ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການກຽມພ້ອມດ້ານວຽກງານພາລາທິການ ເພື່ອຕ້ານພະຍາດໂຄວິດ-19
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 31/03/2020

ປະຈຸບັນການລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຍັງນັບມື້ນັບເພີ່ມທະວີຄວາມຮຸນແຮງ ແລະ ມີການລະບາດເພີ້ມຂຶ້ນໃນແຕ່ລະວັນ. ປະຈຸບັນມີຜູ້ຕິດເຊື້ອໃນທົ່ວໂລກຈໍານວນ 781,441 ກໍລະນີ, ມີຜູ້ເສຍຊີວິດທັງໝົດ 37,587 ກ່ວາຄົນ, ສໍາລັບ ສປປ ລາວ ເຮົາ ກໍໄດ້ມີຜູ້ຕິດເຊື້ອ 9 ກໍລະນີ ແລະ ຍັງບໍ່ທັນມີຜູ້ເສຍຊີວິດ.


ເພື່ອກະກຽມໃຫ້ແກ່ການສູ້ຢັນກັບເຊື້ອພະຍາດດັ່ງກາວ, ພາຍຫຼັງທີ່ໄດ້ຮັບຂໍ້ມູນກ່ຽວກັບການລະບາດຂອງເຊື້ອ ໂກວິດ 19 ຢູ່ ເມືອງ ອູ່ຫັ້ນ ສປປ ຈີນ ໃນທ້າຍປີທີ່ຜ່ານມາ, ກະຊວງສາທາລະນະສຸກ ພາຍໃຕ້ການຊີ້ນໍາຂອງຄະນະນໍາກະຊວງສາທາລະນະສຸກ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບດ້ານວິຊາການສະເພາະ ເພື່ອປ້ອງກັນ, ຄວບຄຸມ, ໂຕ້ຕອບການລະບາດ ແລະ ການຄວບຄຸມກໍລະນີ ພະຍາດອັກເສບປອດຍ້ອນເຊື້ອຈຸລະໂຣກສາຍພັນໃໝ່ Corona Virus Disease 2019 (COVID-19) ໃນເດືອນກຸມພາ 2020. ຄະນະດັ່ງກ່າວກອບມີຄະນະຮັບຜິດຊອບຊີ້ນໍາລວມດ້ານວິຊາການ ແລະ ມີຫຼາຍໜ່ວຍງານວິຊາການທີ່ກ່ຽວຂ້ອງ ໄດ້ຮັບການແຕ່ງຕັ້ງຂຶ້ນ ແລະ ໃນນັ້ນໜ່ວຍງານ ພາລາທິການ, ແຜນການ ແລະ ການເງິນ ກໍ່ແມ່ນໜ່ວຍງານໜຶ່ງທີ່ນອນຢູ່ໃນຄະນະດັ່ງກ່າວ ເຊິ່ງມີບົດບາດໃນການກະກຽມຄວາມພ້ອມທາງດ້ານຢາ, ອຸປະກອນປ້ອງກັນ, ເຄື່ອງມືອຸປະກອນການແພດ ແລະ ອື່ນໆ ເພື່ອສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຄວບຄຸມ, ໂຕ້ຕອບການລະບາດ ແລະ ການຄວບຄຸມກໍລະນີພະຍາດດັ່ງກ່າວ. ວຽກງານພາລາທິການພາຍໃຕ້ການຊີ້ນໍານໍາພາຢ່າງໃກ້ສິດຂອງຄະນະຊີ້ນໍາລວມ ໄດ້ປະຕິບັດໜ້າທີຢ່າງຕັ້ງໜ້າ ໂດຍປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອສັງລວມໃຫ້ໄດ້ບັນດາຢາ,  ອຸປະ ກອນປ້ອງກັນ, ຄວບຄຸມ ແລະ ຄຸ້ມຄອງກໍລະນີ ແລະ ອຸປະກອນການແພດອື່ນໆທີກ່ຽວຂ້ອງທີ່ມີ ແລະ ຮ່ວາມປະຊຸມລາຍງານຕໍ່ການນໍາ ກ່ຽວກັບການມີ ແລະ ທີ່ຕ້ອງການ ເພື່ອກະກຽມຈັດຫາ ສະໜອງໃຫ້ພຽງພໍຕາມຄວາມຕ້ອງການ.


ມາຮອດປະຊຸມບັນ ສປປ ລາວ ກໍໄດ້ຮັບການປະກອບສ່ວນຊ່ວຍເຫຼືອທາງດ້ານອຸປະກອນປ້ອງກັນ ແລະ ເຄື່ອງມືການແພດ ຈາກຫຼາຍໆ ພາກສ່ວນ ເຊັ່ນ: ບໍລິສັດເອກະຊົນພາຍໃນ, ອົງການຈັດຕັ້ງສາກົນສາກົນ ເຊິ່ງເຄື່ອງດັ່ງກ່າວ ໄດ້ຖືກຈັດສັນ ເພື່ອສົ່ງໄປຍັງໂຮງໝໍສູນກາງ ແລະ ແຂວງ ສໍາລັບບຸກຄະລາກອນທາງການແພດ ໄດ້ນໍາໃຊ້ເຂົ້າໃນການປະຕິບັດວຽກງານຢ່າງທົ່ວເຖິງ. ການຊ່ວຍເຫຼືອ ຈາກພາຍໃນ ແລະ ຕ່າງປະເທດ ຍັງໄດ້ຮັບຢ່າງຕໍ່ເນື່ອງ ໂດຍສະເພາະການຊ່ວຍເຫຼືອຈາກ ສປ ຈີນ ໃນມູນຄ່າຫຼາຍລ້ານ ຢວນ ເຊິ່ງເຄື່ອງດັ່ງກ່າວ ໄດ້ຖືກຂົນສົ່ງເພື່ອເກັບຮັກສາໄວ້ຢູ່ສາງຊຽງດາ. ຢາ, ເຄື່ອງອຸປະກອນປ້ອງການ ແລະ ເຄື່ອງມືການແພດ ໄດ້ຮັບການໃຈ້ແຍກເກັບຮັກສາຢ່າງເປັນລະບົບ ແລະ ກະກຽມໃຫ້ແກ່ການແຈກຢາຍຕາມແຜນການແຈກຢາຍ. ປະຈຸບັນ, ເຖິງວ່າ ຈະໄດ້ຮັບການຊ່ວຍເຫຼືອ ແລະ ມີການຈັດຊື້ດ້ານອຸປະກອນກໍ່ຕາມ ແຕ່ພວກເຮົາຍັງມີຄວາມຕ້ອງການເຄື່ອງອຸປະກອນການແພດ ເປັນຈໍານວນຫຼາຍ ໂດຍສະເພາະ ຊຸດເຄື່ອງປ້ອງກັນ ສໍາລັບບຸກຄະລາກອນທາງການແພດ ເພື່ອປະຕິບັດວຽກງານ ປ້ອງກັນ, ຄວບຄຸມ, ໂຕ້ຕອບການລະບາດ ແລະ ການຄວບຄຸມກໍລະນີ ພະຍາດອັກເສບປອດຍ້ອນເຊື້ອຈຸລະໂຣກສາຍພັນໃໝ່ Corona Virus Desiease 2019 (COVID-19).


 
 
 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA