ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການຕິດຕາມກວດກາຄຸນນະພາບ ເຫຼົ້າເຈລລ້າງມືຂ້າເຊື້ອ ແລະ ຜ້າອັດປາກ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 15/04/2020

ການ​ຕິດຕາມ​ກວດກາ​ຄຸນ​ນະພາ​ບ​

 

​ເຫຼົ້າເຈລລ້າງ​ມືຂ້າ​ເຊື້ອ ​ແລະ ຜ້າ​ອັດ​ປາກ

 

ບົດຂ່າວໂດຍ: ດຣ. ກອງມະນີ ນາມມະວົງມີໄຊ

ໃນທ້າຍ​ເດືອນ​ມີນາ​ ຫາ ຕົ້ນ​ເດືອນ​ເມສາ 2020 ນີ້ ກອງ​ກວດກາ​ອາຫານ ​ແລະ ຢາ ​ໄດ້ສົມທົບ​ກັບ​ກົມ​ອາຫານ ​ແລະ ຢາ, ກົມ​ຕຳຫຼວດ​ສິ່ງ​ແວດ​ລ້ອມ ​ແລະ ກົມ​ການ​ຄ້າ​ພາຍ​ໃນ ​ໄດ້​ລົງ​ເຄື່ອນ​ໄຫວຕິດຕາມ, ​ເກັບ​ຕົວຢ່າງ​ ​ເພື່ອກວດກາຄຸນ​ນະພາ​ບ​ເຫຼົ້າ​ເຈ​ລລ້າງ​ມື ​ແລະ ຜ້າ​ອັດ​ປາກ​ທີ່ຈໍລະ​ຈອນ ຈຳໜ່າຍ​ຢູ່​ນະຄອນຫຼວງ​ວຽງ​ຈັນ ລວມທັງ​ໝົດ 47 ຕົວຢ່າງ ​ໃນ​ນັ້ນ​ເກັບ​ຕົວຢ່າງ​ຈາກ​ຜະລິດ​ຕະພັນ​ພາຍ​ໃນ​ມີ 07 ຕົວຢ່າງ, ບໍລິສັດ​ການ​ຢາ 10 ຕົວຢ່າງ, ຮ້ານ​ຂາຍ​ຢາ​ເອກະ​ຊົນ 10 ຕົວຢ່າງ, ຮ້ານ​ຄ້າ ມິ​ນິມາກ 10 ຕົວຢ່າງ ​ແລະ ຂາຍ​ທາງ​ອອນ​ລາຍ 10 ຕົວຢ່າງ, ຊຶ່ງ​ຕົວຢ່າງ​ທັງ​ໝົດ​ແມ່ນ​ໄດ້​ສົ່ງ​ໄປ​ສູນວິ​ໄຈອາຫານ ​ແລະ ຢາ ​ເພື່ອ​​ວິ​ໄຈດ້ານ​ຄຸນ​ນະພາ​ບຂອງຜະລິດຕະພັນດັ່ງກ່າວ.

 ສໍາລັບ​ເຈລລ້າງ​ມື​ແມ່ນ​ວິ​ໄຈ​ຫາ​ປະລິມານ​ອົງສາເຫຼົ້າ (Alcohol) ​ແລະ ສານ Methanol ທີ່ີລະບຸ​ຢູ່​ໃນ​ສະຫຼາ​ກຂອງ​ຜະລິດ​ຕະພັນ, ​ຊຶ່ງໃນ​ປະ​ຈະ​ບັນ​ແມ່ນ​ຍັງ​ລໍຖ້າ​ຜົນການ​ວິ​ໃຈ​ ລາຍ​ລະອຽດ​ຂອງ​ຜົນ​ວິໃຈທາງ​ກົມ​ອາຫານ ​ແລະ ຢາ​ຈະ​ມີ​ແຈ້ງ​ການ​ອອກ​ເຜີຍ​ແຜ່​ສູ່​ສັງຄົມ​ຕື່ມ​ອີກ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA