 ເດືອນແລ້ວນີ້ 46,722
 ປີນີ້ 213,818
 ປີກາຍນີ້ 167,903
 ທັງໝົດ 818,461
   
 
ການກ້າວເຂົ້າປະຊາຄົມເສດຖະກິດອາຊຽນ ສຳລັບວຽກງານອຸປະກອນການແພດ ຂອງ ສ ປປ ລາວ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/09/2015

ສະເໜີໂດຍ: ບຸນຊູ ແກ້ວຫາວົງ

ຫົວໜ້າພະແນກຄຸ້ມຄອງຢາຫຼວງ,

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ 

ພາຍໃຕ້ຄຳຂວັນຂອງ ອາຊຽນ “One community One destiny/ປະຊາຄົມຫນຶ່ງດຽວ ເປົ້າຫມາຍ ອັນດຽວກັນ“ ຈິ່ງຈຳເປັນຕ້ອງມີຄວາມພ້ອມໃນທຸກດ້ານເພື່ອໃຫ້ມີການເຊື່ອມສານໃນທຸກຂົງເຂດວຽກງານ  ບໍ່ວ່າ ດ້ານການ ເມືອງ ແລະ ຄວາມຫມັ້ນ ຄົງ, ດ້ານ ວັດທະນະທຳ - ສັງຄົມ ແລະ ດ້ານເສດຖະກິດ ເຊິ່ງເປັນ 3 ເສົາຄ້ຳ ໃນຂົງເຂດການ​ຮ່ວມ​ມືອາຊຽນ.

ສຳລັບການເຊື່ອມສານໃນຂົງເຂດເສດຖະກິດ ໄດ້ເນັ້ນໃສ່ການຮັບປະກັນ ແລະ ສ້າງໃຫ້ໄດ້ ມາດຕະຖານ ແລະ ຄຸນນະພາບ ຈາກນັ້ນຈິ່ງໄດ້ສ້າງ ຄະນະກຳມະການທີ່ປຶກສາອາຊຽນສຳລັບ ມາດຕະຖານ ແລະ ຄຸນນະພາບ “ACCSQ”  ຄະນະກຳມະການ ທີ່ປຶກສາ ອາຊຽນ ທາງດ້ານຄຸນນະພາບ ແລະ ມາດຕະຖານ ໄດ້ເຫັນດີສ້າງຕັ້ງຫນ່ວຍງານ ວິຊາການ ດ້ານອຸປະກອນການແພດອາຊຽນຂຶ້ນ, ເຊິ່ງໄດ້ຈັດກອງປະຊຸມ ວິຊາການຂຶ້ນ 2 ຄັ້ງຕໍ່ປີ, ເພື່ອສ້າງເງື່ອນໄຂ ໃຫ້ຕອບສະຫນອງ ຕາມມາດຖານຕະຫຼາດອັນດຽວຂອງ ກຸ່ມປະເທດອາຊຽນ.





 

ວຽກງານອຸປະກອນການແພດ ແມ່ນວຽກງານຫນື່ງ ທີ່ຈະຕ້ອງເອົາໃຈໃສ່ໃນການຄຸ້ມຄອງ ເພື່ອປົກປ້ອງ ສຸຂະພາບຂອງຜູ້ ນຳໃຊ້ໃຫ້ມີຄວາມປອດໄພ ​ແລະ​ ​ໃຊ້​ອຸປະກອນ​​ເຂົ້າ​ໃນ​ວຽກ​ງານ ບົ່ງມະຕິ ແລະ ​ປິ່ນປົວ​ສຸຂະພາບ​ໃຫ້​ໄດ້ຮັບຜົນ ທີ່ເພິ່ງພໍໃຈ. ໃນຂົງເຂດອາຊຽນໄດ້ວາງແຜນໃນການຄຸ້ມຄອງ ວຽກງານ ດ້ານນີ້ ໂດຍແນໃສ່ໃຫ້ມີລະບຽບການ ໃນການຄຸ້ມຄອງທີ່ໄດ້ປະຕິບັດຕາມ ຫຼັກການ ຂອງສາກົນ ແລະ ມີລະບົບ ການຂຶ້ນທະບຽນ ເຊິ່ງໄດ້ສ້າງ ທິດນຳອາຊຽນ ກ່ຽວກັບອຸປະກອນກອນແພດ ( ASEAN Medical Device Directive/AMDD)

ເພື່ອສົ່ງເສີມການຈັດຕັ້ງທິດນຳຂອງອາຊຽນ ດ້ານອຸປະກອນການແພດ ໃຫ້ເປັນຮູບປະທຳ ແຕ່ລະປະເທດ ຕ້ອງໄດ້ກະກຽມສ້າງລະບົບຄຸ້ມຄອງໃຫ້ ສອດຄ່ອງໂດຍສະເພາະ ດ້ານມາດຕະຖານ, ດ້ານນິຕິກຳ ແລະ ການບັງຄັບໃຊ້, ນອກນັ້ນການກໍ່ສ້າງບຸກຄະລາກອນ  ກໍ່ມີຄວາມຈຳເປັນ ເພື່ອໃຫ້ມີຄວາມສຳນານດ້ານການ ຄຸ້ມຄອງ ແລະ ການຜັນ ຂະຫຍາຍຈັດຕັ້ງປະຕິບັດ.  ຄຽງຄູ່ກັບທິດນຳດັ່ງກ່າວ ບັນດາເອກະສານດ້ານຫຼັກການ, ຄູ່ມືທີ່ກ່ຽວຂ້ອງກໍ່ໄດ້ສ້າງຂຶ້ນ ເຊັ່ນ:

  • ເອກະສານແນະນຳກ່ຽວກັບການຍື່ນຂຶ້ນທະບຽນອຸປະກອນການແພດ
  • ຂໍ້ຮຽກຮ້ອງທີ່ເປັນພື້ນຖານທາງດ້ານ ຄຸນະພາບ ແລະ ຄວາມປອດໄພຂອງອຸປະກອນການແພດ
  • ການຕິດຕາມຄຸນນະພາບຫຼັງການຈຳຫນ່າຍ (Post Marketing Surveillance) 
  • ຫຼັກການຈຳຫນ່າຍອຸປະກອນການແພດທີ່ດີ (Good Distribution Practice) 
  • ການກຳນົດ ແລະ ການຮັບຮູ້ມາດຕະຖານ ເພື່ອການເຊື່ອມສານ ທີ່ໃຊ້ໃນວຽກງານຜະລິດ - ຄຸ້ມຄອງ ອຸປະກອນການແພດ  

ສະເພາະຢູ່ ສ ປປ ລາວ ອຸປະກອນການແພດທີ່ນຳໃຊ້ໃນຕະຫນ່າງສາທາລະນະສຸກໂດຍລວມ ແມ່ນການ ນຳເຂົ້າເປັນສ່ວນໃຫຍ່ ເຊິ່ງໃນແຕ່ລະປີມູນຄ່າການນຳເຂົ້າອຸປະກອນການແພດມີ ປະມານ 6,000,000 - 8,000,000 ໂດລາສະຫະລັດ ແຫຼ່ງທີ່ມາຂອງອຸປະກອນເລົ່ານັ້ນນຳມາຈາກບັນດາປະເທດ ໃນຂົງເຂດເອີຣົບ, ອາເມລິກາ ແລະ ພາກພື້ນອາຊີເປັນຕົ້ນ ເຊິ່ງຕົ້ນກຳເນີດຂອງຜະລິດຕະພັນແມ່ນ ບັນດາ ປະເທດທີ່ຈັດຕັ້ງປະຕິບັດລະ ບຽບການຄຸ້ມຄອງຕາມຫຼັກການຂອງສາກົນ ທີ່ມີຄວາມຮັບປະກັນດ້ານຄຸນນະພາບ.

ຢູ່ ສ ປປ ລາວ ເຖິງແມ່ນວ່າມີໂຮງງານ ອຸປະກອນການແພດຈຳນວນຫນ້ອຍຫນຶ່ງ ທີ່ເປັນຜະລິດຕະພັນທີ່ມີ ຄວາມສ່ຽງລະດັບຕ່ຳ ຫາປານກາງກໍ່ມີຄວາມຈຳເປັນ ຕ້ອງເອົາໃຈໃສ່ໃນການຄຸ້ມຄອງ ເພື່ອຄວາມປອດໄພ ຂອງຜູ້ຊົມໃຊ້. ການຄຸ້ມຄອງດັ່ງກ່າວຍັງຕ້ອງເນັ້ນໃສ່ການ ນຳເຂົ້າເປັນຕົ້ນຕໍ ເຊິ່ງໃນປະຈຸບັນຍັງບໍ່ທັນມີການ ຂຶ້ນທະບຽນອຸປະກອນການແພດ ຕາມທິດນຳຂອງອາຊຽນດ້ານອຸປະກອນ ການແພດ ແຕ່ ບາງເອກະສານທີ່ສຳຄັນເພື່ອຢັ້ງຢືນເຖິງຄວາມປອດໄພຕ້ອງແຈ້ງຕໍ່ເຈົ້າຫນ້າທີ່ຄຸ້ມຄອງ ຂະແຫນງການ ສາທາລະນະສຸກ (ກົມອາຫານ ແລະ ຢາ).

 ນັບແຕ່ຕົ້ນປີ 2015 ການຈັດຕັ້ງປະຕິບັດທິດນຳຂອງອາຊຽນດ້ານອຸປະກອນການແພດ ໃນບັນດາປະເທດ ສະມາຊິກອາຊຽນ ຕ້ອງນຳເປັນເຄື່ອງມືດ້ານນິຕິກຳໃນການຄຸ້ມຄອງ ແລະ ເນັ້ນໃສ່ຫຼັກການການຄ້າ ເສເລໃນຂົງເຂດ. ການຄຸ້ມຄອງ ອຸປະກອນການແພດ ແມ່ນໄດ້ຖືເປັນບັນຫາສຳຄັນ ໃນຂົງເຂດສາທາລະນະສຸກ ເຊິ່ງ ບັນດາອຸປະກອນການແພດ ມີຄວາມຈຳເປັນນຳໃຊ້ເຂົ້າໃນວຽກງານການປິ່ນປົວ, ບົ່ງມະຕິພະຍາດ ແລະ ຟື້ນຟູ ຫນ້າທີ່ການ, ສະນັ້ນເພື່ອເຮັດໃຫ້ອຸປະກອນການແພດມີຄຸນນະພາບດີ, ມີຄວາມປອດໄພ ແລະ ສອດຄ່ອງກັບ ຄວາມຕ້ອງການນຳໃຊ້ ຈິ່ງມີຄວາມຈຳເປັນເອົາໃຈໃສ່ຄຸ້ມຄອງ ໂດຍສະເພາະ ເຈົ້າຫນ້າທີ່ຂອງລັດ ມີຄວາມ ຈຳເປັນຕ້ອງສ້າງນະໂຍບາຍ, ຍຸດທະສາດ ຮອບດ້ານກ່ຽວກັບອຸປະກອນການແພດ ໃນລະດັບຊາດ ກໍ່ ຄືໃນຂົງ ເຂດພາກພື້ນ ແລະ ສາກົນ.

ພາຍ​ໃຕ້​ຫນ່ວຍ​ງານ​ດັ່ງກ່າວໄດ້​ສ້າງ​ທິດ​ນຳ​ກ່ຽວກັບອຸປະກອນການແພດອາ​ຊຽນຂຶ້ນ​ ສຳລັບ ສ ປປ ລາວ​ແມ່ນ​ໄດ້​ຮັບ​ການ​ຢັ້ງຢືນ​ຮັບຮອງ​ການຈັດຕັ້ງປະຕິບັດ /​ໃຫ້​ສັດຕະຍາບັນ ​ແລ້ວ​ໃນ​ຄັ້ງວັນ​ທີ 25/05/2015 ​ໂດຍແນ​ໃສ່​ໃຫ້​ມີການ ຄຸ້ມຄອງ ຕາມ​ມາດຕະຖານ ເພື່ອປົກປ້ອງ ສຸຂະພາບຂອງຜູ້ນຳໃຊ້ໃຫ້ມີຄວາມ ປອດໄພ ​ແລະ​ ​ໃຊ້​ອຸປະກອນ ​​ເຂົ້າ​ໃນ​ວຽກ​ງານ ບົ່ງມະຕິພະຍາດ, ​ປິ່ນປົວ​ສຸຂະພາບ ແລະ ຟື້ນຟູຫນ້າທີ່ການ ​ໃຫ້​ໄດ້ຮັບຜົນ ທີ່ຫນ້າເພິ່ງພໍໃຈ.

           ການຂຶ້ນທະບຽນອຸປະກອນການແພດແມ່ນການຄຸ້ມຄອງກ່ອນການຈຳຫນ່າຍ ເຊິ່ງໃນປະຈຸບັນ ກົມອາ ຫານ ແລະ ຢາ, ກະຊວງສາທາລະນະສຸກກຳລັງຮ່າງ ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນອຸປະກອນ ການແພດ ເຊິ່ງລະບຽບຫຼັກການແມ່ນແນໃສ່ຄວາມກົມກຽວ ແລະ ເຊື່ອນສານກັບບັນດາປະເທດໃນກຸ່ມອາຊຽນ.

ເປົ້າຫມາຍການສ້າງຄວາມພ້ອມໃນຂົງເຂດອຸປະກອນການແພດ ມີຫຼາຍຫນ້າວຽກທີ່ຕ້ອງປະຕິບັດ ເຊັ່ນ:

- ການເຜີຍແຜ່ລະບຽບຫຼັກການຂອງອາຊຽນໃຫ້ແກ່ຜູ້ປະກອບການ ດ້ານອຸປະກອນການແພດ

- ສ້າງແຜນວຽກເປັນອັນລະອຽດ ແລະ ລະດົມການມີສ່ວນຮ່ວມກັບບັນດາການຈັດຕັ້ງກ່ຽວຂ້ອງຂອງລັດ

- ສ້າງລະບຽບຫຼັກການຄຸ້ມຄອງ ຫຼື ບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ເປັນອັນສະເພາະຂອງ ສ ປປ ລາວ

- ເອົາໃຈໃສ່ຕໍ່ການສ້າງບຸກຄະລາກອນ ແລະ ພັດທະນາຂີດຄວາມສາມາດໃຫ້ແກ່ພະນັກງານຄຸ້ມຄອງແຕ່ລະຂັ້ນ

-  ເອົາໃຈໃສ່ດ້ານການປະສານງານຢ່າງຕໍ່ເນື່ອງກັບບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາໃນ ລະດັບສາກົນ.

 
ແຫລ່ງທີ່ມາ:
   
         
ID ຊື່ຜະລິດຕະພັນ ໂຮງງານຜູ້ຜະລິດ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ຈາກໂຮງງານ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ໂດຍສູນວິເຄາະລະບາດວິທະຍາ ເລກທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ວັນທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ບໍລິສັດນຳເຂົ້າ ຮູບພາບ ແລະ ວິທີການນໍາໃຊ້
1Sure Status COVID-19 Antigen Card Test (Nasopharyngeal Swab)Premier Medical Corporation Private Limited (India)ຄວາມໄວ 94.4% (Sensitivity), ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0101/11/2021ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
2Panbio COVID-19 Ag Rapid Test Device (Nasal)Abbott Rapid Diagnostic Jena GmbH (Germany) ຄວາມໄວ 98.1% (Sensitivity) ຄວາມຈຳເພາະ 99.8% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0201/11/2021ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດPREVIEW
3Standard Q COVID-19 Ag Test (Nasopharyngeal Swab)SD Biosensor, Inc (Korea)- ທົດສອບໃນປະເທດເຢຍລະມັນ ຄວາມໄວ 100% (Sensitivity) ຄວາມຈຳເພາະ 99.3% (Specificity), ທົດສອບໃນປະເທດເຢຍບຣາຊີນ ຄວາມໄວ 95.9% (Sensitivity) ຄວາມຈໍາເພາະ 97.6% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0318/11/2021ບໍລິສັດ ເອັສເຄເອັນການຄ້າ ຂາອອກ-ຂາເຂົ້າຈຳກັດ ຜູ້ດຽວPREVIEW
4COVID-19 (SARS-CoV-2) Antigen Test Kit (Kolloidal Gold)Anhui DeepBlue Medical Technology,Co.,Ltd (China)ຄວາມໄວ 96.4% (Sensitivity)ຄວາມຈຳເພາະ 99,8% (Specificity)ບໍ່ໄດ້ທົດສອບຄືນEUA-02-0722/02/2022ບໍລິສັດ ພອນທິດາ ຂາເຂົ້າ - ຂາອອກPREVIEW
5Covid-19 Antigen CARD KitFosun Diagnostics (Shanghai) Co.,Ltd (China)ຄວາມໄວ 96.1% (Sensitivity) ຄວາມຈຳເພາະ 99,5% (Specificity)ບໍ່ໄດ້ທົດສອບຄືນEUA-02-0218/02/2022ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
6SARS-CoV-2 Rapid Antigen Test Kit (Colloidal Gold)Genrui Biotech Inc. (China)ຄວາມໄວ 98.13% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0418/02/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
7One Step Rapid Test, SARS-CoV-2 Rapid Antigen Test (Immunochromatograpphy Assay)Qingdao Hightop Biotech Co.,Ltd (China)ຄວາມໄວ 93% (Sensitivity) ຄວາມຈຳເພາະ 99% (Specificity)ບໍ່ໄດ້ທົດສອບຄືນEUA-02-0318/02/2022ບໍລິສັດ ເອັນເອັນຊີ ຟາກມາຈຳກັດPREVIEW
8Sure Status COVID-19 Antigen Card Test (Home Test)Premier Medical Corporation Private Limited (India)ຄວາມໄວ 95% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0118/02/2022ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
92019-nCoV Antigen Test, W634P0009 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0622/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
102019-nCoV Antigen Test, W196P0010 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0522/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
11SARS-CoV-2 Antigen Test Kit (LFIA)Jiangsu Medomic Medical Technology Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0827/04/2022ບໍລິສັດ ດີເຄເອັດສເຮັດສ ລາວ ຈຳກັດ (DKSH)PREVIEW
122019-nCoV Antigen Rapid Test Cassette Anterior Nasal SwabBeijing Applied Biological Technologies Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0926/04/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
13SARS-CoV-2 Rapid Antigen Test Kit (Colloidal Gold Method)Nanjing Qiitianying Biotech Co., Ltdຄວາມໄວ 96,25% (Sensitivity) ຄວາມຈຳເພາະ 99% (Specificity)N/AEUA-02-1011/05/2022ບໍລິສັດ ຄ່າງອານອິນເຕີເນເຊີນນໍ ຂາເຂົ້າ ແລະ ຂາອອກ ຈຳກັດຜູ້ດຽວPREVIEW

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA