ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ວຽກງານການກວດກາອາຫານ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 15/01/2021

ວຽກງານການກວດກາອາຫານ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ

 
ບົດຂ່າວໂດຍ: ສຸກສົມຄວນ ຈັນທະມາດ ຫົວໜ້າພະແນກບໍລິຫານ (ກອຢ)
 
ເພື່ອກຽມຄວາມພ້ອມໃນການຮັບປະກັນການສະໜອງອາຫານ ແລະ ເຄື່ອງດື່ມໃຫ້ມີຄວາມປອດໄພໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນລະຫວ່າງ ວັນທີ 13-15 ມັງກອນ 2021. ກະຊວງສາທາລະນະສຸກ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານກວດກາອາຫານປອດໄພ ໂດຍມີກົມອາຫານ ແລະ ຢາ ເປັນໜ່ວຍງານໃຈກາງ ໃນການປະສານສົມທົບກັບ ກອງກວດກາອາຫານ ແລະຢາ, ສູນວິໃຈອາຫານ ແລະ ຢາ, ກົມອະນາໄມອະນາໄມສົ່ງເສີມສຸຂະພາບ, ສູນນ້ຳສະອາດ, ກະຊວງສາທາລະນະສຸກ  ພ້ອມກັນນັ້ນກໍຍັງມີ ສູນປ້ອງກັນພືດກະຊວງກະສິກຳ ແລະ ປ່າໄມ້. ເພື່ອ ຈັດຕັ້ງປະຕິບັດ ຄວາມຮັບຜິດຊອບໃນໜ້າທີ່ຮັບຜິດຊອບໃນການຮັບປະກັນອາຫານປອດໄພ ສະໜອງອາຫານ ແລະ ເຄື່ອງດື່ມ ໃຫ້ແກ່ກອງປະຊຸມ ແລະ ບັນດາໂຮງແຮມທີ່ຜູ້ແທນພັກເຊົາ.
 
ການຈັດຕັ້ງປະຕິບັດຕົວຈິງ, ທີມງານກວດກາອາຫານປອດໄພ ແມ່ນໄດ້ກະກຽມທິມງານ ແລະ ເຄື່ອງທົດສອບໄວໃນການກວດກາອາຫານ ແລະ ເຄື່ອງດື່ມ. ໄດ້ແບ່ງທີມງານເປັນສີ່ຈຸ ປະຈຳຢູ່ຫ້ອງປະຊຸມ ແລະ 6 ໂຮງແຮມທີີ່ຜູ້ແທນພັກເຊົາ. ໄດ້ມີການຈັດກອງປະຊຸມຝຶກອົບຮົມ ແລະ ຖອດຖອນບົດຮຽນຄືນກ່ຽວກັບການກວດກາອາຫານ, ຂັ້ນຕອນເກັບຕົວຢ່າງ ແລະ ການລາຍງານ ປະຕິບັດການລົງຕິດຕາມກວດກາການປຸງແຕ່ງ ແລະ ຈຳຫນ່າຍອາຫານ ຕາມໂຮງແຮມເປົ້າໝາຍ, ຮ້ານອາຫານ, ໂຮງງານຜະລິດອາຫານ, ນໍ້າດື່ມ, ນ້ຳກ້ອນ, ອາຫານຕາມມີນີມາເກັດ ແລະ ຕະຫລາດ ຈໍານວນທັງໝົດ 379 ແຫ່ງ, ແລະ ເກັບຕົວຢ່າງທົດສອບຕົວຈິງ ໂດຍການ ນໍາໃຊ້ Test kit ທັງໝົດ: 242 ຕົວຢ່າງ, ບໍ່ຜ່ານ 43 ຕົວຢ່າງ ຊຶ່ງສ່ວນຫລາຍແມ່ນຄວາມສະອາດຂອງພາຊະນະບັນຈຸອາຫານ ແລະ ອາຫານບາງລາຍການຍັງພົບ ສ່ວນຫລາຍແມ່ນເຊື້ອ Total Coliform, E.coli. ໂດຍລວມແລ້ວອາຫານ ແລະ ເຄື່ອງດື່ມມີຄວາມປອດໄພໃນລະດັບດີ.
 
ທິມງານອາຫານປອດໄພ ຂອງກະຊວງສາທາລະນະສຸກ ມີຄວາມພາກພູມໃຈ ແລະ ມີກຽດຢ່າງສູງສົ່ງທີ່ໄດ້ມີໂອກາດຮັບໃຊ້ກອງປະຊຸມໄຫຍ່ຜູ້ແທນທົ່ວປະເທດຂອງພັກ ຄັ້ງນີ້. ແລະ ທີມງານຈະສືບຕໍ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງຈົນກອງປະຊຸມສຳເລັດ ແລະ ຊົມເຊີຍກອງປະຊຸມຄັ້ງນີ້ ຢ່າງສຸດໃຈ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA