ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຄະນະເພສັຊສາດເລັ່ງຜະລິດເຈວລ້າງມື ເພື່ອປະກອບສ່ວນຕ້ານພະຍາດໂຄວິດ-19
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/04/2020

ຄະນະເພສັຊສາດເລັ່ງຜະລິດເຈວລ້າງມື ເພື່ອປະກອບສ່ວນຕ້ານພະຍາດໂຄວິດ-19

ກອງມະນີ ນາມມະວົງມີໄຊ

ມະຫາວິທະຍາ​ໄລ ວິທະຍາສາດ ສາທາລະນະ​ສຸກ (ມວສ) ​ໂດຍ​ສະ​ເພາະ​ແມ່ນ​ຄະນະ​ເພສັຊ​ສາດ​ກໍ່​ໄດ້​ປະກອບສ່ວນ​​ໃນ​ການ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ການລະບາດ​ຂອງ​ພະຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸລະ​ໂຣກ ສາຍ​ພັນ​ໃໝ່​ໂຄ​ວິດ-19​, ຊຶ່ງ​ທາງ​ຄະນະ​ເພສັຊສາດ​ໄດ້​ປຸງ​ແຕ່ງ​ເຈລລ້າງ​ມືສະໜອງ​ໃຫ້​ກະຊວງ​ສາທາລະນະ​ສຸກ​ໃນ​ໄລຍະ​ຜ່ານ​ມາ ​ມີ​ສອງ​ຂະໜາດ​ບັນຈຸ​ຄື: ຂະໜາດ​ບັນຈຸ 450g ຈຳນວນ 5.000 ກ່ອງ ​ແລະ ຂະໜາດ​ບັນຈຸ 50g ຈຳນວນ 3.​000 ຫຼອດ, ​ໃນປະຈຸ​ບັນ​ຄະນະ​ເພສັດ​ສາດ​ກໍ່​ກຳລັງ​ເລັ່ງໃສ່ການປຸງ​ແຕ່ງ​ເຈ​ລລ້າງ​ມື​ອີກ​ຕື່ມ ​ເພື່ອ​ສະໜອງ​ໃຫ້​ແກ່​ກະຊວງ​ສາທາລະນະ​ສຸກ ເພື່ອແຈກຢາໃຫ້ຕາໜ້າງການປິ່ນປົວໃຫ້ພຽງພໍ. ​ຄາດຄະ​ເນ​ວ່າ​ຈະ​ໃຫ້​ໄດ້ສະ ໜອງ​ໃນ​ເດືອນ​ເມສາ 2020ນີ້​ ໃນ​ຈຳນວນ 5.000 ກ່ອງ ​ແລະ 3.000 ຫຼອດ​ອີກ.​

ໃນ​ການ​ຜະລິດ​ເຈລລ້າງ​ມື​ແຕ່​ລະ​ຄັ້ງ​ທາງ​ຄະນະ​ທີ​ມງານ​ປຸງ​ແຕ່ງ​ແມ່ນ​ໄດ້​ນຳໃຊ້ວັດຖຸດິບເຫຼົ້າ (Ethyl Alcohol) ທີ່ມີຄຸນນະພາບ ເຂົ້າມາຜະລິດ ແລະ ມີການຄວບຄຸມທຸກຂະບວນຜະລິດ ແລະ ທົດສອບວັດແທກອົງສາ ເພື່ອຮັບປະກັນດ້ານຄຸນນະພາບ ແລະ ມີລະດັບອົງສາຂອງເຫຼົ້າທີ່ເໝາະສົມໃນການຂ້າເຊື້ອ. 

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA