ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມການພັດທະນາຄວາມຮູ້-ຄວາມສາມາດ ສຳລັບແມ່ຍິງ ກ່ຽວກັບວຽກງານບົດບາດຍິງ-ຊາຍ ແລະ ການບໍລິຫານຄວາມສ່ຽງ ດ້ານ ອາຫານ ແລະ ຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 13/03/2021

ບົດຂ່າວຂຽນໂດຍ ນ. ຮຸ່ງເທວາ ດວງສະຫວັນ

       ໃນລະຫວ່າງວັນທີ 3-6 ມີນາ 2021 ທີ່ ສະໂມສອນຂອງຫ້ອງວ່າການປົກຄອງເມືອງວັງວຽງ, ກົມອາຫານ ແລະຢາ,ກະຊວງສາທາລະນະສຸກໄດ້ຈັດປະຊຸມຂຶ້ນພາຍໃຕ້ຫົວຂໍ້“ການພັດທະນາຄວາມຮູ້ຄວາມສາມາດສຳລັບແມ່ຍິງກ່ຽວກັບວຽກງານບົດບາດຍິງ-ຊາຍ ແລະ ການບໍລິຫານຄວາມສ່ຽງດ້ານອາຫານ ແລະ ຢາ”.ຈຸດປະສົງ: ຂອງກອງປະຊຸມແມ່ນເພື່ອສ້າງຂະບວນການ ສະເຫຼີມສະຫຼອງ ເນື່ອງໃນວັນແມ່ຍິງສາກົນຄົບຮອບ 111 ປີ ແລະເຜີຍແຜ່ວຽກງານການເຊື່ອມສານວຽກງານບົດບາດຍິງ-ຊາຍເຂົ້າໃນການພັດທະນາແລະການບໍລິຫານຄວາມສ່ຽງຂອງວຽກງານອາຫານ ແລະ ຢາ. ກອງປະຊຸມຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກກົມອາຫານ ແລະ ຢາ, ຮອງຫົວໜ້າກົມອາຫານ ແລະ ຢາ,  ທ່ານ ດຣ ນ. ວຽງໄຊ ວັນສີລາລົມ ຄະນະສະຫະພັນແມ່ຍິງກະຊວງ, ປະທານສະຫະພັນແມ່ຍິງກົມອາຫານ ແລະ ຢາ, ຮອງຫົວໜ້າກົມອາຫານ ແລະຢາແລະ ທ່ານ ນ. ສຳລວຍ ສຸກຂະວົງ ຮອງປະທານສະຫະພັນແມ່ຍິງເມືອງວັງວຽງ ແຂວງວຽງຈັນໃຫ້ກຽດ ເປັນປະທານຮ່ວມ. ກອງປະຊຸມໄດ້ມີຜູ້ຕາງໜ້າເຂົ້າຮ່ວມຈາກພາກສ່ວນຕ່າງໆເຊັ້ນ:ຫ້ອງການກະຊວງສາທາລະນະສຸກ,  ສະຖານບັນການເພດການຢາພື້ນເມືອງ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ກອງກວດກາອາຫານແລະຢາ,ໂຮງງານຜະລິດຢາເລກ2,ໂຮງງານຜະລິດຢາເລກ3,ຄະນະແມ່ຍິງເພສັຊສາດມະຫາວິທະຍາໄລວິທະຍາສາດສຸຂະພາບ,ຫ້ອງການສາທາລະນະສຸກເມືອງວັງວຽງ,ຕ່າງໜ້າໂຄງການTCT-CFກົມແຜນການແລະການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ລວມຜູ້ເຂົ້າຮ່ວມທັງໝົດ 72 ທ່ານ.ໃນວາລະກອງປະຊຸມ, ບັນດາຜູ້ເຂົ້າໄດ້ຮັບຟັງ, ການເລົ່າມູນເຊື່ອ ການສ້າງຕັ້ງວັນແມ່ຍິງສາກົນ ແລະ  ແລກປ່ຽນກ່ຽວກັບຫຼາຍຫົວຂໍ້ທີ່ຕິດພັນກັບວຽກງານການເຊື່ອມສານບົດບາດຍິງ-ຊາຍເຊັ່ນ ຫົວຂໍ້ກ່ຽວກັບການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານສາທາລະນະສຸກເພື່ອລຸດຜອ່ນຄວາມບໍ່ສະເໝີພາບແລະຄວາມບໍ່ເທົ່າທຽມກັນໃນການເຂົ້າເຖິງການບໍລິການສຸຂະພາບ,ເພື່ອເອົາໃຈໃສ່ຕໍ່ບັນຫາສຸຂະພາບຂອງແມ່ແລະເດັກນ້ອຍແລະ ເພື່ອເປັນການສະໜອງຂໍ້ມູນພື້ນຖານ ດ້ານບົດບາດ ຍິງ-ຊາຍ ແລະ ສຸຂະພາບ. ຫົວຂໍ້ກ່ຽວກັບການພັດທະນາຄວາມຮູ້-ຄວາມສາມາດ ສໍາລັບແມ່ຍິງ ກ່ຽວກັບວຽກງານບົດບາດຍິງ-ຊາຍ ພາຍໃຕ້ໂຄງການ ສົ່ງເສີມຄວາມອາດສາມາດທາງດ້ານການຄ້າ ແລະ ກາແຂ່ງຂັນ(LaoPDR Competitive  and  Trade:LCT);ແລະ ຫົວຂໍ້ກ່ຽວກັບການການນໍາໃຊ້ຫຼັກການການບໍລິຫານຄວາມສ່ຽງອາຫານ ແລະ ຢາ ເຂົ້າໃນວຽກງານຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ສົ່ງຜ່ານ ຢູ່ດ່ານຊາຍແດນ.ນອກຈາກກິດຈະກໍາການປະຊຸມເຜີຍແຜ່ກ່ຽວກັບ ວັນທີ 8 ມີນາ ວັນແມ່ຍິງສາກົນ, ວຽກງານການເຊື່ອມສານບົດບາດຍິງ-ຊາຍ, ວຽກງານການແຂ່ງຂັນການຄ້າ, ວຽກງານການບໍລິຫານຄວາມສ່ຽງແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ມີໂອກາດລົງຢ້ຽມຢາມ ຜະລິດຕະພັນປຸງແຕ່ງປາ ຂອງແມ່ຍິງເມືອງວັງວຽງ; ຢ້ຽມຢາມຜະລິດຕະພັນປູກພືດຜັກອໍການິກ(ຜັກປອດສານພິດ) ຂອງແມ່ຍິງເມືອງວັງວຽງ, ທີ່ ບ້ານ ພູດິນແດງ ແລະ ຊົມແຫຼ່ງທ່ອງທ່ຽວທຳມະຊາດ ທີ່ສວຍສົດງົດງາມຂອງ ເມືອງວັງວຽງ, ແຂວງ ວຽງຈັນ.

ກິດຈະກໍາທີ່ມີຄວາມໝາຍຄວາມສໍາຄັນຄັ້ງນີ້ ແມ່ນ ໄດ້ຮັບການສະໜັບສະໜູນຂອງ ​ໂຄງ​ການສົ່ງ​ເສີມ​ຄວາມ​ອາດ​ສາ​ມາດ​ທາງ​ດ້ານການ​​ຄ້າ ແລະ ການ​ແຂ່ງ​ຂັນ ຂອງ​ ສ​ປ​ປ ລາວ (Lao PDR Competitive and Trade: LCT).

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA