ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຝຶກອົບຮົມຫຼັກການການຜະລິດທີ່ດີ (Good Manufacturing Practice, GMP) ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງ ແລະ ການຜະລິດຜະລິດຕະພັນຢາທັງຈາກພາກລັດ ແລະ ເອກະຊົນ
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 01/07/2022

ຂຽນໂດຍ: ທ່ານ ປອ ດຣ ນ. ດາວອນ ດວງດານີ, ຫົວໜ້າພະແນກຢາຄຸ້ມຄອງຢາຫລວງ

ໃນລະຫວ່າງວັນທີ 28-29 ມິຖຸນາ 2022 ໂດຍພາຍໃຕ້ການສະໜັບສະໜູນຂອງອົງການອະນາໄມໂລກ, ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຝຶກອົບຮົມຫຼັກການການຜະລິດທີ່ດີ (Good Manufacturing Practice, GMP) ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງ ແລະ ການຜະລິດຜະລິດຕະພັນຢາທັງຈາກພາກລັດ ແລະ ເອກະຊົນ ເຊິ່ງມາຈາກ ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະເພສັຊສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ໂຮງງານຜະລິດຢາພາຍໃນ ສປປ ລາວ ທັງໝົດ 42 ທ່ານ. ກອງປະຊຸມຝຶກອົບຮົມດັ່ງກ່າວ ເປັນການຝຶກອົບຮົມຄູ່ມື GMP ຂອງອົງການອະນາໄມໂລກ ໂດຍຊ່ຽວຊານຈາກອົງການອະນາໄມໂລກ ເຊິ່ງເນັ້ນໜັກໃສ່ຫົວຂໍ້ສຳຄັນໃນການກວດສອບຢັ້ງຢືນ ແລະ ລະບົບອາກາດຂອງໂຮງງານຜະລິດຢາ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນໜຶ່ງໃນການສະໜັບສະໜູນຂອງອົງການອະນາໄມໂລກເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຈັດຕັ້ງປະຕິບັດ GMP ໃນ ສປປ ລາວ ໂດຍສະເພາະໃນສະພາບການລະບາດຂອງ COVID-19 ໃນທົ່ວໂລກ ເຊິ່ງ ໂຮງງານຜະລິດາພາຍໃນຂອງ ສປປ ລາວ ກໍ່ໄດ້ຮັບການອະນຸຍາດການຜະລິດຢາຕ້ານເຊື້ອໂຄວິດ-19 ໃນພາວະສຸກເສີນເພື່ອປະກອບສ່ວນເຂົ້າໃນການແກ້ໄຂສະຖານະການການລະບາດ, ສະນັ້ນ ການຝຶກອົບຮົມ GMP ໃນຄັ້ງນີ້ຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງຂອງພາກລັດ ໃນການຊຸກຍູ້ຕິດຕາມ ເຮັດໃຫ້ການຈັດຕັ້ງປະຕິບັດ GMP ໃນ ສປປ ລາວ ມີປະສິດທິພາບຍິ່ງຂື້ນ ແລະ ເຮັດໃຫ້ການຜະລິດຢາໃໝ່ຂອງໂຮງງານຜະລິດຢາໃນ ສປປ ລາວ ມີຄວາມຮັບປະກັນດ້ານຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ເພື່ອກ້າວໄປສູ່ການຜະລິດເພື່ອສາມາດສົ່ງອອກໄດ້ໃນອະນາຄົດ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA