ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຢາຕ້ານເຊື້ອຈະໄດ້ຮັບການຕິດຕາມການຊົມໃຊ້ຢ່າງເຂັ້ມງວດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 20/06/2019

ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານຕິດຕາມການຊົມໃຊ້ຢາຕ້ານເຊື້ອໃນໂຮງໝໍ ໄດ້ເປີດຂື້ນໃນວັນທີ 18 ມິຖຸນາ 2019 ທີ່ ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງການຈັດອົບຮົມຄັ້ງນີ້ ແມ່ນ ເພື່ອອົບຮົມໃຫ້ແກ່ບັນດາພະນັກງານທີ່ການຢາທີ່ກ່ຽວຂ້ອງທັງສູນກາງ ແລະ ແຂວງ ກ່ຽວກັບວຽກງານການຄຸ້ມຄອງ ຄວາມປອດໄພຂອງຢາ ໂດຍສເພາະຢາຕ້ານເຊື້ອ. ຊຸດອົບຮົມຄັ້ງນີ້ ແມ່ນຈະໄດ້ດໍາເນີນເປັນເວລາ 5 ວັນ ໂດຍມີຄະນະຄູຝຶກທີ່ເປັນຊ່ຽວຊານຈາກ ອົງການອະນາໄມລໂກ.  ກອງປະຊຸມອົບຮົມ ໄດ້ໃຫ້ກຽດມີຄໍາເຫັນກ່າວເປີດ ໂດຍທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ມີ ທ່ານ Hensman, Roland Dilipkumar ຜູ້ຕາງໜ້າຈາກອົງການອະນາໄມໂລກ ປະຈຳລາວ ກໍ່ໄດ້ເຂົ້າຮ່ວມ. ຊຸດອົບຮົມດັ່ງກ່າວ ໄດ້ມີຜູ້ເຂົ້າຮ່ວມ ຈາກກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຄວບຄຸມພະຍາດຕິດຕໍ່, ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ, ຄະນະເພສັດສາດ, ໂຮງໝໍຂັ້ນສູນກາງ, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ຄະນະອຳນວຍການ, ຄະນະການຢາ ແລະ ວິຊາການການຢາໂຮງໝໍ ແລະ ຄະນະຂະແໜງອາຫານ ແລະ ຢາ ຈາກ 03 ແຂວງ (ແຂວງ ຫຼວງພະບາງ, ຄຳມ່ວນ ແລະ ຈຳປາສັກ) ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ລວມທັງໝົດ 44 ທ່ານ.

ທ່ານ Hensman, Roland Dilipkumar ໄດ້ກ່າວມີຄໍາເຫັນ ເຊິ່ງໄດ້ຍົກໃຫ້ເຫັນສະພາບການຂອງໂລກຕໍ່ກັບບັນຫາການເກີດເຊື້ອຈຸລະຊີບຕ້ານຕໍ່ຢາ (Antimicrobial Resistance (AMR)) ແລະ ວິທີການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະຍຸດທະສາດລວມຂອງໂລກທີ່ໄດ້ກໍານົດ 5 ຈຸດປະສົງຫຼັກ ຢູ່ໃນຂອງວຽງກງານເຊື້ອຈຸລະຊີບ ຕ້ານຕໍ່ຢາ. ທ່ານ ດຣ. ສົມທະວີ ຈາງວິສົມມິດ ໄດ້ຍົກໃຫ້ເຫັນບາງບັນຫາທີ່ສຳຄັນ ເພື່ອໃຫ້ຜູ້ເຂົ້າຮ່ວມໃນກອງປະຊຸມ ໄດ້ຮັບຮູ້ ແລະ ເຂົ້າໃຈ ວິທີການໃນຕິດຕາມການຊົມໃຊ້ຢາຕ້ານເຊື້ອ ໂດຍນໍາໃຊ້ວິທີວິທະຍາ ແລະ ການວັດແທກຂໍ້ມູນ ຕາມຄູ່ມືກ່ຽວກັບການເຝົ້າລະວັງໃນການໃຊ້ຢາຕ້ານເຊື້ອ ທີ່ທາງອົງການ ອະນາໄມໂລກ ໄດ້ພັດທະນາຂື້ນມາ ແລະ ຄູ່ມືໄດ້ຖືກແປເປັນພາສາລາວຮຽບຮ້ອຍແລ້ວ ໂດຍກົມອາຫານ ແລະ ຢາ. ຈຸດປະສົງຫຼັກ ຂອງວຽກງານຕິດຕາມການຊົມໃຊ້ຢາຕ້ານເຊື້ອນີ້ ກໍ່ແມ່ນເພື່ອ ໃຫ້ເຫັນໄດ້ເຖີງປະລິມານຂອງການຊົມໃຊ້ຢາຕ້ານເຊື້ອທັງໝົດເປັນປີຕໍ່ປີ ໃນລະດັບຊາດ. ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເຝົ້າລະວັງ      ການນໍາໃຊ້ຢາ ໂດຍສະເພາະແມ່ນຢາຕ້ານເຊື້ອ, ສາມາດຫຼຸດຜ່ອນອັດຕາການຕ້ານຂອງ ເຊື້ອຈຸລະຊີບຕໍ່ຢາຕ້ານເຊື້ອ ແລະ ອັດຕາການຕາຍຍ້ອນພະຍາດທີ່ບໍ່ມີຢາປິ່ນປົວໄດ້ ພ້ອມນີ້ກໍ່ເພື່ອຄວາມຍືນຍົງໃຫ້ແກ່ວຽກງານຄຸ້ມຄອງຢາຕ້ານເຊື້ອ ຮັບປະກັນໄດ້ທັງຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຂອງຢາ.

ວຽກງານເຊື້ອຈຸລະຊີບຕ້ານຕໍ່ຢາ ແມ່ນວຽກງານທີ່ກ້ວາງຂວາງຫຼາຍສົມຄວນ ຊຶ່ງມັນຕິດພັນກັບຫຼາຍພາກສ່ວນທີ່ເປັນເຈົ້າການຮັບຜິດຊອບຮ່ວມກັນ ດັ່ງຜູ້ເຂົ້າຮ່ວມທີ່ໄດ້ເຊີນມາໃນມື້ນີ້ ນອກນີ້ກໍ່ແມ່ນ: ຜູ້ປະກອບການກ່ຽວກັບຜະລິດ, ບໍລິສັດທີ່ເຮັດການນໍາເຂົ້າ, ບໍລິສັດຂາຍຍົກ, ຂາຍຍ່ອຍ ຕະຫຼອດເຖີງແພດໝໍທີ່ສະໜອງການບໍລິການປິ່ນປົວທັງພາກລັດ ແລະ ເອກະຊົນ ແລະ ຄົນເຈັບທີ່ນໍາໃຊ້ຢາຕ້ານເຊື້ອ.  ມາໃນປີ 2018 ກົມອາຫານ ແລະ ຢາ ແມ່ນໄດ້ແຕ່ງຕັ້ງຈຸດປະສານງານເພື່ອຕິດຕາມການຊົມໃຊ້ຢາຕ້ານເຊື້ອ ແລະໄດ້ລິເລີ້ມເກັບກຳຂໍ້ມູນຢາຕ້ານເຊື້ອຈາກນຳເຂົ້າ ແລະ ການຜະລິດພາຍໃນ ເຊີ່ງຢູ່ໃນຂັ້ນຕອນການກວດສອບຄວາມຖືກຕ້ອງຂອງຂໍ້ມູນ ເພື່ອຈະດຳເນີນວິເຄາະໂດຍ ນຳໃຊ້ແບບຕາຕະລາງຂອງອົງການອະນາໄມໂລກ ໃຫ້ເຫັນໄດ້ຂໍ້ມູນການຊົມໃຊ້ຢາຕ້ານເຊື້ອຕໍ່ມື້ ຈາກນັ້ນກໍ່ຈະໄດ້ ລາຍງານໃຫ້ຂັ້ນເທີງຊາບ ແລະ ຮັບຮອງ ຂໍ້ມູນລວມເບື້ອງຕົ້ນຂອງລະດັບຊາດ ແລ້ວລາຍງານຕໍ່ໃຫ້ແກ່ພາກພື້ນ ແລະ ສາກົນຕາມລຳດັບ.  ເຖີງຢ່າງໃດກໍ່ດີ ກໍ່ຍັງຕ້ອງການຂໍ່້ມູນການນຳໃຊ້ຢາຕ້ານເຊື້ອອັນລະອຽດເພີ້້ມເຕີມ ຈາກລະດັບຂັ້ນໂຮງໝໍ  ເພື່ອເປັນການສະໜັບສະໜູນໃຫ້ແກ່ວຽກງານຕິດຕາມ  ເຝົ້າລະວັງການຊົມໃຊ້ຢາ ແລະ ປະກອບສ່ວນໃນການວາງທິດທາງແຜນການປິ່ນປົວໃຫ້ຖືກຕ້ອງເໝາະສົມ.

  ສະນັ້ນ ພາຍຫຼັງສຳເລັດກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ໃຫ້ມີການລິເລີ້ມເກັບກຳຂໍ້ມູນການຊົມໃຊ້ຢາຕ້ານເຊື້ອ ຢູ່ສະຖານທີ່ບໍລິການສາທາລະນະສຸກ (ໂຮງໝໍຂັ້ນສູນກາງ ແລະ 3 ແຂວງເປົ້າໝາຍ (ຫຼວງພະບາງ, ຄຳມ່ວນ ແລະ ຈຳປາສັກ)). ໂດຍການລົງຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດຈາກກົມອາຫານ ແລະ ຢາ ແຕ່ລະໄລຍະ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA