ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ສຳມະນາ ກ່ຽວກັບການຂື້ນທະບຽນຢາ ພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ
ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 09/08/2020
ກອງປະຊຸມໄດ້ຈັດຂື້ນ ໃນວັນທີ 30-31 ກໍລະກົດ 2020  ທີ່ຫ້ອງປະຊຸມ ນາປ່າກວາງ ຣີສອດ, ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງເປັນກອງປະຊຸມສໍາມະນໍາ ຄັ້ງທຳອິດ. ພາຍໃຕ້ການເປັນປະທານ ໂດຍ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກກອງກວດກາ ອາຫານ ແລະ ຢາ, ສູນວິໃຈອາຫານ ແລະ ຢາ, ໂຮງງານຜະລິດຢາເລກ 2, ໂຮງງານຜະລິດຢາເລກ 3 ແລະ ໂຮງງານຜະລິດຢາ 104 ພອ້ມດວ້ຍ ຜູ້ເຂົ້າຮວ່ມ ຈາກພາກເອກະຊົນ ຈາກ ຫ້ອງປຸງແຕ່ງຢາພື້ນເມືອງ ແລະ ບໍລິສັດຂາອອກ-ຂາເຂົ້າແລະ ພະແນກການພາຍໃນກົມອາຫານ ແລະ ຢາ.  ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ລວມທັງໝົດ 45  ທ່ານ.
 
ຈຸດປະສົງຂອງກອງປະຊຸມສຳມະນາ  ແມ່ນ ໃຫ້ແກ່ບັນດາຜູ້ປະກອບການທີ່ດຳເນີນທຸລະກິດ ດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບໄດ້ຮັບຮູ້ເຖີງທິດນຳຂອງອາຊຽນ ເພື່ອກະກຽມຄວາມພ້ອມພາຍຫຼັງການທີ່ຮ່ວມການເຊັນລົງນາມຂໍ້ຕົກລົງ ຮັບຮູ້ເຊີ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດການຮຽກຮ້ອງການຂື້ນທະບຽນຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ.
 
ເຊີ່ງໃນວາລະກອງປະຊຸມໄດ້ ນໍາສະເໜີພາບລວມຂອງວຽກງານການຂື້ນທະບຽນຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ໃນທີ່ຜ່ານມາ ແລະ ທິດທາງຂ້າງໜ້າໃນການຈັດຕັ້ງປະຕິບັດຕາມທິດທາງຂອງອາຊຽນລວມເຖີງ ບັນດາລະບຽບການ, ບັນດາຄູ່ມືໃນການຮຽກຮ້ອງການຂື້ນທະບຽນຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ລວມເອົາ 5 ຄູ່ມືການຮຽກຮ້ອງຂື້ນທະບຽນຢາ ຂອງອາຊຽນຄື: 1. ຄູ່ມືຫຼັກການການຜະລິດຢາພື້ນເມືອງທີ່ດີ (GMP), 2. ຄູ່ມື ອາຊຽນກ່ຽວກັບການຄົງຕົວ ແລະ ອາຍຸຂອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, 3. ຄູ່ມື ອາຊຽນກ່ຽວກັບຂອບເຂດຈຳກັດ ຂອງສານປົນເປື້ອນຂອງຜະລິດຕະພັນ, 4. ຄູ່ມື ອາຊຽນກ່ຽວກັບການກ່າວອ້າງ ແລະ ພິສູດການກ່າວອ້າງ ແລະ 5. ຄູ່ມືແນະນໍາຂໍ້ຮຽກຮ້ອງກ່ຽວກັບສະຫຼາກສໍາລັບຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, ການຮຽກຮ້ອງໃຫ້ຈັດຕັ້ງປະຕິບັດ ກໍ່ເພື່ອ ການຮັບປະກັນຄຸນນະພາບ ປະສິດທິພາບ ແລະ ຄວາມປອດໄພ ຂອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບກ່ອນການຈຳໜ່າຍ ແລະ ການຊົມໃຊ້ ຂອງຜູ້ບໍລິໂພກ.
ຜົນໄດ້ຮັບຂອງກອງປະຊຸມສຳມະນາ ໃນຄັ້ງນີ້ ແມ່ນໄດ້ຮັບໝາກຜົນເປັນຢ່າງດີ ເຊີ່ງໄດ້ເຮັດໃຫ້  ຜູ້ເຂົ້າຮວ່ມ ແມ່ນໄດ້ຮັບຮູ້ ຂໍ້ມູນພື້ນຖານກ່ຽວກັບທິດທາງການຈັດຕັ້ງປະຕິບັດວຽກງານຢາພື້ນເມືອງ ແລະ ເພີ້ມຄວາມເຂົ້າໃຈຫຍີ່ງຂື້ນຂອງຜູ້ປະກອບການຕໍ່ບັນດາຄູ່ມືຮຽກຮ້ອງຂອງອາຊຽນ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມທິດນຳຂອງອາຊຽນໃນຂ້າງໜ້າ.
 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA