ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງ​ປະ​ຊຸມ​ທາ​ບ​ທາມ​ຄຳ​ເຫັນ​ຕໍ່​ຮ່າງ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ຈົດ​ທະ​ບຽນ​ຢາ​ພື້ນ​ເມືອງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/08/2021

ບົດ​ຂ່າວ: ນາງ ວົງ​ວຽງ​ສາ ສິດ​ທິ​ເດດ

ໃນລະຫວ່າງ ວັນທີ່ 9-10 ສິງຫາ 2021 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມເປີດກວ້າງ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍວ່າດ້ວຍການຈົດທະບຽນຢາພື້ິນເມືອງ ສະບັບສ້າງໃໝ່ ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ມີຜູ້ເຂົ້າຮ່ວມຈາກສາຍແຜນງານອາຫານ ແລະ ຢາ ເຊິ່ງປະກອບ ສະຖາບັນການແພດ ການຢາພື້ນເມືອງ, ກອງກວດກາອາຫານ ແລະ ຢາ, ສູນວິໄຈ ອາຫານ ແລະ ຢາແຫ່ງຊາດ, ໂຮງງານຜະລິດຢາ ເລກ 2 ແລະ ໂຮງງານຜະລິດຢາ ເລກ 3. ນອກ​ຈາກ​ນີ້​ຍັງ​ມີ ຄະນະເພສັດສາດ ມະຫາວິທະຍາໄລວິທະຍາສາດສຸະຂະພາບ, ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກນະຄອນຫຼວງ ແລະ ຜູ້ດຳເນີນທຸລະກິດດ້ານຢາພື້ນເມືອງ ລວມທັງໝົດ 40 ທ່ານ. ຈຸດປະສົງແມ່ນເພື່ອຈັດປະຊຸມເປີດກ້ວາງ ເພື່ອຂໍຄໍາຄິດຄໍາເຫັນຕໍ່ ຮ່າງຂໍ້ຕົກລົງວ່າດ້ວຍການຈົດທະບຽນຢາພື້ນເມືອງ ເພື່ອຄວາມເປັນເອກະພາບທາງດ້ານຫຼັກການ, ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງພາຍໃນ ແລະ ສາກົນ,  ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຢາພື້ນເມືອງ ທີ່ຜະລິດພາຍໃນ, ນໍາເຂົ້າ ກ່ອນອະນຸຍາດວາງຈໍາໜ່າຍຢາພື້ນເມືອງ ຢູ່ ສປປ ລາວ, ເພື່ອອໍານວຍຄວາມສະດວກທາງດ້ານການຄ້າກ່ຽວກັບຜະລິດຕະພັນດັ່ງກ່າວ.  

ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍ ແລະ ສໍາຄັນຫຼາຍ ເຊິ່ງ ໄດ້ຮັບການປະກອບຄຳຄິດເຫັນຂອງຜູ້ແທນຈາກແຕ່ລະພາກສ່ວນທັງໝົດທີ່ກ່ຽວຂ້ອງໂດຍສະເພາະ ຜູ້ປະກອບການດ້ານການຜະລິດ, ນໍາເຂົ້າຢາພື້ນເມືອງ ເຊິ່ງແມ່ນຜູ້ທີ່ກ່ຽວຂ້ອງ ແລະ ໄດ້ຮັບຜົນກະທົບໂດຍກົງໃນການຈັດຕັ້ງປະຕິບັດລະບຽບການ ແລະ ມາດຕະການດັ່ງກ່າວ. ຫຼາຍໆ ມາດຕາ ໄດ້ຮັບການປັບປຸງ ເຮັດໃຫ້ມີຄວາມສົມບູນຍິ່ງຂຶ້ນ. ການສ້າງ ຂໍ້ຕົກລົງວ່າດ້ວຍການຈົດທະບຽນຢາພື້ນເມືອງ ແມ່ນ ໜຶ່ງໃນ ຫຼາຍໆ ນິຕິກໍາ ທີ່ນອນຢູ່ໃນແຜນສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາລຸ່ມກົດໝາຍ ທີ່ກົມອາຫານ ແລະ ຢາ ຈະໄດ້ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນປີ 2021. ພາຍຫຼັງສໍາເລັດການປັບປຸງຮ່າງຂໍ້ຕົກລົງດັ່ງກ່າວ ຕາມຄໍາຄິດຄໍາເຫັນຂອງກອງປະຊຸມຄັ້ງນີ້ແລ້ວ ຈະໄດ້ນໍາສະເໜີ ລັດຖະມົນຕີກະຊວງສາທາລະສຸກ ເພື່ອຮັບຮອງນໍາໃຊ້ ແລະ ເຜີຍແຜ່ໃນຂອບເຂດທົ່ວປະເທດ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA