ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຈັດກອງປະຊຸມ ຄະນະກຳມະການ ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ໃນຂົງເຂດອິນໂດ-ປາຊີຟິກ (Indo-Pacific Regulatory Strengthening Program Steering Committee and Forum (RSP)) ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ.
ປະກາດໂດຍ: ວ່າງຈື້ຊົ່ງ ຕົງນາມະວົງ , ວັນທີ: 03/10/2019

ໃນວັນທີ 12-13 ກັນຍາ 2019 ອົງການ ຄຸ້ມຄອງຄຸ້ມຄອງສິນຄ້າຜະລິດຕະພັນປິ່ນປົວ (Therapeutic Goods Authority Australia (TGA) ໂດຍຮ່ວມກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດກອງປະຊຸມ ຄະນະກຳມະການ ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ໃນຂົງເຂດອິນໂດ-ປາຊີຟິກ  (Indo-Pacific Regulatory Strengthening Program Steering Committee and Forum (RSP)) ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສົນທະນາແລກປ່ຽນຂໍ້ມູນຂາວສານ ໂດຍສະເພາະຜົນສໍາເລັດ ເພື່ອສ້າງຄວາມເຂົ້າໃຈເພີ້ມຕື່ມ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ວິທີການວັດແທກຜົນສໍາເລັດວຽກງານໂຄງການດັ່ງກ່າວ, ທິດທາງແຜນການໃນຕໍ່ໜ້າ ທາງດ້ານວິໄສທັດ ແລະ ກິດຈະກຳຂອງບັນດາປະເທດ ພາຍໃຕ້ໂຄງການ RSP ແລະ ສ້າງຄວາມເຂົ້າໃຈ ເພື່ອກະກຽມຄວາມພ້ອມໃນການຮັບປະກັນດ້ານຢາ ແລະ ອຸປະກອນການແພດ ທີ່ຈຳເປັນພື້ນຖານທີ່ຈະນຳເຂົ້າມານຳໃຊ້ ແລະ ຂື້ນທະບຽນ ໃນບັນດາປະເທດຂອງພາກພື້ນນີ້ ເພື່ອສົ່ງເສີມການປະສານງານຂອງປະເທດສະມາຊິກ ໃນວຽກງານເສີມສ້າງຄວາມເຂັ້ມແຂງທາງດ້ານລະບຽບການ, ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບ ການສະໜັບສະໜູນຂອງ ອົງການ TGA.

ໃຫ້ກຽດກ່າວເປີດກອງປະຊຸມໃນຄັ້ງນີ້ໂດຍມີ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານຮອງສາດສະດາຈານ ທ່ານ John Skerritt, Australia Department of Health ແລະ ທ່ານ Robin Davies, Head of Centre, Centre for Health Security. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ ທີ່ມາຈາກ 6 ປະເທດສະມາຊິກ ທີ່ມາຈາກ ປະເທດ ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມຽນມ້າ, ປາປົວນິວກີນີ ແລະ ສສ ຫວຽດນາມ ແລະ ໄທ ໃນນາມປະເທດສັງເກດການ. 

ເປົ້າໝາຍຂອງໂຄງການດັ່ງກ່າວນີ້ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ ເພື່ອເສີມສ້າງວຽກງານດ້ານການເຂົ້າເຖີງຢາ ແລະ ຜະລິດຕະພັນການແພດທີ່ມີຄວາມປອດໄພ ແລະ ມີປະສິດທິພາບ ດ້ວຍວິທີການປັບປຸງການປະຕິບັດລະບຽບຫຼັກການ ແລະ ການຮ່ວມມືປະສານງານກັນໃນຂົງເຂດພາກພື້ນ. ກົມການຄ້າ ແລະ ການຕ່າງປະເທດຂອງປະເທດອົດສະຕາລີ ໂດຍຜ່ານໂຄງການປະກັນສຸຂະພາບ ໄດ້ຮ່ວມກັບ ຫ້ອງການ      ຄຸ້ມຄອງຜະລິດຕະພັນສຸຂະພາບ (TGA) ໃນການພັດທະນາວຽກງານດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່      ຄຸ້ມຄອງດ້ານຢາ ແລະ ຜະລິດຕະພັນການແພດ (RSP) ໃນໄລຍະເວລາ 4 ປີ (ກາງປີ 2018 ເຖີງ ກາງປີ 2022). 

ພາຍໃຕ້ໂຄງການດັ່ງກ່າວນີ້ ສປປ ລາວ ກໍ່ຄືກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ສະເໜີຂໍການສະໜັບສະໜູນຊ່ວຍ ເຫຼືອ ດ້ານວິຊາການຈາກອົງການ TGA ແລະ APLMA ໃນວຽກງານບູລິມະສິດ ​ຂົງ​ເຂດ​ວຽກ​ງານ​ຄຸ້ມ​ຄອງ​ດ້ານ​ຢາ​ທີ່​ເພື່ອສ້າງ​ຄວາມ​ເຂັ້ມ​ແຂງໃຫ້ແກ່ວຽກງານດັ່ງກ່າວ ເປັນຕົ້ນ: ວຽກການປະເມີນເອກະສານຂໍອະນຸຍາດຈົດທະບຽນ (Pre-Market/screening and Dossier Review); ການອອກອະນຸຍາດຈົດທະບຽນແບບຮີບດ່ວນ (Fast Track registration); ການກວດກາພາຍຫຼັງອະນຸຍາດ (Post-Market surveillance and Laboratory support) ວຽກງານຕິດຕາມຜົນສະທ້ອນຈາກການນໍາໃຊ້ຢາ (Pharmacovigilance); ແລະ ວຽກງານຂໍ້ມູນຂ່າວສານດ້ານອາຫານ ແລະ ຢາ (Information, Education and Communication).

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA