ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 04/11/2020

          ໃນ​ວັນ​ທີ 23 ຕຸ​ລາ 2020 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ເປີດກອງ​ປະ​ຊຸມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາຂຶ້ນ​ທີ່ ໂຮງ​ແຮມ​ວຽງ​ຈັນ​ພ​ຣາ​ຊາ ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ ຮ​ສ​. ດ​ຣ. ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ຕະນະປະທານຮ່ວມປະກອບມີ ທ່ານ ນ. ບຸນ​ຄຳ ວໍ​ລະ​ຈິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ແລະ ທ່ານ ປອ. ດຣ. ບຸນ​ແຝງ ພູມ​ມະ​ໄລ​ສິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ ກົມ​ຄົ້ນ​ຄ້​ວາ-ສັງ​ລວມ (ສນຍ), ສະ​ພາ​ແຫ່ງ​ຊາດ,  ກະຊວງກະສີກໍາ ແລະ ຢ່າໄມ້ (ກົມ​ປ່າ​ໄມ້, ກົມ​ປູກ​ຝັງ)  ກະຊວງອຸດສາຫະກໍາ ແລະ ການຄ້າ (ກົມ​ນຳ​ເຂົ້າ-ສົ່ງ​ອອກ, ກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ, ກົມ​ທະ​ບຽນ) ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ (ກົມສິ່ງແວດລ້ອມ), ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງ ແລະ ກົມ​ອາ​ຫານ ແລະ ຢາ ລວມ​ທັງ​ໝົດ ຈໍານວນ 31 ທ່ານ.

ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນມີ​ຈຸດ​ປະ​ສົງ​ເພື່ອ ​ປຶກ​ສາ​ຫາ​ລື ກົນ​ໄກ​ການ​ປະ​ສານ​ງານກັບແໜງ​ການ​ທີ່​ຂ້ອງ ໃນ​ການ​ຄຸ້ມ​ຄອງຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ, ​ທົບ​ທວນ​ຄືນ​ບັນ​ດາ​ລະ​ບຽບ​ການ, ແຈ້ງ​ການ ແລະ ນິ​ຕິ​ກຳ, ການ​ກຳ​ນົດ​ບັນ​ຊີ​ລາຍ​ການ​ລະ​ຫວ່າງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ແລະ ບັນ​ຊີ​ເຄື່ອງ​ປ່າ​ຂອງ​ດົງ, ການ​ອອກ​ອະ​ນຸ​ຍາດ​ຂຸດ​ຄົ້ນ, ການ​ອອກ​ອະ​ນຸ​ຍາດ​ສ້າງ​ຕັ້ງ​ໂຮງ​ງານ ຫຼື ຫ້ອງ​ປຸງ​ແຕ່ງ, ການ​ນຳ​ເຂົ້າ ແລະ ນຳ​ໃຊ້​ເຄ​ມີ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ ທີ່​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ.

          ໃນ​ວາ​ລະ​ການ​ປະ​ຊຸມ​ຜູ້​ເຂົ້າ​ຮ່ວ​ມ​ຈາກ​ແຕ່​ລະ​ພາກ​ສ່ວນກໍ່​ໄດ້ແລກ​ປ່ຽນ​ຄຳ​ຄິດ​ເຫັນ​ຕາມ​ພາ​ລະ​ບົບ​ບາດ ແລະ ຂອບ​ເຂດ​ທີ່​ຂະ​ແໜງ​ການ​ຕົນ​ຮັບ​ຜິດ​ຊອບເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ຍັງ​ຄ້າງ​ຄາ​​ເປັນ​ຕົ້ນ​ແມ່ນ: ກົນ​ໄກ​ການ​ປະ​ສານ​ງານ​ກັນລະ​ຫວ່າງຂະແໜງການກ່ຽວຂ້ອງ ເຊັ່ນ: ​ກະ​ສິ​ກຳ-ປ່າ​ໄມ້​, ສາ​ທາ​ລະ​ນະ​ສຸກ, ອຸດ​ສາ​ຫະ​ກຳ ການ​ຄ້າ​ກັບ​ສາ​ທາ​ລະ​ນະ​ສຸກ ແລະ ຂະ​ແໜງ​ການ​ອື່ນ​ທີ່​ກ່ຽວ​ຂ້ອງ, ການ​​ສ້າງ, ປັບ​ປຸງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດບັນ​ດາ​ນິ​ຕິ​ກຳ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ວາງ​ແຜນ​ແກ້​ໄຂ​ຮ່ວມ​ກັນ.

ພາຍຫຼັງການປະກອບຄໍາຄິດ ຄໍາເຫັນຈາກຜູ້ເຂົ້າຮ່ວມ ກອງປະຊຸມແລ້ວ, ທ່ານ ຮ​ສ​. ດ​ຣ. ບຸນກອງ ສີ​ຫາ​ວົງ

ລັດຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້ຕີ​ລາ​ຄາ​ສູງ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້, ຊຶ່ງ​ໄດ້​ລົງ​ເລິກ​ຫຼາຍ​ບັນ​ຫາ​ເຊັ່ນ: ການ​ປູກ, ການ​ລ້ຽງ, ເກັບ​ກູ້, ​ຜະ​ລິດ, ຈຳ​ໜ່າຍ . . . ເຊິ່ງ​ພວກ​ເຮົາ​ມີ​ນິ​ຕິ​ກຳ​ຫຼາຍ​ສະ​ບັບ ແຕ່​ການ​ປະ​ຕິ​ບັດ​ຍັງ​ບໍ່​ສອດ​ຄ່ອງ ສະ​ນັ້ນ ຄວນ​ປັບ​ປຸງ​ໃຫ້​ສອດ​ຄ່ອງ​ເຊັ່ນ: ດຳ​ລັດ 155/ນຍ ແລະ ນິ​ຕິ​ກຳ​ອື່ນໆ.  ທ່ານ​ຍັງ​ກ່າວ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນບັນ​ລຸ​ເປົ້າ​ໝາຍ​ເພື່ອ​ເຮັດ​ໃຫ້​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​​ທີ່​ເປັນ​ຢາໃຫ້​ດີ​ຂຶ້ນ ແລະ ທ່ານຊີ້ນໍາຕໍ່ກອງປະຊຸມດັ່ງນີ້:

  1. ​ຄວນ​ປັບ​ປຸງ​ກົນ​ໄກ​ການ​ປະ​ສານ​ງານ​ໃຫ້​​ໄປ​ລວງ​ດຽວ​ກັນໂດຍ​ປະ​ຕິ​ບັດ​ຕາມ​ນິ​ຕິ​ກຳ, ​ຫຼີກ​ເວັ້ນ​ການ​​ຊ້ຳຊ້ອນ​ກັນ ໂດຍ​ສະ​ເພາະ​ແມ່ນ​ບັນ​ຊີລາຍ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ແລະ ເຄື່ອງ​ປ່າ​ຂອງ​ດົງ.
  2. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈະ​ແຕ່ງ​ຕັ້ງຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ, ຄະ​ນະ​ດັ່ງ​ກ່າວ​ມີ​ໜ້າ​ທີ່​ເບິ່ງ​ຄືນ​ບັນ​ດາ​ນິ​ຕິ​ກຳ, ກົນ​​ໄກ​ການປະ​ສານ​ງານ ແລະ ລົງ​ເລິກ​ເບິ່ງ​ຄືນ​ບັນ​ດາ​ໂຮງ​ງານ, ຫ້ອງ​ປຸງ​ແຕ່ງ​ທີ່ບໍ່​ໄດ້​ມາດ​ຕະ​ຖານ ແລະ ການຈັດຕັ້ງປະຕິບັດຜ່ານມາ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ປັບ​ປຸງ​ນິ​ຕິ​ກຳ.
  3. ສະ​ເໜີ​ໃຫ້​ກົມ​ອາ​ຫານ ແລະ ຢາ, ກົມ​ປ່າ​ໄມ້, ກົມ​ອຸດ​ສາ​ຫະ​ກຳ, ກົມ​ທະ​ບຽນ ແລະ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ​ຄົ້ນ​ຄ້​ວາ​ດ້ານ​ວິ​ຊາ​ການ​ກ່ອນ. ຈາກນັ້ນ ຄວນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ນາ​ຍົກ-ຮອງ​ນາ​ຍົກ​ກ່ຽວ​ກັບ​ບັນ​ຫາ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາເພື່ອ​ຂໍ​ທິດ​ຊີ້​ນຳ. 
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA