ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ປຶ້ມປະທານຸກົມພືດເປັນຢາຈະກາຍເປັນຄູ່ມືໃຫ້ນັກຄົ້ນຄ້ວາ
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 29/11/2019

ພິທີຖະແຫຼງຜົນສໍາເລັດຂອງການຈັດພິມ ແລະ ການມອບ-ຮັບປຶ້ມປະທານຸກົມພືດເປັນຢາຂອງລາວ ເຫຼັ້ມ I ໃຫ້ກະຊວງສາທາລະນະສຸກ ໂດຍສໍານັກງານຄຸ້ມຄອງການແພດ-ການຢາພື້ນເມືອງ ສປ ຈີນ ຈັດຂຶ້ນໃວັນທີ 18 ພະຈິກ 2019 ທີ່ກະຊວງສາທາລະນະສຸກ ກ່າວມອບໂດຍທ່ານ ມ້ຽວຈຽນຫົວ ປະທານສວນພຶກສາສາດພືດເປັນຢາ ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງ ກວາງຊີ ສປ ຈີນ ແລະ ກ່າວຮັບໂດຍທ່ານ ໂກສົນ ສໍສຸລິທົນ ຮອງຫົວໜ້າສະຖານບັນການແພດ ການຢາພື້ນເມືອງກະຊວງສາທາລະນະສຸກ ມີທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ເຢນ ຊູຈຽງ ຮອງຫົວໜ້າສໍານັກງານຄຸ້ມຄອງການແພດ ການຢາພື້ນເມືອງ ສປ ຈີນ ພ້ອມພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ.

ໃນພິທີຖະແຫຼງຜົນສໍາເລັດ ທ່ານ ຄໍາພອນ ພຸດທະວົງ ກ່າວວ່າ: ເດືອນ ພຶດສະພາ ປີ 2017 ໄດ້ມີບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຂອງ ລາວ ກັບ ຄະນະກໍາມະທິການສາທາລະນະສຸກ ແລະ ວາງແຜນຄອບຄົວ ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງ ກວາງຊີ ສປ ຈີນ ແລະ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖານບັນການແພດ ການກຢາພື້ນເມືອງ ຂອງລາວ ກັບສ່ວນ ພຶກສາສາດພືດທີ່ເປັນຢາ ຂອງ ເຂດປົກຄອງຕົນເອງ ຊົນເຜົ່າ ຈ້ວງ ກວາງຊີ ສປ ຈີນ ກ່ຽວກັບການຮ່ວມມືດ້ານການແພດ ການຢາພືນເມືອງ  ເຊິ່ງ ໄດ້ກໍ່ສ້າງບຸກຄະລາກອນທາງດ້ານ ການແພດ ການຢາພື້ນເມືອງ ຂອງລາວ ແລະ ການສໍາຫຼວດ ເກັບກໍາຂໍ້ມູນ ພືດທີ່ເປັນຢາ ແລະ ພູມປັນຢາດ້ານການຢາພື້ນເມືອງລາວ ແລະ ຜົນສໍາ ແມ່ນການສ້າງປຶ້ມປະທານຸກົມພືດທີ່ເປັນຢາ.

ທ່ານ ເຢນ ຊູຈຽງ ກ່າວວ່າ: ການລິການ ການແພດພື້ນເມືອງ ຂອງຈີນ ໄດ້ກວາມເອົາເຂດຫ່າງໄກສອກຫຼີກ ໃນທົ່ວປະເທດ ໃນປີ 2017 ສະຖານທີ່ບໍລິການການແພດພື້ນເມືອງ ມີທັງໝົດ 54,000 ແຫ່ງ ໃຫ້ການບໍລິການປິ່ນປົວຄົນເຈັບ 10,2 ຕື້ຄົນ ພ້ອມນີ້ ໄດ້ເສີມຂະຫຍາຍການນໍາໃຊ້ການແພດພື້ນເມືອງ ໃນການຮັກສາສູຂະພາຍ ປ້ອງກັນພະຍາດ ເສີມສຸຂະພາບ ການທ່ອງທ່ຽງ ແລະ ສະຫວັດດີການຂອງຜູ້ສູງອາຍຸ ມີປະສິດທິຜົນໃນການປ້ອງກັນພະຍາດ ຕິດເຊື້ອເຫັດຕາມເລັບຕີນມື, ພະຍາດເຮັດສໄອວີ ແລະ ພະຍາດຕິດຕໍ່ອື່ນໆ.

ດ້ານການຮ່ວມມື ເດືອນພະຈິກ 2006 ທ່ານ ທູດຈີນ ປະຈໍາ ສປປ ລາວ  ແລະ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮວມລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນ ເນື້ອໃນການຮ່ວມມືກວາມເອົາການປ້ອງກັນພະຍາດຕິດຕໍ່ ການກໍ່ສ້າງບຸກຄະລາກອນ ການແພດການຢາພື້ນເມືອງ ນອກນີ້ຄະນະຜູ້ແທນກະຊວງສາທາລະນະສຸກ ໄດ້ແລກປ່ຽນວຽກສາທາລະນະສຸກ ເປັນຕົ້ນ ເດືອນພະຈິກ 2011 ຄະນະຜູ້ແທນລາວໄດ້ເດີນທາງໄປເມືອງເຊິນຕູ ແຂວງ ເຊສວນ ເພື່ອຮ່ວມກອງປະຊຸມັຫນສູ່ສາກົນວິທະຍາສາດ ການແພດພື້ນເມືອງ ຄັ້ງທີ 3 ແລະ ເດືອນ ເມສາ 2013 ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດ ຈີນ-ອາຊຽນ ດ້ານການແພດການຢາພື້ນເມືອງ ຄັ້ງທີ 6 ແລະ ງານວາງສະແດງຜະລິດຕະພັນຢາພື້ນເມືອງໄດ້ຈັດຂຶ້ນຢູ່ ຢຸ້ຍຫຼິນ ແລະ ອື່ນໆ.


ການສ້າງປຶ້ມປະທານຸກົມພືດທີ່ເປັນຢາຂອງລາວ ເຫຼັ້ມໜຶ່ງ ແມ່ນອີງໃສ່ຂໍ້ມູນການສືບຄົ້ນພູມປັນຍາດ້ານການແພດ ແລະ ການຢາພື້ນເມືອງຂອງລາວ ທີ່ສືບທອດເປັນເວລາດົນນານ ຂອງປະຊາຊົນບັນດາເຜົ່າ, ຜ່ານການສຶກສາຄົນຄ້ວາໃນເບື້ອງຕົ້ນຂອງຊ່ຽວຊານທັງສອງຝ່າຍ ລາວ-ຈີນ ເຊິ່ງໄດ້ຄັດເລືອກເອົາພືດທີ່ມີການນໍາໃຊ້ຢູ່ ສປປ ລາວ ຈໍານວນ 160 ຊະນິດ, 40 ຕໍາລາ ສໍາລັບປິ່ນປົວພະຍາດທີ່ເກີດຂຶ້ນຕາມລະດູການເຊັ່ນ: ໄຂ້ຫວັດ, ກະເພາະ, ທ້ອງຖອກ-ທ້ອງບິດ, ໄຂ້ລໍາໄສ້ ແລະ ອັກເສບຄໍຊໍາເຮືອ. ປຶ້ມດັ່ງກ່າວ ແມ່ນເປັນຊັບສົມບັດທີ່ລໍ້າຄ່າອັນໜຶ່ງ ແຫ່ງພູມປັນຍາທາງດ້ານການແພດການຢາພື້ນເມືອງຂອງ ສປປ ລາວ ເຊິ່ງຈະເປັນພື້ນຖານໃຫ້ແກ່ການຄົ້ນຄ້ວາ, ພັດທະນາ ແລະ ນໍາໃຊ້ຊັບພະຍາກອນທີ່ເປັນຢາທີ່ອຸດົມສົມບູນ ໃຫ້ມີຄວາມຍືນຍົງ ແລະ ມີມາດຕະຖານດ້ານວິຊາການ.

ນອກຈາກພິທີຖະແຫຼງ ແລະ ມອບປຶ້ມແລ້ວ ສະຖານບັນການແພດການຢາພື້ນເມືອງຂອງລາວ ຍັງໄດ້ ຮ່ວມລົງນາມຂໍ້ຕົກລົງຮ່ວມມືກ່ຽວກັບມາດຕະຖານ ແລະ ເຕັກນິກການປົກປັກຮັກສາ ແລະ ການຂະຫຍາຍພັນພືດ.
 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA