ໃນມື້ວັນທີ 20 ສິງຫາ 2020 ກົມອາຫານ ແລະ ຢາໄດ້ເປີດກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັບຜູ້ປະກອບການກ່ຽວກັບວຽກງານຈັດຊື້, ຈັດຫາ ແລະ ການສະໜອງ ຢາ-ອຸປະກອນການແພດໃນໄລຍະຜ່ານຂຶ້ນທີ່ ຫ້ອງປະຊຸມກະຊວງສາທາລະນະສຸກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ປະທານຮ່ວມຂອງ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າ ກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກ: ຫ້ອງການປະກັນສຸຂະພາບ, ກົມປິ່ວປົວ ແລະ ຟື້ນຟູໜ້າທີ່ການ, ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ, ສູນໄຂ້ຍູງ-ແມ່ກາຟາກ ແລະ ແມງໄມ້, ສູນວັນນະໂລກ, ສູນສຸຂະພາບແມ່ ແລະ ເດັກ, ສູນໂພຊະນາການ, ສູນຕ້ານເອດສ ແລະ ພຕພ, 05 ໂຮງໝໍ ສູນກາງ ແລະ 03 ສູນ, ຄະນະກໍາມະການຈັດຊື້ ກະຊວງສາທາລະນະສຸກ, ຕາງໜ້າຈາກກົມຊັບສິນ ກະຊວງການເງິນ ແລະ ບັນດາພະແນກພາຍໃນກົມອາຫານ ແລະ ຢາ, ບັນດາບໍລິສັດດ້ານຢາ ແລະ ຜະລິດຕະພັນການແພດ ແລະ ໂຮງງານຜະລິດຢາ, ລວມທັງໝົດ 147 ທ່ານ.
ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດຕາມລະດັບຄາດໝາຍ ຈິ່ງມີຄວາມຈໍາເປັນ ຕ້ອງມີການຖອດຖອນບົດຮຽນ ແລະ ຮັບຮູ້ບາງຂໍ້ມູນດ້ານກົນໄກ, ລະບຽບການ ແລະ ຫຼັກການຄຸ້ມຄອງ ລວມທັງກົນໄກໃນຂອດຈັດຊື້ຈັດຫາ, ການສະໜອງ ເຊິ່ງກອງປະຊຸມແມ່ນມີຈຸດປະສົງຄື:
-
ເພື່ອແລກປ່ຽນຂໍ້ມູນ ແລະ ເຜີຍແຜ່ບາງລະບຽບດ້ານການຄຸ້ມຄອງຢາ-ອຸປະກອນການແພດ.
-
ເພື່ອຕີລາຄາ ການເຄື່ອນໄຫວຂອງບັນດາຫົວໜ່ວຍຜູ້ປະກອບການທຸລະກິດດ້ານຢາ - ອຸປະກອນການແພດ
-
ເພື່ອທົບທວນຄືນວຽກງານການປະມູນ, ຈັດຊື້-ຈັດຫາ, ການສະໜອງຢາ ແລະ ຈັດຕັ້ງປະຕິບັດສັນຍາ ລະຫວ່າງສະຖານທີ່ບໍລິການສາທາລະນະສຸກ ແລະ ຜູ້ປະກອບການ
-
ເພື່ອຖອດຖອນບົດຮຽນ ດ້ານດີ, ຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ວິທີທາງປັບປຸງແກ້ໄຂໃນຕໍ່່ໜ້າ ວຽກງານຄຸ້ມຄອງ, ການສະ ໜອງຢາ-ອຸປະກອນການແພດ, ການປະສານງານກ່ຽວກັບການຈັດຊື້, ສະໜອງ ແລະ ຕິດຕາມການນໍາໃຊ້.
ໃນວາລະກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມ ຈໍານວນໜຶ່ງ ໃຫ້ໂອກາດແກ່ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນເພື່ອໃຫ້ເຫັນໄດ້ບັນຫາທີ່ຄ້າງຄາ, ຮັບຮູ້ເຖິງສາເຫດ ແລະ ພ້ອມກັນວາງແຜນແກ້ໄຂໃຫ້ສອດຄ່ອງ.
ພາຍຫຼັງການປະກອບຄໍາຄິດ ຄໍາເຫັນຈາກຜູ້ເຂົ້າຮ່ວມ ກອງປະຊຸມແລ້ວ, ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ປະກອບຄຳເຫັນ ແລະ ຊີ້ນໍາຕໍ່ກອງປະຊຸມດັ່ງນີ້:
ກ່ຽວກັບບັນຫາຕ່າງໆທີ່ກອງປະຊຸມ ໄດ້ຍົກຂຶ້ນມາ ແມ່ນສະແດງໃຫ້ເຫັນ ບາງບັນຫາ, ບັນດາກົດໝາຍ, ລະບຽບການກ່ຽວກັບກົນໄກຂອງລະບົບການຈັດຊື້-ສະໜອງຢາ ໃນສະຖານທີ່ບໍລິການສາທາລະນະສຸກ ຊຶ່ງໄດ້ຈັດຕັ້ງປະຕິບັດໃນຮູບແບບກອງທຶນໝູນວຽນຢາ, ການຈັດຊື້ແມ່ນກຸ້ມຕົນເອງຂອງໃຜລາວ, ສະດວກໃນການສໍາລະສະສາງໂດຍກົງດ້ວຍຕົນເອງ, ແຕ່ກົນໄກດັ່ງກ່າວ ກໍ່ຍັງມີຈຸດອ່ອນຄື: ປະຊາຊົນໄດ້ຈົກເງິນຈ່າຍຄ່າຢາ ແລະ ອຸປະກອນການແພດໂດຍປະຊາຊົນເອງ.
ສະນັ້ນ, ລັດຖະບານຈຶ່ງໄດ້ປັບປຸງກົດໝາຍ ແລະ ລະບຽບການ ໃນການຈັດຕັ້ງປະຕິບັດຂະບວນການຈັດຊື້ ໂດຍ ລິເລີ່ມຈາກ 05 ໂຮງໝໍສູນກາງ, 03 ສູນ, 06 ແຂວງ ພາກກາງ-ພາກໃຕ້ ແລະ 09 ແຂວງ ພາກເໜືອ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການສາທາລະນະສຸກ ທຸກຖ້ວນໜ້າ ໂດຍຫັນປ່ຽນມາເປັນ ກອງທຶນປະກັນສຸຂະພາບ ຊຶ່ງຕ້ອງປົກຄຸມໃນປີ 2030 ມາຮອດປະຈຸບັນແມ່ນກວມເອົາທຸກແຂວງ ຍັງເຫຼືອພຽງແຕ່ນະຄອນຫຼວງວຽງຈັນ, ກອງທຶນປະກັນສຸຂະພາບ ສ່ວນໃຫ່ຍແມ່ນມາຈາກງົບປະມານ ລັດຖະບານ ສົມທົບກັບການຈ່າຍສົມທົບຂອງຜູ້ຊົມໃຊ້.
ສະເໜີກົມກ່ຽວຂ້ອງ ເຊັ່ນ: ກົມອາຫານ ແລະ ຢາ, ກົມການເງິນ ແລະ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ , ສູນສະໜອງຢາ ແລະ ອຸປະກອນການແພດ ຮ່ວມກັນກຳນົດລາຄາຢາ ແລະ ອຸປະກອນກາແພດ ເພື່ອຄວາມເປັນເອກະພາບ ແລະ ບ່ອນອີງໃນການຂຶ້ນແຜນຄວາມຕ້ອງການ; ການປະມູນ ການຈັດຊື້ ແມ່ນເຮັດໃຫ້ການຮັບປະກັນຄຸນນະພາບດີຂຶ້ນ, ມີຄວາມໂປ່ງໃສ ແລະ ຖືກຕາມລະບຽບກົດໝາຍ, ແຕ່ການຈັດຊື້ຮ່ວມກັນ ກໍ່ມີຈຸດອ່ອນ ເຊັ່ນ: ຂະບວນການ ຫຼາຍຂັ້ນຕອນການທົດແທນ, ປະກັນສຸຂະພາບຊັກຊ້າ ໃຊ້ເວລາ ແກ່ຍາວ, ປັດໃຈໜຶ່ງ ຍ້ອນງົບປະມານຈຳກັດ, ຊຶ່ງເປັນສາເຫດ ເຮັດໃຫ້ມີໜີ້ສິນຄຸມເຄືອມາແຕ່ປີ 2018, ເຮັດໃຫ້ຢາຂາດ. ສະນັ້ນ ຄວນມີການສ້າງ ແລະ ປັບປຸງລະບຽບການຈັດຊື້ເພື່ອໃຫ້ຮັດກຸມ ກ່ຽວກັບວຽກງານ ການຈັດຊື້ຢາ-ອຸປະກອນການແພດ; ປັບປຸງຄະນະກຳມະການຈັດຊື້ ແລະ ກຳນົດພາລະບົດບາດລະອຽດ ພ້ອມທັງມີການ ຈັດປະຊຸມເພື່ອປຶກສາຫາລື ແລະ ຊອກຫາວິທີທາງແກ້ໄຂບັນຫາຕ່າງໆໃຫ້ທ່ວງທັນກັບເວລາ.
|