ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງການຢາໂຮງໝໍ ໂດຍເນັ້ນໃສ່ວຽກງານການເຝົ້າລະວັງຄວາມປອດໄພດ້ານຢາ-ວັກຊີນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 22/02/2021

 

ບົດຂ່າວຂຽນໂດຍ ພກ. ອຸໄລສິດ ພັນຍະວົງ

 

ໃນວັນທີ 17-19 ກຸມພາ 2021, ທີ່ ພະແນກສາທາລະນະສຸກ ແຂວງ ຈໍາປາສັກ, ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບ ວຽກງານຄຸ້ມຄອງການ ຢາໂຮງໝໍ ໂດຍເນັ້ນໃສ່ວຽກງານການເຝົ້າລະວັງຄວາມປອດໄພດ້ານຢາ-ວັກຊີນ.  ກອງປະຊຸມຄັ້ງນີ້, ມີທ່ານ ດຣ ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ດຣ. ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະ ນະສຸກແຂວງຈໍາປາສັກ ເປັນປະທານຮ່ວມກັນ. ກອງຊຸມ ໄດ້ມີຜູ້ເຂົ້າຮ່ວມ ໂດຍຜູ້ຕາງໜ້າຈາກຂັ້ນແຂວງ ເຊິ່ງປະກອບມີ: ພະນັກງານພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ຂະແໜງອາຫານແລະຢາແຂວງ, ໜ່ວຍງານສັກຢາກັນພະຍາດດ້ວຍຢາ ວັກຊີນຂະແໜງສົ່ງເສີມສຸຂະພາບແຂວງ, ສູນປີ່ນປົວຜູ້ຕິດເຊື້ອເອດສ-ພະຍາດຕິດຕໍ່ທາງເພດສຳພັນແຂວງບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກເຊກອງ, ສາລະວັນ, ອັດຕະປື; ແລະ ຈາກຂັ້ນສູນກາງມີ: ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຄວາມຄຸມພະຍາດຕິດຕໍ່, ຫ້ອງການປະກັນສຸຂະພາບແຫ່ງຊາດ, ສູນສຸຂະພາບແມ່-ເດັກ, ພະແນກການຢາໂຮງໝໍສູນກາງ ເຊັ່ນ: ໂຮງໝໍມະໂຫສົດ, ມິດຕະພາບ, ເຊດຖາທິຣາດ, ໂຮງໝໍເດັກ, ໂຮງໝແມ່-ເດັກເກີດໃໝ່ ແລະ ໂຮງໝໍ 5 ເມສາ ລວມແຂກຜູ້ເຂົ້າຮ່ວມທັງໝົດ 86 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫລູບ, ຕີລາຄາຜົນສໍາເລັດ, ບັນຫາ ແລະ ສິ່ງທ້າຍທາຍ ໃນການຕັ້ງປະຕິບັດວຽກງານຄຸ້ມຄອງການຢາໂຮງໝໍໃນປີ 2019-2020 ແລະ ທິດທາງແຜນການ ໃນການຈັດຕັ້ງໃນປີ 2021-2022 ໂດຍເນັ້ນໃສ່ບັນດາໜ້າວຽກຄື: ການຮັບປະກັບການມີຢາ-ອຸປະກອນ ທີ່ຈຳເປັນພື້ນຖານ ທີ່ມີຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ໂດຍຜ່ານລະບົບການການຈັດຊື້, ແຈກຢາຍ ແລະ  ເກັບຮັກສາ ທີຮັບປະກັນຄຸນນະພາບ ຖືກນໍາໃຊ້ຢ່າງສົມເຫດສົມຜົນ ແລະ ການເຝົ້າລະວັງຄວາມປອດໄພດ້ານຢາ-ວັກຊີນ.

ກອງປະຊຸມໄດ້ມີການຮັບຟັງການສະເໜີລາຍງານຂອງສູນກາງ ແລະ ແຂວງ ກ່ຽວກັບວຽກງານການຢາໂຮງໝໍ ໂດຍສະເພາະວຽກງານ ເຝົ້າລະວັງຄວາມປອດໄພດ້ານຢາ-ວັກຊີນ ເຊິ່ງໄດ້ຕີລາຄາສູງ ຕໍ່ຜົນສໍາເລັດ ແລະ ຄວາມຄືບໜ້າຂອງວຽກງານ ທີ່ໄດ້ປະກອບສ່ວນໃນການປ້ອງກັນ, ຮັກສາ ແລະ ປິ່ນປົວສຸຂະພາບ ເພື່ອໃຫ້ບັນລຸຍຸດທາດສາດຂອງກະຊວງສາທາລະນະສຸກ ໂດຍສະເພາະການປັບປຸງຄຸນນະພາບຂອງການບໍລິການສາທາລະນະສຸກ. ກອງປະຊຸມໄດ້ສົນທະນາ ແລະ ເປັນເອກະພາບ ໃນຕໍ່ໜ້າ ເພື່ອປັບປຸງ ແລະ ພັດທະນາວຽກງານໃຫ້ດີຂື້ນຄື: ໃຫ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຂອງພະນັກງານໃນແຕ່ລະຂັ້ນເພື່ອຮັບປະກັນໃຫ້ມີຢາພຽງພໍໃນການບໍລິການ ພ້ອມທັງຮັບປະກັນຄຸນນະພາບ ແລະ ນໍາໃຊ້ຢ່າງສົມເຫດສົມຜົນເພື່ອຫລີ້ກລ້ຽງຜົນສະທ້ອນທີ່ອາດເກີດຂື້ນຈາກການໃຊ້ຢາ; ໃຫ້ມີການເພີ້ມທະວີກົນໄກການປະສານ ແລະ ການມີສ່ວນຮ່ວມຮ່ວມກັນກັບບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ; ຍາດແຍ່ງການສະໜັບສະໜູນ ຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນຈາກບັນດາຂະແໜງການ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອສົ່ງເສີມວຽກງານປິ່ນປົວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ປັບປຸງລະບຽບການຈັດຊື້-ຈັດຫາ ແລະ ກໍານົດສັນຍາໃຫ້ຫັດກຸມເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ; ການສ້າງແຜນຄວາມຕ້ອງການຢາ-ອຸປະກອນ ທີ່ຈຳເປັນຕ້ອງໄດ້ນຳໃຊ້ ລວມເຖີງຜະລິດຕະພັນສີ້ນເປືອງຕ່າງໆ ໃນການຕອບໂຕ້ໄພພິບັດ ຫລື ເຫດການສຸກເສີນສາທາລະນະສຸກ ລວມເຖີງຢາ ອອກລິດຕໍ່ຈິດ-ປະສາດ; ປັບປຸງລະບົບເຝົ້າລະວັງຄວາມປອດໄພຢາ ແລະ ວັກຊີນໃຫ້ມີການລາຍງານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA