ຊົມເຊີຍວັນຄູ່ແຫ່ງຊາດ, ຊົມເຊີຍວັນ ປະກາດເອກະລາດ ຢ່າງສຸດໃຈ LAO ENG   
 
 
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 28
 ມື້ນີ້ 45
 ມື້ວານນີ້ 854
 ເດືອນນີ້ 10,903
 ເດືອນແລ້ວນີ້ 8,956
 ປີນີ້ 87,730
 ປີກາຍນີ້ 106,415
 ທັງໝົດ 404,870
   
 
ບົດຖະແຫຼງຂ່າວ ປະຈໍາວັນທີ 13 ຕຸລາ 2021 ຂອງ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກສທ. ກ່ຽວກັບ ການນໍາໃຊ້ຢາ ແລະ ຜະລິດຕະພັນການແພດ ໃນວຽກງານຕອບໂຕ້ການລະບາດພະຍາດ ໂຄວິດ-19
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 14/10/2021

ບົດຖະແຫຼງຂ່າວ ປະຈໍາວັນທີ 13 ຕຸລາ 2021

ຂອງ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກສທ.

ກ່ຽວກັບ ການນໍາໃຊ້ຢາ ແລະ ຜະລິດຕະພັນການແພດ ໃນວຽກງານຕອບໂຕ້ການລະບາດພະຍາດ ໂຄວິດ-19

ສະບາຍດີບັນດາທ່ານທີ່ນັບຖື ແລະ ຮັກແພງ ເຊິ່ງກໍາລັງຕິດຕາມຮັບຊົມ ແລະ ຮັບຟັງການລາຍງານຂ່າວໃນມືື້ນີື້,ໂດຍໄດ້ຮັບມອບໝາຍຈາກຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19, ຂ້າພະເຈົ້າ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກສທ. ຈະມາລາຍງານໃຫ້ບັນທ່ານຮັບຊາບກ່ຽວກັບສະພາບການຂອງສັງຄົມທີ່ກໍາລັງ ມີຂໍ້ຄິດເຫັນຫຼາຍແບບ ຕໍ່ກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂ  ການລະບາດຂອງພະຍາດ ໂຄວິດ-19 ແລະ ການປະກົດໃຫ້ເຫັນໃນສື່ Online ທີ່ຫຼາຍຄົນໄດ້ແລກປ່ຽນ ລວມທັງຂໍ້ມູນທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ແລະ ສ້າງຄວາມສັບສົນເຮັດໃຫ້ເຂົ້າໃຈຜິດພາດ, ໃນນັ້ນ ການໂຄສະນາ ຊັກຊວນການຊື້-ຂາຍຜະລິດຕະພັນທີ່ແຈ້ງວ່າ ສາມາດແກ້ໄຂບັນຫາການຕິດເຊື້ອ ໂຄວິດ-19 ໃນຮູບແບບການໂຄສະນາຊວນເຊື່ອ ແລະຈໍາໜ່າຍສິນຄ້າ ໂດຍດໍາເນີນໄປແບບຜິດຈາກຫຼັກການທາງວິຊາການ ທີ່ເພິ່ນໄດ້ກໍານົດ. ບັນດາຜະລິດຕະພັນເລົ່ານັ້ນ ໄດ້ແກ່: ເຄື່ອງກວດຫາເຊື້ອ ແບບໄວ, ສະເປຂ້າເຊື້ອ, ຢາພື້ນເມືອງ, ແຜ່ນກໍາຈັດໄວຣັສ ແລະ ອື່ນໆ

ບັນດາທ່ານທີ່ ຮັກແພງ ທັງຫຼາຍ ໃນສະພາບການທີ່ສັງຄົມກໍາລັງໄດ້ຮັບຜົນກະທົບ ຈາກການລະບາດ ຂອງເຊື້ອພະຍາດໂຄວິດ-19 ນີ້ ຈະເຮັດໃຫ້ແຕ່ລະຄົນມີຄວາມກັງວົນ ຕໍ່ບັນຫາທີ່ເກີດຂຶ້ນ ແລະ ຊອກທຸກວິທີທາງໃນການແກ້ໄຂເພື່ອຄວາມສາມາດຫຼີກເວັ້ນໄດ້ ເຮັດໃຫ້ປະສະຈາກການຕິດເຊື້ອ ຫຼື ການປິ່ນປົວສຸຂະພາບ ຕາມເງື່ອນໄຂຂອງສ່ວນບຸກຄົນ. ສະນັ້ນ ຈິ່ງຕ້ອງມີຄວາມລະມັດລະວັງ ແລະ ເອົາໃຈໃສ່ຕໍ່ຂໍ້ມູນຂ່າວສານທີ່ບິດເບືອນ ເຊິ່ງອາດນໍາໄປສູ່ຜົນເສຍຫາຍໃຫ້ແກ່ສັງຄົມ, ຄອບຄົວ ແລະ ຕົວຂອງທ່ານເອງໄດ້. ສະນັ້ນການຈັດຕັ້ງກ່ຽວຂ້ອງ ຈະເປັນອົງກອນທີ່ມີຄວາມສໍາຄັນໃນການເຮັດໜ້າທີ່ຄວບຄຸມ, ຄຸ້ມຄອງ, ປ້ອງກັນ ແລະ ໃຫ້ການຊ່ວຍເຫຼືອຕາມຫຼັກວິຊາການ ແລະ ຄວາມຮັບຜິດຊອບ. ບັນຫາທີ່ພົວພັນເຖິງຜະລິດຕະພັນທາງການແພດ ເຫັນວ່າເປັນປະເດັນທີ່ຄວນໄດ້ແລກປ່ຽນຂໍ້ມູນ ຄື:

† ເຄື່ອງກວດແບບໄວ ຊອກຫາຜົນການຕິດເຊື້ອ ໂຄວິດ-19

ກະຊວງສາທາລະນະສຸກ ໃນປະຈຸບັນແມ່ນສຸມໃສ່ການເຝົ້າລະວັງ ແລະ ປິ່ນປົວພະຍາດ COVID-19 ຢ່າງເຂັ້ມງວດ ​ເນື່ອງ​ຈາກ​ການລະບາດມີ​ທ່າອ່ຽງ​ເພີ້​ມຂື້ນ​ກະຈາຍຢູ່​ຫຼາຍ​ແຂວງ ​​ເຊີ່ງ​ພົບຈຳນວນຜູ້​ຕິດ​ເຊື້ອ​ເພີ່ມ​ຂື້ນ ​ແລະ ​ແຜ່​ລາມ​ອອກ​ໄປ​ສູ່​ຊຸມ​ຊົນ.    ໃນການວິເຄາະ ເພື່ອຊອກຫາການຕິດເຊື້ອພະຍາດ COVID-19 ​ແມ່ນ​ໄດ້ນໍາໃຊ້​ເຄື່ອງ Real Time Polymerase Chain Reaction (RT-PCR) ສາມາດຢັ້ງຢືນບົ່ງມະຕິພະຍາດ ທີ່ມີຄວາມຊັດເຈນສູງ.

ສໍາລັບການນໍາໃຊ້ເຕັກນິກການກວດ ທີ່ໃຊ້ເຄື່ອງທົດສອບແບບໄວ (Rapid Test) ແມ່ນເຕັກນິກການກວດວິເຄາະທີ່ມີຄວາມວ່ອງໄວ ແລະ ລາຄາຖືກ ແຕ່ມັນກໍ່ມີສິ່ງຈໍາກັດ ຫຼາຍຢ່າງໃນການນໍາໃຊ້ຕົວຈິງເຂົ້າໃນການບົ່ງມະຕິພະຍາດ ເນື່ອງຈາກວ່າຄວາມໄວໃນການກວດພົບເຊື້ອບໍ່ສູງ (low sensitivity)  ເຊິ່ງເປັນສາເຫດໃຫ້ເກີດການອອກຜົນເປັນລົບປອມ (false negative), ເປັນສາເຫດທີ່ເກິດການອອກຜົນບວກປອມ (false positive) ແລະ ບໍ່ມີຄວາມແມ່ນຢໍາ (low specificity) ເຊິ່ງເປັນສາເຫດໃຫ້ເກີດມີປະຕິກິລິຍາກັບພູມຄຸ້ມກັນອື່ນທີ່ຄ້າຍຄຽງກັນ (cross-reaction), ໃນນັ້ນ ຄວາມແມ່ນຢຳຂອງມັນກໍຂື້ນກັບການກວດໃນລະຫວ່າງໃດ ຂອງໄລຍະເວລາການຕິດເຊື້ອ ເຊິ່ງການກວດກ່ອນ ຫລື ພາຍຫລັງການຕິດເຊື້ອຫລາຍວັນຈົນຮ່າງກາຍເຂົ້າສູ່ໄລຍະການຟື້ນໂຕ ເຊື້ອພະຍາດໃນຮ່າງກາຍ ມີຈໍານວນໜ້ອຍຈະເຮັດໃຫ້ໄດ້ຮັບຜົນລົບປອມ.

ເຖິງວ່າການນໍາໃຊ້ເຄື່ອງທົດສອບແບບໄວ (AgRDT) ທີ່ມີສິ່ງຈໍາກັດຫຼາຍຢ່າງໃນການນໍາໃຊ້ຕົວຈິງເຂົ້າໃນການກວດ​ວິ​ເຄາະ ບົ່ງມະຕິພະຍາດ ຖ້າເຄື່ອງດັ່ງກ່າວບໍ່ຮັບປະກັນຄຸນນະພາບ ແລະ ການນໍາໃຊ້ບໍ່ຖືກວິທີ ກໍຈະເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຄວບຄຸມພະຍາດ ແລະ ອາດສ້າງຄວາມສັບສົນໃຫ້ແກ່ຄວາມເຂົ້າໃຈຕໍ່ການເຝົ້າລະວັງ ແລະ    ປ້ອງກັນຂອງຄົນໃນສັງຄົມ. ກ່ຽວກັບເຄື່ອງກວດແບບໄວທີ່ມີໃນຕະຫລາດແບບກວດແອນຕີເຈນ (Antigent RDT) ແລະ ແອນຕີບໍດີ້ (Antibody RDT) ມີຄວາມແຕກຕ່າງ ດ້ານຈຸດປະສົງ ຫຼື ເປົ້າໝາຍການນໍາໃຊ້ ແລະ ຄວາມບໍ່ຊັດເຈນຂອງມັນກໍ່ມີຄວາມແຕກຕ່າງເຊັ່ນກັນ. ເນື່ອງຈາກມີຄວາມຕ້ອງການກວດວິເຄາະໃຫ້ທົ່ວເຖິງ, ທັນການ ຄຽງຄູ່ກັບຂະບວນການກວດວິເຄາະດ້ວຍເຕັກນິກ ແລະ ມາດຕະຖານສູງ ແລະ ເຮັດໃຫ້ການຄົ້ນຫາຜູ້ຕິດເຊື້ອໄດ້ຢ່າງທັນການ ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ສາທາລະນະສຸກ ທີ່ກ່ຽວຂ້ອງ.

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກຄໍາສັ່ງ ສະບັບເລກທີ 1101/ສທ, ລົງວັນທີ 24/09/2021

  1. ອະນຸຍາດໃຫ້ນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ສໍາລັບພາກລັດ ທີ່ມີເງື່ອນໄຂ ແລະ ປະຕິບັດຕາມຍຸດທະສາດຂອງການສ້າງຂີດຄວາມສາມາດຂອງການກວດສອບ ທີ່ກະຊວງສາທາລະນະສຸກ ໄດ້ສ້າງຂຶ້ນ.
  2. ຈະຄົ້ນຄວ້າ ແລະ ພິຈາລະນາ ອະນຸຍາດການນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ສໍາລັບຂົງເຂດໂຄງການພັດທະນາຂອງລັດຖະບານ ແລະ ເຂດອຸດສາຫະກໍາທີ່ມີແຮງງານເປັນຈໍານວນຫຼາຍ ທີ່ມີເງື່ອນໄຂໃນການກວດ, ໄດ້ຜ່ານການອົບຮົມ, ຜ່ານການປະເມີນຄວາມສາມາດ ໂດຍເຈົ້າໜ້າທີ່ສາທາລະນະສຸກກ່ຽວຂ້ອງ ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມ ຍຸດທະສາດຂອງການສ້າງຂີດຄວາມສາມາດຂອງການກວດວິເຄາະ ທີ່ກະຊວງສາທາລະນະສຸກ ໄດ້ສ້າງຂຶ້ນ
  3. ຫ້າມບຸກຄົນ ຫຼື ນິຕິບຸກຄົນ ນໍາເຂົ້າເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19  ເຂົ້າມາຈໍາໜ່າຍຢູ່ໃນ ສປປ ລາວ ຢ່າງເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ສາທາລະນະສຸກກ່ຽວຂ້ອງ.
  4. ຫ້າມບຸກຄົນ ​ແລະ ບັນດາສະຖານທີ່ບໍລິການພາກເອກະຊົນ ໃນຂອບເຂດທົ່ວປະເທດ ນໍາໃຊ້ເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19 ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ຢ່າງເດັດຂາດ.
  5. ຖ້າບຸກຄົນ ຫຼືພາກສ່ວນໃດລະເມີດຄໍາສັ່ງສະບັບນີ້ຈະຖືກກ່າວເຕືອນ, ອາຍັດ, ປັບໄໝແລະລົງໂທດຕາມລະບຽບກົດໝາຍທີ່​ໄດ້​ກຳນົດ​ໄວ້.
  6. ໃນກໍລະນີພົບເຫັນການນໍາໃຊ້ເຄື່ອງດັ່ງກ່າວມາຂ້າງເທິງໃນສະຖານທີ່ທີ່ບໍ່ໄດ້ຮັບອະນຸຍາດ ໃຫ້ແຈ້ງມາຍັງການຈັດຕັ້ງກ່ຽວຂ້ອງຂອງກະຊວງສາທາລະນະສຸກ ຫຼື ລາຍງານໃຫ້ສາຍດ່ວນ 165 ຫຼື 166.
  7. ກໍລະນີບໍລິສັດຈະນໍາເຂົ້າເຄື່ອງທົດສອບແບບໄວ (AgRDT) ກະຊວງສາທາລະນະສຸກອະນຸຍາດ ແມ່ນທາງການໄດ້ມີການກໍານົດແຫຼ່ງທີ່ມາ ເຊັ່ນ: ຈາກແຫຼ່ງໂດຍໄດ້ຜ່ານການຮັບຮອງຈາກອົງການອະນາໄມໂລກ ຫຼື ຢັ້ງຢືນຈາກບັນດາປະເທດທີ່ມີຄວາມເຂັ້ມແຂງທາງດ້ານການຄຸ້ມຄອງຜະລິດຕະພັນການແພດ......

ການນໍາເຂົ້າຕ້ອງແມ່ນໜ້າທີ່ຂອງຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມລະບຽບການຂອງກະຊວງສາທາລະນະສຸກ, ໃນປະຈຸບັນບໍລິສັດຂາອອກ-ຂາເຂົ້າ ຢາ ແລະ ຜະລິດຕະພັນການແພດ ມີທັງໝົດ: 84 ບໍລິສັດ ໃນນັ້ນມີ: ບໍລິສັດດ້ານ ຢາ  18, ດ້ານອຸປະກອນການແພດ 35, ດ້ານຢາ ແລະ ອຸປະກອນ 31.

          ໃນສະພາບການປະຈຸບັນ ພົບເຫັນການຈໍລະຈອນສິນຄ້າເລົ່ານັ້ນຂອງບຸກຄົນທົ່ວໄປ ທີ່ບໍ່ສອດຄ່ອງກັບລະບຽບການ ເຊິ່ງມີການຊື້-ຂາຍ ຊະຊາຍ ຜ່ານສື່ ແລະ ໂດຍກົງ  ເຊິ່ງເຫັນວ່າມີຫຼາຍຍີ່ຫໍ້ ທີ່ສາມາດສັງລວມໄດ້ຈໍານວນໜຶ່ງ.

ຕໍ່ກັບສະພາບການດັ່ງກ່າວ ຈິ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ລະຂະແໜງການ ໃຫ້ຄວາມຮ່ວມມືໃນການສະກັດກັ້ນ ແລະ ເຮັດໃຫ້ສັງຄົມລາວ ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ເປັນເຈົ້າການໃນການປະຕິບັດລະບຽບກົດໝາຍຂອງບ້ານເມືອງ.

[ ຂ້າພະເຈົ້າຈິ່ງຂໍແນະນໍາໃຫ້ ບັນດາທ່ານ ຊາບວ່າ:

  • ການກວດຫາເຊື້ອແມ່ນວິທີການໜຶ່ງທີ່ຈຳເປັນເພື່ອຕໍ່ສູ້ກັບພະຍາດໂຄວິດ-19. ຂໍຄວາມຮ່ວມມືຈາກບັນດາທ່ານທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ (C1) ແລະ ຜູ້ທີ່ມີອາການສົງໄສຂອງພະຍາດໂຄວິດ-19 ໃຫ້ໄປກວດຫາເຊື້ອໃນຈຸດບໍລິການທີ່ໄດ້ກຳນົດໄວ້ ເພາະທ່ານຈະໄດ້ຮັບການກວດທີ່ດີທີ່ສຸດ ແລະ ບໍ່ເສຍເງິນ.
  • ການກວດຫາເຊື້ອດ້ວຍຕົນເອງດ້ວຍເຄື່ອງກວດແບບໄວນັ້ນບໍ່ແມ່ນທາງເລືອກທີ່ດີຖ້າທຽບໃສ່ການກວດຈາກຫ້ອງວິເຄາະ. ການກວດຫາເຊື້ອ, ການຊອກຄົ້ນຫາຜູ້ຕິດເຊື້ອ ແລະ ການແຍກປ່ຽວຜູ້ສຳຜັດໃກ້ຊິດອອກຈາກຄົນອື່ນ ຕ້ອງໄດ້ເຮັດໃຫ້ໄວເພື່ອຕັດຕ່ອງໂສ້ຂອງການລະບາດ.
  • ຖ້າທ່ານເປັນກຸ່ມສ່ຽງ ຫຼື ນອນຢູ່ໃນເງື່ອນໄຂການກວດ, ໃຫ້ທ່ານໄປກວດຫາເຊື້ອກັບແພດ-ໝໍຢູ່ຈຸດກວດທີ່ກຳນົດໄວ້ ທ່ານຈະບໍ່ໄດ້ເສຍຄ່າໃດໆ.​  
  • ການນຳໃຊ້ເຄື່ອງກວດແບບໄວຂອງກະຊວງສາທາລະນະສຸກແມ່ນເພື່ອເຮັດການກວດແບບທ່າບຸກ ແລະ ໃຫ້ມີຄວາມສະດວກຕໍ່ການເຂົ້າເຖິງເຂດຫ່າງໄກສອກຫຼີກ. ປະສິດທິພາບຂອງເຄື່ອງກວດແບບໄວຍັງມີຢູ່ໃນຂະບວນປະເມີນຢູ່ ແຕ່ທ່ານສາມາດກວດຫາເຊື້ອກັບຊ່ຽວຊານແພດ-ໝໍໂດຍບໍ່ໄດ້ເສຍຄ່າໃດໆ ຖ້າທ່ານເປັນກຸ່ມສ່ຽງ.
  • ກະຊວງສາທາລະນະສຸກຍັງບໍ່ອະນຸຍາດໃຫ້ບຸກຄົນນຳໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ ໂດຍສະເພາະເຄື່ອງກວດທີ່ບໍ່ໄດ້ຮັບອະນຸມັດຈາກອົງການອະນາໄມໂລກໃນການນຳໃຊ້ສຸກເສີນ.
  • ການກວດດ້ວຍເຄື່ອງກວດແບບໄວແມ່ນໃຫ້ຜົນສໍາລັບມື້ທີ່ກວດເທົ່ານັ້ນ. ການກວດເປັນຜົນລົບຄັ້ງດຽວບໍ່ໄດ້ໝາຍຄວາມວ່າທ່ານບໍ່ຕິດເຊື້ອ.
  • ຄົນທົ່ວໄປອາດເກັບຕົວຢ່າງບໍ່ຖືກຈຸດ ຫຼື ອ່ານຜົນບໍ່ຖືກເວລາ ຫຼື ເຮັດການກວດບໍ່ຖືກຕ້ອງຄືກັບແພດທີ່ໄດ້ຜ່ານການອົບຮົມມາແລ້ວ ສະນັ້ນການກວດດ້ວຍຕົນເອງຈຶ່ງມີຄວາມສ່ຽງ.
  • ເຫດຜົນທີ່ສໍາຄັນທີ່ສຸດກໍຄື ທ່ານສາມາດແຜ່ເຊື້ອພະຍາດໃຫ້ຄົນອື່ນໄດ້ໃນເວລາທີ່ທ່ານໃຊ້ເຄື່ອງກວດດ້ວຍຕົນເອງ ເພາະວ່າທ່ານບໍ່ໄດ້ປະຕິບັດມາດຕະການປ້ອງກັນຄືແພດ ໂດຍສະເພາະ ບໍ່ໄດ້ໃສ່ຖົງມື, ບໍ່ໄດ້ໃສ່ຊຸດປ້ອງກັນຄືແພດ, ບໍ່ໄດ້ໃສ່ຜ້າອັດປາກ-ດັງ N-95 ແລະ ບຸກຄົນທົ່ວໄປກໍຖີ້ມເຄື່ອງທີ່ໃຊ້ກວດແລ້ວ ລົງຖັງຂີ້ເຫຍື້ອທົ່ວໄປ ໂດຍບໍ່ໄດ້ຂ້າເຊື້ອກ່ອນ.
  • ສະນັ້ນ ເມືອທ່ານສົງໄສວ່າເປັນຜູ້ໃກ້ຊິດ ກໍຂໍໃຫ້ມາກວດນໍາແພດໝໍເຮົາ ເພາະການກວດບໍ່ໄດ້ເສຍເງິນ ແລະ ບໍ່ໄດ້ລໍຖ້າຜົນກວດດົນ.

† ຢາພື້ນເມືອງ Lianhua Quingwen Capsule:

ຢາດັ່ງກ່າວມາຂ້າງເທິງນີ້ໄດ້ຂຶ້ນທະບຽນຢູ່ ສປປ ລາວ ແລ້ວ ແຕ່ກາງປີ 2020,  ທີ່ໄດ້ລະບູຂໍ້ບົ່ງໃຊ້ ສໍາລັບແກ້ພິດເບື່ອ, ແກ້ໄຂ້, ແກ້ຫວັດ, ແກ້ໄອ, ບັນເທົາອາການເຈັບຄໍ, ແກ້ປວດກ້າມຊີ້ນ. ແຕ່ວ່າມາຮອດປະຈຸບັນທາງອົງການອະນາໄມໂລກບໍ່ໄດ້ໃຫ້ເອົາເຂົ້າໃນຄູ່ມືປິ່ນປົວ COVID-19 ກໍ່ຄືຄູ່ມີປິ່ນປົວຂອງ ສປປ ລາວ. ການໃຊ້ປິ່ນປົວແບບສົມທົບອາດມີຫຼາຍຄົນນໍາໃຊ້ ເພາະວ່າຢານີ້ມີຂໍ້ບົ່ງໃຊ້ ແລະ ປະສິດທິຜົນໃກ້ຄຽງກັບການປົວຕາມອາການຂອງຜູ້ທີ່ຕິດເຊື້ອ COVID-19 ແຕ່ບໍ່ແມ່ນເຈາະຈົງ ແລະບໍ່ທັັນມີການຢັ້ງຢືນແບບວິທະຍາສາດ. ມີແຕ່ຂໍ້ມູນຈາກແຫຼ່ງຂ່າວຂອງສັງຄົມ.

* ໃນສັງຄົມກະພົບເຫັນສະພາບການຈໍລະຈອນ ທາງ Online ເຊິ່ງວ່າທາງຂະແໜງການ ອຢ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງຕິດຕາມເພື່ອແກ້ໄຂ.

ຢາພື້ນເມືອງຈໍານວນໜຶ່ງໄດ້ ນໍາໃຊ້ທົດລອງປິ່ນປົວ ເພື່ອເຮັດການສຶກສາຄົ້ນຄວ້າ ກັບຄົນຕິດເຊື້ອໂຄວິດ 19 ແລະ ການເຮັດການຄົ້ນຄວ້ານໍາໃຊ້ຢາພື້ນເມືອງ ກໍ່ແມ່ນເຮັດ ກັບກຸ່ມຄົນທີ່ໄດ້ຮັບເຊື້ອໂຄວິດ-19 ທີ່ມີອາການເບື້ອງຕົ້ນ ບໍ່ສະແດງອາການ ແລະ ອາການປານກາງ, ຢາທັງ 3 ຊະນິດຄື: ລາຊີບີ, ກະຊາຍຂາວ ແລະ ຜັກຄາວທອງ ທີ່ໄດ້ເຮັດການຄົ້ນຄວ້າກໍ່ແມ່ນເປັນອີກນື່ງທາງເລືອກໃນການປະກອບສວ່ນການນຳໃຊ້ຢາພື້ນເມືອງສົມທົບ ກັບຢາຫຼວງ ຈຸດປະສົງຫຼັກກໍ່ ເພື່ອຊວ່ຍ ສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ຫຼຸດຜ່ອນອາການ ແລະ ເພື່ອຊ່ວຍຢັບຢັ້ງການນໍາຂອງເຊື້ອລົງສູ່ປອດ. ປະຈຸບັນແມ່ນຍັງລໍຖ້າສະຫຼຸບຜົນການສຶກສາ.

ຂໍ້ມູນທີ່ທາງສັງຄົມໄດ້ແລກປ່ຽນ ກ່ຽວຂ້ອງກັບ ສະພາບການຢູ່ໃນບາງແຂວງ, ເຊີ່ງໃນທີ່ຜ່ານ ໄດ້ກຳນົດເອົາເປັນແຂວງ ເຮັດການສຶກສາ, ເຊີ່ງໃນເວລານັ້ນ ໄດ້ມີການລະບາດຂອງການຕິດເຊື້ອ ໂຄວິດ-19 ຫຼາຍໂດຍແມ່ນແຮງງານນໍາເຂົ້າຈາກປະເທດເພື່ອນບ້ານໃກ້ຄຽງ ສຳລັບຂໍ້ມູນຈາກແຫຼ່ງຂ່າວ ດັ່ງທີ່ບັນດາທ່ານໄດ້ຮັບນັ້ນ ອາດເປັນຂໍ້ມູນທີ່ຍັງບໍ່ທັນຊັດເຈນ ຈິ່ງເຮັດໃຫ້ມີຄຳຖາມຈາກສັງຄົມວ່າ ໄດ້ຜ່ານ ອຢ ແລ້ວບໍ່? ປີ່ນປົວດີແທ້ບໍ່? ກໍລະນີຢາທີ່ຜະລິດ-ປຸງແຕ່ງ  ທີ່ສັງຄົມກໍາລັງມີຫຼາຍຄໍາຖາມຕໍ່ການຄຸ້ມຄອງຂອງການຈັດຕັ້ງກ່ຽວຂ້ອງຂອງພາກລັດ.

ເຊີ່ງມື້ນີ້ ຂ້າພະເຈົ້າ ຂໍມາຊີ້ແຈງໃຫ້ບັນດາທ່ານຮັບຊາບວ່າ: ການດໍາເນີນດັ່ງກ່າວ ຕາມຈຸດປະສົງຫຼັກ  ກໍ່ແມ່ນການນຳສະເໜີ ເພື່ອການປະກອບສ່ວນ ຊ່ວຍເຫຼືອສັງຄົມ ແລະ ຄຽງຄູ່ກັບການເຮັດການຄົ້ນຄວ້າໄປພ້ອມໆກັນ ເຊີ່ງຢາດັ່ງກ່າວ ໄດ້ຜະລິດປຸງແຕ່ງຂື້ນ ແລະ ກໍ່ແມ່ນການກະກຽມປະກອບສ່ວນຮ່ວມກັບການຈັດຕັ້ງປະຕິບັດເຮັດການສຶກສາຄົ້ນຄວ້າໃນຄັ້ງນີ້, ເຊີ່ງຢາທີ່ນຳມາສະເໜີໃຊ້ເພື່ອການສຶກສາຄົ້ນຄວ້າໃນຄັ້ງນີ້ນັ້ນ ກໍ່ແມ່ນ ຢາພື້ນເມືອງ ທີ່ໄດ້ມາຈາກພືດທີ່ເປັນຢາ ທີ່ມີຊື່ເອີ້ນຈາກທ້ອງຖີ່ນທີ່ແຕກຕ່າງກັນ ແລະ ໄດ້ນຳມາເປັນສູດຕຳລາ ເຊີ່ງສູດຕໍາລານັ້ນ ກໍ່ແມ່ນຕໍາລາສືບທອດຈາກພູມປັນຍາຂອງທ້ອງຖິ່ນ, ເຊີ່ງຢາດັ່ງກ່າວ ຍັງຢູ່ໃນຂັ້ນຕອນການນຳສະເໜີເພື່ອຂໍການພິຈາລະນາ ການນຳໃຊ້ ເພື່ອການສຶກສາຄົ້ນຄວ້າກັບຄົນຕິດເຊື້ອພະຍາດໂຄວິດ-19. ສະນັ້ນ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຍັງຈະໄດ້ ສົມທົບສືບຕໍ່ ພິຈາລະນາ ແລະ ຢັ້ງຢືນຄຸນນະພາບ ກ່ອນການນຳໃຊ້ຢາພື້ນເມືອງ ດັ່ງກ່າວ ຕື່ມອີກ ໃນຂັ້ນຕໍ່ໄປ ເນື່ອງຈາກເປັນຢາພື້ນເມືອງທີ່ນຳໃຊ້ເຂົ້າເພື່ອເຮັດການສຶກສາຄົ້ນຄວ້າ, ແຕ່ວ່າການນຳໃຊ້ນັ້ນ ແມ່ນຈະຕ້ອງໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກສາກ່ອນ, ກໍ່ເພື່ອໃຫ້ການສຶກສາຄົ້ນຄວ້ານັ້ນ ໄປຕາມຫຼັກການວິທະຍາສາດ  ແລະ ຢູ່ພາຍໃຕ້ການນຳໃຊ້ຂອງແພດໝໍ ແລະ ມີການຕິດຕາມຢ່າງຄັກແນ່ ຈົນສາມາດສະຫຼຸບຜົນຂອງການສຶກສາຄົ້ນຄວ້າໄດ້ຢ່າງມີປະສິດທິຜົນ.

 ສໍາລັບຄໍາຖາມທີ່ວ່າ ປີ່ນປົວຄົນຕິດພະຍາດໂຄວິດ-19 ດີແທ້ບໍ່ ນັ້ນ ຮອດປະຈຸບັນແມ່ນຍັງບໍ່ມີການສຶກສາໃດ ຫຼື ການຢັ້ງຢືນໃດ ວ່າມີຢາໃຊ້ສະເພາະເພື່ອປີ່ນປົວຄົນຕິດພະຍາດໂຄວິດ-19 ໃຫ້ຫາຍດີໄດ້ ມີພຽງແຕ່ຢາ ທີ່ໃຊ້ປີ່ນປົວຕາມອາການ, ຊວ່ຍເສີມສ້າງພູມຕ້ານທານຂອງຮ່າງກາຍ ແລະ ຫຼຸດຜ່ອນການກະຈ່າຍແຜ່ເຊື້ອ ໃຫ້ເບົາບາງລົງ ຈົນກ້າວບໍ່ໃຫ້ລົງສູ່ປອດ ແລະ ອາການກໍ່ຄ່ອຍໆຫາຍດີຂື້ນ ຈົນບໍ່ພົບເຊື້ອໃນຮ່າງກາຍ.

ມາຮອດນີ້ ຍັງມີຕື່ມອີກຈຸດນື່ງ ຢາກຝາກນຳ ບັນດາທ່ານ, ພໍ່ແມ່ປະຊາຊົນ ວ່າ ການຈະຮູ້ວ່າ ຕົນເອງແມ່ນຕິດເຊື້ອພະຍາດໂຄວິດ-19 ນັ້ນ ແມ່ນຕ້ອງໄດ້ຮັບການກວດບົ່ງມະຕິຈາກແພດໝໍ ແລະ ຮັບການໃຫ້ຢາຕາມຄໍາແນະນໍາຂອງແພດເທົ່ານັ້ນ, ການຊື້ຢາກິນເອງ ຈາກແຫຼ່ງຂາ່ວ ຫຼື ໄດ້ຮັບຂໍ້ມູນຂ່າວສານ ຜ່ານສື່ອອນໄລຕ່າງໆ ແມ່ນໃຫ້ບັນດາທ່ານ ຈົ່ງມີສະຕິ ແລະ ລະວັງໃນແຫຼ່ງທີ່ມາຂອງຢາ, ການໄດ້ຮັບຢາປອມ, ຢາຕົກມາດຕະຖານ ແລະ ໄດ້ຮັບປະສິດທິຜົນຂອງຢາ ບໍ່ສອດຄ່ອງກັບການປີ່ນປົວ.

ສຸດທ້າຍນີ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ, ພໍ່ແມ່ປະຊາຊົນ ຢູ່ໃນສັງຄົມລາວທຸກຄົນ ໃຫ້ພ້ອມໃຈກັນປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ວາງອອກຢ່າງເຂັ້ມງວດ ເພື່ອຊ່ວຍກັນຄວບຄຸມການລະບາດ ໃຫ້ສິ້ນສຸດ ຫຼື ໄດ້ຮັບໄຊຊະນະ ຈາກໄພຂົ່ມຂູ່ ຂອງພະຍາດໂຄວິດ-19 ນີ້. ສະນັ້ນ ໃນການເຄື່ອນໄຫວທາງສັງຄົມໃຫ້ມີຄວາມລະມັດລະວັງ, ຫຼີກລ້ຽງປັດໃຈສ່ຽງຕ່າງໆ ໃນເວລາຈໍາເປັນອອກສູ່ສັງຄົມຕ້ອງໃສ່ຜ້າອັດປາກ-ດັງ, ໃຊ້ເຫຼົ້າ ຫຼື ເຈວເຫຼົ້າ ຂ້າເຊື້ອມືເປັນປະຈໍາ, ຮັກສາໄລຍະຫ່າງທາງສັງຄົມຕາມກໍານົດ ແລະ ສິ່ງສໍາຄັນ ຕ້ອງໄດ້ຮັບວັກຊິນຄົບໂດສ ຕາມເກນອາຍຸ, ຕາມການແນະນໍາ ແລະ ການບໍລິການຂອງ ແພດໝໍ, ພ້ອມນີ້ ຂ້າພະເຈົ້າຂໍຝາກເຕືອນວ່າ ຜູ້ຈຳໜ່າຍແລະໂຄສະນາຂາຍຜະລິດຕະພັນດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດຈາກ ກອຢ ກໍຖືວ່າຜິດຕໍ່ກົດໝາຍ ແລະລະລຽບການຂອງກະຊວງສາທາລະນະສຸກ ສະນັ້ນ ບໍ່ໃຫ້ປະຊົນຫຼົງເຊື່ອການໂຄສະນາຂາຍຜະລິດຕະພັນດັ່ງກ່າວ ເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງທ່ານໃຫ້ມີຄວາມປອດໄພ.

ຂໍຂອບໃຈ!

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA