ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 137 ປີ (01/05/1886-01/05/2023) ; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 73 ປີ (01/06/1950-01/06/2023) ; ຊົມເຊີຍວັນແພດລາວ ຄົບຮອບ 58 ປີ (18/06/1965-18/06/2023) ; ຊົມເຊີຍວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 113 ປີ (13/07/1909-13/07/2023) ; ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2023) ; ຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ (15/08/1975-15/08/2023) ; ຊົມເຊີຍວັນຍຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23/08/1975-23/08/2023) ; LAO ENG   
 
 
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 23
 ມື້ນີ້ 62
 ມື້ວານນີ້ 2,260
 ເດືອນນີ້ 12,913
 ເດືອນແລ້ວນີ້ 46,722
 ປີນີ້ 213,818
 ປີກາຍນີ້ 167,903
 ທັງໝົດ 818,461
   
 
ສປປ ລາວ ເຂົ້າເປັນ ສະມາຊິກສົມບູນຂອງ WHO ກ່ຽວກັບການຕິດຕາມຄວາມປອດໄພຂອງຢາ ໃນວັນທີ 8 ກໍລະກົດ 2015
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 23/09/2015

ບົດຂ່າວໂດຍ: ນາງ ສຸລິວັນ ແກ້ວກິນນາລີ ຮອງຫົວໜ້າພະແນກຄຸ້ມຄອງການຢາລັດ (ກອຢ)

ເພື່ອຮັບປະກັນການໃຊ້ຢາປິ່ນປົວຄົນເຈັບໃຫ້ມີຄວາມປອດໄພ ປ້ອງກັນອາການທີ່ບໍ່ເພິ່ງປາດຖະໜາທີ່ເກີດຂຶ້ນ ຈາກການນໍາໃຊ້ຢາ, ກອງປະຊຸມຊະມັດຊາໃຫຍ່ ຂອງ ອົງການອະນາໄມໂລກ ຄັ້ງທີ 28 ເຫັນດີໃຫ້ມີລະບົບການຕິດຕາມຄວາມປອດໄພຂອງຢາສາກົນຂຶ້ນ ໃນປີ 1968 (The WHO Program for International Drug Monitoring) ເຊິ່ງຈຸດປະສົງ ແມ່ນເພື່ອສ້າງລະບົບເຄືອຂ່າຍໃນການເກັບກໍາຂໍ້ມູນທີ່ເກີດຂຶ້ນຈາກການນໍາໃຊ້ຢາ ແລະ ເພື່ອແລກປ່ຽນຂໍໍໍ້ມູນດ້ານຄວາມປອດໄພຂຂອງຢາ ໃນທົ່ວໂລກ. ປະຈຸບັນລະບົບຕິດຕາມຄວາມປອດໄພດ້ານຢາ ຂອງອົງການອະນາໄມໂລກ ແມ່ນມີສະມາຊິກເຄືອຂ່າຍຫລາຍກວ່າ 140 ປະເທດ ໃນທົ່ວໂລກ.

ສໍາລັບວຽກງານການຕິດຕາມຄວາມປອດໄພຂອງຂອງຢາ ຢູ່ ສປປ ລາວ ກໍ່ຄືໃນຂົງເຂດ ອາຊຽນ ມີຄວາມຈໍາເປັນຕ້ອງສ້າງລະບົບດັ່ງກ່າວ. ສໍາລັບວຽກງານດັ່ງກ່າວ ໃນຂົງເຂດອາຊຽນ ມີ 08 ປະເທດ ທີ່ໄດ້ເຂົ້າເປັນສະມາຊິກຂອງແຜນງານດັ່ງກ່າວແລ້ວ ຍັງເຫລືອແຕ່ ປະເທດ ມຽນມາ  ແລະ ສປປ ລາວ ທີ່ຍັງບໍ່ທັນໄດ້ເຂົ້າເປັນສະມາຊິກ.

         ໃນການສ້າງເງື່ອນໄຂໃຫ້ແກ່ ສປປ ລາວ ເພື່ອໃຫ້ໄດ້ເຂົ້າເປັນສະມາຊິກເຄືອຂ່າຍ ຂອງອົງການອະນາໄມໂລກ ດ້ານການລາຍງາານຜົນສະທ້ອນຈາກການໃຊ້ຢາ, ກົມອາຫານ ແລະ ຢາ ໂດຍການຮ່ວມມືກັບ ກົມປິ່ນປົວ ແລະ ສູນຕ້ານເອດ ແລະ ພະຍາດ ຕິດຕໍ່ທາງເພດສໍາພັນ ໄດ້ຈັດຕັ້ງໂຄງການຕົວແບບໃນການຕິດຕາມຜົນສະທ້ອນຈາກການນໍາໃຊ້ຢາ ໃນເບື້ອງຕົ້ນເນັ້ນໃສ່ການຕິດຕາມ ໝວດຢາ ARV ແລະ ເລືອກການຕິດຕາມຢາ ສອງຊະນິດຄື: Nevirapine (NVP) ແລະ  Zidovudine (AZT)  ແລະ ໄດ້ຈັດຕັ້ງປະຕິບັດຢູ່ ຫ້າ ສູນປິ່ນປົວຜູ້ຕິດເຊື້ອ HIV ຄື: ໂຮງໝໍມະໂຫສົດ, ເສດຖາທິລລາດ, ໂຮງໝໍແຂວງ ຫລວງພະບາງ, ໂຮງໝໍແຂວງສະຫວັນນະເຂດ ແລະ ຈໍາປາສັກ ໃນປີ 2012-2013 ໂດຍການສະໜັບສະໜູນທາງດ້ານງົບປະມານ ແລະ ເຕັກນິກຈາກ ອົງການອະນາໄມໂລກ.

          ຜົນຂອງການປະຕິບັດໂຄງການຕົວແບບດັ່ງກ່າວ ພົບວ່າ, ໃນຄົນເຈັບ 421 ທີ່ກິນຢາດັ່ງກ່າວ ເກີດອາການແພດ 73 ກໍລະນີ. ຈາກຜົນຂອງການເກັບກໍາຂໍ້ມູນຂອງໂຄງການຕົວແບບດັ່ງກ່າວ ກະຊວງສາທາລະນະສຸກ ຈຶ່ງໄດ້ຢືນສະເຫນີ ເຖິງອົງການ ອະນາໄມໂລກ ເພື່ອຂໍເປັນສະມາຊິກເຄືອຂ່າຍຂອງອົງການອະນາໂມໂລກ ກ່ຽວກັບການລາຍງານຄວາມປອດໄພຂອງການນໍາໃຊ້ຢາ ແລະ ຫລັງຈາກນັ້ນ ສປປ ລາວ ກໍ່ໄດ້ຖືກຮັບຮອງເປັນສະມາຊິກສໍາຮອງ ໃນວັນທີ 15 ສິງຫາ 2013.

 

World map showing the Official and Associate member countries as of April 2014. Some small countries may not be visible on this map.

Official member Associate member

 

ພາຍຫລັງທີ່ໄດ້ຮັບເປັນສະມາຊິກສໍາຮອງແລ້ວ ກົມອາຫານ ແລະ ຢາ ກໍ່ໄດ້ສືບຕໍ່ ເກັບກໍາຂໍ້ມູນ ກ່ຽວກັບ ຜົນສະທ້ອນຈາການນໍາໃຊ້ຢາ (Adverse Drug Reaction-ADR) ລາຍງານ ຈໍານວນທັງໝົດ 143 ກໍລະນີ ພ້ອມທັງມີການສ້າງສາຍສໍາພັນທີ່ດີ ກັບສູນຕິດຕາມຄວາມປອດໄພຂອງຢາ ຂອງ ອົງການອະນາໄມໂລກ ຫລື ສູນ Uppsala Monitoring Centre ໂດຍສືບຕໍ່ການເກັບກໍາຂໍ້ມູນການແພ້ຢາດັ່ງກ່າວ ແລ້ວ ປ້ອນເຂົ້າໃນ ລະບົບຖານຂໍ້ມູນ (data base) ຂອງອົງການອະນາໄມໂລກ. ຈົນມາຮອດປະຈຸບັນ ໄດ້ລາຍງານ 90 ກໍລະນີ. ຍ້ອນມີຜົນງານ ແລະ ການເຄື່ອນໄຫວໃນການຕິດຕາມຄວາມປອດໄພຈາກການໃຊ້ຢາເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຖືຮັບຮອງ ຈາກ WHO ໃຫ້ເປັນ ສະມາຊິກສົມບູນ ປະເທດທີ 122 ໃນວັນທີ 8 ກໍລະກົດ 2015.

          ໃນການເຂົ້າເປັນສະມາຊິກເຄືອຂ່າຍການລາຍງານຄວາມປອດໄພຂອງຢາ ຜົນປະໂຫຍດທີ່ຈະໄດ້ຮັບມີ:

1. ສາມາດຍົກສູງບົດບາດທາງດ້ານການຄຸ້ມຄອງດ້ານຢາ ຂອງ ສປປ ລາວ ໃຫ້ເຊື່ອມສານກັບຫລັກການຂອງສາກົນ. ການຕິດຕາມຄວາມປອດໄພຂອງຢາ ແມ່ນໜ້າທີ່ຫລັກອັນໜຶ່ງ ຂອງວຽກງານຄຸ້ມຄອງການຢາ ຂອງອົງການຄຸ້ມຄອງແຫ່ງຊາດດ້ານຢາ (ກົມອາຫານ ແລະ ຢາ ກະຊວງສາທາລະນະສຸ).

2. ສາມາດເຂົ້າເຖິງຖານຂໍ້ມູນຄວາມປອດໄພດ້ານຢາ ຂອງສາກົນ (Access Worldwide Medicine Safety Data).

3. ສາມາດຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນພາກພື້ນ ແລະ ສາກົນ ແລະ ສາມາດແລກປ່ຽນຂໍ້ມູນຂ່າວສານ ດ້ານຢາ ພ້ອມທັງ ສາມາດເຜີຍແຜ່ໃຫ້ສາທາລະນະຊົນ ດ້ວຍລະບົບການເຕືອນໄພທີ່ສອດຄ່ອງ ແລະ ເຮັດໃຫ້ຜູ້ຊົນໃຊ້ ມີຄວາມລະມັດລະວັງຫລາຍຂຶ້ນ.

4. ສາມາດນໍາໃຊ້ເຄື່ອງມືສໍາລັບການລາຍງານ,​ ການເກັບກໍາຂໍ້ມູນ, ການຄົ້ນຫາ ແລະ ການວິໄຈຂໍ້ມູນການລາຍງານ (Individual Case Safety Reports).

5. ໄດ້ຮັບການສະໜັບສະໜູນ ດ້ານວິຊາການ ເຊັ່ນ: ການອົບຮົມ ແລະ ຄູມືຕ່າງໆ ໃນການຕິດຕາມຄວາມປອດໄພຂອງຢາ.

6. ການລາຍງານຈາກການຕິດຕາມຜົນສະທ້ອນຂອງການນໍາໃຊ້ຢາ ໄດ້ນໍາມາເປັນຂໍ້ມູນທາງດ້ານການຄຸ້ມຄອງ ຄຸນນະພາບຢາ ເພື່ອຮັບປະກັນຄວາມປອດໄພ ແລະ ປົກປ້ອງຜູ້ບໍລິໂພກ ຕາມແຜນງານຂອງກະຊວງສາທາລະນະສຸກ ທີ່ເປັນຄວາມຮັບຜິດຊອບ ຂອງສາຍອາຫານ ແລະ ຢາ.

          ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນການສະໜອງຕອບຕໍ່ແນວທາງຂອງພັກ-ລັດ ທີ່ມີຕໍ່ວຽກງານສາທາລະນະສຸກ ໂດຍສະເພາະການຈັດຕັ້ງປະຕິບັດແຜນຍຸດທະສາດປະຕິຮູບສາທາລະນະສຸກ ທາງດ້ານການປັບປຸງການບໍລິການ. ເປັນການຈັດຕັ້ງຜັນຂະຫຍາຍ ນະໂຍບາຍແຫ່ງຊາດດ້ານຢາ. ເພື່ອສືບຕໍ່ພັດທະນາວຽກງານດັ່ງກ່າວໃຫ້ດີຂຶ້ນ, ການຕິດຕາມຜົນສະທ້ອນຈາການນໍາໃຊ້ຢາ ໃຫ້ໄດ້ຖືກຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ, ກົມອາຫານ ແລະ ຢາ ພາຍໃຕ້ການຊີ້ນໍາຂອງຄະນະນໍາ ຂອງກະຊວງສາທາ່ລະນະສຸກ ໄດ້ກໍານົດເອົາວຽກງານດັ່ງກ່າວ ເຂົ້າໃນແຜນງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ຂອງແຜນພັດທະນາສາທາລະນະສຸກ 05 ປີ (2016-2020) ຊຸດທີ XIII.

 

ກົດປຸ່ມນີ້ ເພື່ອເບິ່ງຂໍ້ມູນເພີ້ມຕື່ມ

 

 
ແຫລ່ງທີ່ມາ:
   
         
ID ຊື່ຜະລິດຕະພັນ ໂຮງງານຜູ້ຜະລິດ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ຈາກໂຮງງານ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ໂດຍສູນວິເຄາະລະບາດວິທະຍາ ເລກທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ວັນທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ບໍລິສັດນຳເຂົ້າ ຮູບພາບ ແລະ ວິທີການນໍາໃຊ້
1Sure Status COVID-19 Antigen Card Test (Nasopharyngeal Swab)Premier Medical Corporation Private Limited (India)ຄວາມໄວ 94.4% (Sensitivity), ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0101/11/2021ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
2Panbio COVID-19 Ag Rapid Test Device (Nasal)Abbott Rapid Diagnostic Jena GmbH (Germany) ຄວາມໄວ 98.1% (Sensitivity) ຄວາມຈຳເພາະ 99.8% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0201/11/2021ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດPREVIEW
3Standard Q COVID-19 Ag Test (Nasopharyngeal Swab)SD Biosensor, Inc (Korea)- ທົດສອບໃນປະເທດເຢຍລະມັນ ຄວາມໄວ 100% (Sensitivity) ຄວາມຈຳເພາະ 99.3% (Specificity), ທົດສອບໃນປະເທດເຢຍບຣາຊີນ ຄວາມໄວ 95.9% (Sensitivity) ຄວາມຈໍາເພາະ 97.6% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0318/11/2021ບໍລິສັດ ເອັສເຄເອັນການຄ້າ ຂາອອກ-ຂາເຂົ້າຈຳກັດ ຜູ້ດຽວPREVIEW
4COVID-19 (SARS-CoV-2) Antigen Test Kit (Kolloidal Gold)Anhui DeepBlue Medical Technology,Co.,Ltd (China)ຄວາມໄວ 96.4% (Sensitivity)ຄວາມຈຳເພາະ 99,8% (Specificity)ບໍ່ໄດ້ທົດສອບຄືນEUA-02-0722/02/2022ບໍລິສັດ ພອນທິດາ ຂາເຂົ້າ - ຂາອອກPREVIEW
5Covid-19 Antigen CARD KitFosun Diagnostics (Shanghai) Co.,Ltd (China)ຄວາມໄວ 96.1% (Sensitivity) ຄວາມຈຳເພາະ 99,5% (Specificity)ບໍ່ໄດ້ທົດສອບຄືນEUA-02-0218/02/2022ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
6SARS-CoV-2 Rapid Antigen Test Kit (Colloidal Gold)Genrui Biotech Inc. (China)ຄວາມໄວ 98.13% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0418/02/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
7One Step Rapid Test, SARS-CoV-2 Rapid Antigen Test (Immunochromatograpphy Assay)Qingdao Hightop Biotech Co.,Ltd (China)ຄວາມໄວ 93% (Sensitivity) ຄວາມຈຳເພາະ 99% (Specificity)ບໍ່ໄດ້ທົດສອບຄືນEUA-02-0318/02/2022ບໍລິສັດ ເອັນເອັນຊີ ຟາກມາຈຳກັດPREVIEW
8Sure Status COVID-19 Antigen Card Test (Home Test)Premier Medical Corporation Private Limited (India)ຄວາມໄວ 95% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0118/02/2022ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
92019-nCoV Antigen Test, W634P0009 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0622/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
102019-nCoV Antigen Test, W196P0010 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0522/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
11SARS-CoV-2 Antigen Test Kit (LFIA)Jiangsu Medomic Medical Technology Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0827/04/2022ບໍລິສັດ ດີເຄເອັດສເຮັດສ ລາວ ຈຳກັດ (DKSH)PREVIEW
122019-nCoV Antigen Rapid Test Cassette Anterior Nasal SwabBeijing Applied Biological Technologies Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0926/04/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
13SARS-CoV-2 Rapid Antigen Test Kit (Colloidal Gold Method)Nanjing Qiitianying Biotech Co., Ltdຄວາມໄວ 96,25% (Sensitivity) ຄວາມຈຳເພາະ 99% (Specificity)N/AEUA-02-1011/05/2022ບໍລິສັດ ຄ່າງອານອິນເຕີເນເຊີນນໍ ຂາເຂົ້າ ແລະ ຂາອອກ ຈຳກັດຜູ້ດຽວPREVIEW

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA