ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ທາບທາມຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຜະລິດຕະພັນເຄື່ອງສຳອາງສະບັບປັບປຸງ
ປະກາດໂດຍ: ຖາວອນ ນວນຜ່ອງສີ, ວັນທີ: 03/08/2021

ທາບທາມຜ່ານຮ່າງຂໍ້ຕົກລົງວ່າດ້ວຍ

ການຄຸ້ມຄອງຜະລິດຕະພັນເຄື່ອງສຳອາງສະບັບປັບປຸງ

ກອງມະນີ ນາມມະວົງມີໄຊ

ໃນວັນທີ່ 28-29 ກໍລະກົດ 2021 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມທາບທາມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜະລິດຕະພັນເຄື່ອງສຳອາງສະບັບປັບປຸງ ໂດຍການເປັນປະທານຂອງທ່ານ ດຣ. ນ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ ມີຜູ້ເຂົ້າຮ່ວມຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ-ກົມພາສີ, ກົມຕຳຫຼວດສິ່ງແວດລ້ອມ, ຫ້ອງການກະຊວງສາທາລະນະສຸກ, ສະຖາບັນການແພດ ການຢາພື້ນເມືອງ, ກອງກວດກາອາຫານ ແລະ ຢາ, ສູນວິໄຈ ອາຫານ ແລະ ຢາແຫ່ງຊາດ, ຄະນະພະແນກສາທາລະນະສຸກ ແລະ ຄະນະຂະແໜງອາຫານ ແລະ ຢາແຂວງຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ, ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ແລະ ຜູ້ດຳເນີນທຸລະກິດດ້ານເຄື່ອງສຳອາງ ລວມທັງໝົດ 60 ທ່ານ.

ຈຸດປະສົງແມ່ນເພື່ອທາບທາມຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜະລິດຕະພັນເຄື່ອງສຳອາງສະບັບປັບປຸງ ໃຫ້ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນເຄື່ອງສຳອາງທີ່ຜະລິດ, ສົ່ງອອກ, ນຳເຂົ້າ, ສົ່ງຜ່ານ, ສົ່ງຜ່ານຊົ່ວຄາວ ແລະ ຈຳໜ່າຍຢູ່ ສປປ ລາວ ເພື່ອປ່ຽນແທນຂໍ້ກຳນົດວ່າດ້ວຍການຄຸ້ມຄອງຄຸນນະພາບຜະລິດຕະພັນເຄື່ອງສຳອາງ ສະບັບເລກທີ 2580/ກຊສ, ລົງວັນທີ 12 ພະຈິກ 2003 ທີ່ນຳໃຊ້ປະຈຸບັນ.

          ຜ່ານການຄົ້ນຄວ້າ ປະກອບຄຳຄິດເຫັນຂອງຜູ້ແທນຈາກແຕ່ລະພາກສ່ວນທັງພາກລັດ ແລະ ຜູ້ປະກອບການທຸລະກິດດ້ານເຄື່ອງສຳອາງໃສ່ຮ່າງເນື້ອໃນຂໍ້ຕົກລົງຄຸ້ມຄອງຜະລິດຕະພັນເຄື່ອງສຳອາງສະບັບປັບປຸງແມ່ນຍັງຈະຕ້ອງໄດ້ປັບປຸງເນື້ອໃນບາງມາດຕາຄືນ. ພາຍຫຼັງປັບປຸງສຳເລັດຄະນະຮັບຜິດຊອບຮ່າງຂໍ້ຕົກລົງດັ່ງກ່າວຈະໄດ້ສົ່ງໃຫ້ແຕ່ລະພາກສ່ວນມີຄຳເຫັນຕື່ມ.

        

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA