ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມອາຫານ ແລະ ຢາທົ່ວປະເທດ ຄັ້ງທີ IX
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 21/10/2022

ຂຽນໂດຍ: ກອງມະນີ ນາມມະວົງມີໄຊ

ກອງປະຊຸມອາຫານ ແລະ ຢາທົ່ວປະເທດ ຄັ້ງທີ IX ຂຶ້ນ ພາຍໃຕ້ ຄໍາຂວັນ “ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ, ຊຸກຍູ້-ສົ່ງເສີມ ການຜະລິດອາຫານ, ຢາ ແລະ ຜະລິຕະພັນການແພດ ໃຫ້ມີຄຸນນະພາບ ແລະ ມີຄວາມປອດໄພ ເພື່ອນໍາໃຊ້ພາຍໃນ ແລະ ສົ່ງອອກ”  ໄດ້ຈັດຂຶ້ນໃນວັນທີ  6 – 7 ຕຸລາ 2022 ທີ ໂຮງແຮມດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໄດ້ຮັບກຽດຮ່ວມເປັນປະທານ ໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ມີຜູ້ແທນເຂົ້າຮ່ວມ ທັງຫມົດ ຈຳນວນ 147  ທ່ານ, (ເປັນຍິງ ຈຳນວນ 59 ທ່ານ) ເຊິ່ງມາຈາກພາກສ່ວນຕ່າງໆ ເຊັ່ນ: ພະນັກງານອະວຸໂສບໍານານ ອະດີດການນໍາຂອງກະຊວງສາທາລະນະສຸກ, ຫ້ອງການກະຊວງ, ກົມ, ສະຖານບັນ, ມະຫາວິທະຍາໄລ, ສູນ, ກອງ, ໂຮງໝໍຂັ້ນສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ແລະ ຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ເຊັ່ນ: ກົມຕໍາຫລວດສິ່ງແວດລ້ອມ, ກົມຕໍາຫລວດຄວບຄຸມ ແລະ ສະກັດກັ້ນຢາເສບຕິດ, ກົມເສນາຮັກ (ກະຊວງປ້ອງກັນຄວາມສະງົບ), ກົມເສນາຮັກ (ກະຊວງປ້ອງກັນຊາດ) ກະຊວງກົມບໍ່ແຮ່ (ກະຊວງພະລັງງານ ແລະ ບໍ່ແຮ່), ກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ, ກົມຄຸ້ມຄອງອຸດສະຫະກໍາ ແລະ ຫັດຖະກຳ, ກົມການຄ້າພາຍໃນ, (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມສື່ມວນຊົນ (ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ), ກົມພາສີ (ກະຊວງການເງິນ), ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້ (ກະຊວງກະສິກໍາ ແລະ ປ່າໄມ້), ມີຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: WHO, UNFPA, UNDP WB, ADB, CHAI, UNICEF, FAO, EU ແລະ ພາກສ່ວນທຸລະກິດຜະລິດດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ສະຫຼຸບລາຍງານຜົນສໍາເລັດ ການຈັດຕັ້ງປະຕິບັດວຽກງານອາຫານ ແລະ ຢາ ໃນໄລຍະຜ່ານມາ 5 ປີ ຜ່ານມາຂອງສາຍງານອາຫານ ແລະ ຢາ (ຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຖອດຖອນບົດຮຽນ ແລະ ທິດທາງແຜນການໃນຕໍ່ໜ້າ); ແລກປ່ຽນບົດຮຽນໃນວຽກງານການຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ດຳເນີນທຸລະກິດ ເພື່ອສົນທະນາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ ກ່ຽວກັບການພັດທະນາວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ.

ຜ່ານການປະກອບຄຳຄິດເຫັນ ແລະ ສົນທະນາລວມໝູ່ ຂອງຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ  ທ່ານປະທານກອງປະຊຸມ ທ່ານ ປອ. ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມດັ່ງນີ້:

  1. ໃຫ້ສຸມໃສ່ວຽກງານຈັດຊື້-ຈັດຫາຢາ ແລະ ອຸປະກອນການແພດ ໃນປີ 2023 ໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການ, ຮັບປະກັນ ຫຼີກລ້ຽງບັນຫາສະພາບການຂາດຢາ ຢູ່ສະຖານທີ່ບໍລິການສາທາລະນະສຸກ ເປັນຕົ້ນ ໂຮງໝໍນ້ອຍ, ໂຮງໝໍເມືອງ ແລະ ໃຫ້ປະສານງານໃນການແກ້ໄຂບັນໜີ້ສິນຕ່າງໆ ຕໍ່ບໍລິສັດ, ໂຮງງານ ຂອງປີຜ່ານມາໃຫ້ສໍາເລັດ.
  2. ເພີ້ມທະວີວຽກງານກວດກາອາຫານ ແລະ ຢາ ແລະ ຜະລິດຕະພັນການແພດ ໃຫ້ສູງຂຶ້ນ, ນໍາໃຊ້ມາດຕະການທີ່ເໝາະສົມ ຕາມລະບຽບການທີ່ມີ, ສືກສາອົບຮົມ ຜູ້ລະເມີດ ການຜະລິດ, ການນໍາເຂົ້າ ອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ບໍ່ໄດ້ຜ່ານການຂື້ນທະບຽນ ຫຼື ຈົດແຈ້ງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ.
  3. ປະສານງານກັບຂະແໜງການທີ່ກ່ຽວຂ້ອງ ຕິດຕາມເຝົ້າລະວັງການໂຄສະນາຜະລິດຕະພັນອາຫານ, ຢາ, ເສີມສຸຂະພາບ... ທີ່ບໍ່ຖືກຕ້ອງ, ບໍ່ໄດ້ຮັບອະນຸຍາດ ໂດຍສະເພາະການໂຄສະນາຜ່ານສື່ອ່ອນລາຍ, ຖ້າເກີດຢູ່ພື້ນທີ່ໃດ ແຂວງໃດໃຫ້ປະສານສົມທົບກັບຂະແໜງການ ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງ ດໍາເນີນມາດຕະການທີ່ເໝາະສົມ.
  4. ການສົ່ງເສີມການຜະລິດພາຍໃນດ້ານຢາ ແລະ ອຸປະກອນການແພດ ໃຫ້ເປັນຮູບປະທໍາຂຶ້ນ, ປະສານຮ່ວມມືກັບ ບັນດາໂຮງໝໍລັດ ແລະ ເອກະຊົນ ສ້າງເງື່ອນ ແລະ  ປະຕິບັດນະໂນບາຍທີ່ເໝາະສົມ ເພື່ອໃຫ້ຜະລິດຕະພັນພາຍໃນ ໄດ້ເຂົ້າໃນລະບົບຕາໜ່າງສາທາລະນະສຸກ ເພີ້ມຂຶ້ນ. 
  5. ຕິດພັນກັບການສົ່ງເສີມການຜະລິດພາຍໃນ ໂຮງງານເອງກໍ່ຕ້ອງສືບຕໍ່ປັບປຸງການຜະລິດພາຍໃນ ໃຫ້ບັນລຸມາດຕະຖານການຜະລິດທີ່ດີ GMP ຢ່າງເຕັມສ່ວນ.
  6. ການສົ່ງເສີມການນຳໃຊ້ຢາພື້ນເມືອງສົມທົບກັບຢາຫຼວງ ມີແຕ່ນະໂຍບາຍວາງອອກ ສ່ວນການຈັດຕັ້ງ ປະຕິບັດຍັງບໍ່ທັນເປັນຮູບປະທຳ, ໃຫ້ປະສານສົມທົບລະຫວ່າງສະຖານບັນການແພດການຢາພື້ນເມືອງ ແລະ ໂຮງງານຜະລິດພາຍໃນ ເພື່ອພັດທະນາ ແລະ ຜະລິດຢາພື້ນເມືອງ ທີ່ມີຄຸນນະພາບ ແລະ ປອດໄພ ໃຫ້ໄດ້ຫຼາຍຂຶ້ນ.
  7. ວຽກງານການວິໄຈອາຫານ ແລະ ຢາ ເປັນວຽກງານໃຈກາງຂອງ ການຮັບປະກັນຄຸນນະພາບ, ສູນວິໄຈອາຫານ ແລະ ຢາ  ຕ້ອງໄດ້ສືບຕໍ່ ໃຫ້ໄດ້ຮັບຮອງມາດຕະຖານ ISO 17025 ຢ່າງເຕັມສ່ວນ; ພ້ອມດຽວກັບນີ້ ກໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຫ້ອງວິໄຈຂອງບັນດາ ແຂວງຈໍານວນໜຶ່ງ ໃຫ້ສາມາດປະຕິບັດການທົດສອບວິໄຈຄຸນນະພາບ ຂັ້ນພື້ນຖານ ເຊິ່ງຈະຊ່ວຍແບກຫາບພາລະຂອງສູນກາງ.
  8. ວຽກຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ ໃຫ້ສືບຕ່ໍ່ເຮັດວຽກປະສານງານກັບບັນດາຂະແໜງການກ່ຽວຂ້ອງ ນັບທັງສູນກາງ ແລະ ແຂວງ ໃຫ້ເປັນເອກະພາບໃນການຄຸ້ມຄອງທຸລະກິດ, ການອະນຸຍາດດໍາເນີນທຸລະກິດ, ນໍາເຂົ້າເຄມີ, ໂກຕ້າຂຸດຄົ້ນຊັບພະຍາກອນທີ່ເປັນຢາ, ປັບປຸງລະບຽບກົນໄກ, ບໍ່ຊໍ້າຊ້ອນ, ພ້ອມແບ່ງຄວາມຮັບຜິດຊອບ ໃນບາງວຽກງານໃຫ້ຊັດເຈນກ່ຽວກັບວຽກງານຄຸ້ມຄອງອາຫານ ແລະ ຢາ ລະຫວ່າງ ສູນກາງ ແລະ ແຂວງ.
  9. ສູ້ຊົນໃນການສ້າງຕັ້ງສະພາວິຊາຊີບ ເພສັດຊະກຳ ລວມທັງສ້າງຕັ້ງສະມາຄົມ ເພສັດຊະກອນຂອງລາວ ໃຫ້ເກີດຂຶ້ນ ແລະ ມີການເຄື່ອນໄຫວເປັນປົກກະຕິ ຕາມທິດທາງຂອງກະຊວງສາທາລະນະສຸກ.
  10. ວຽກງານນິຕິກໍາ, ໃຫ້ສືບຕໍ່ສ້າງ ແລະ ປັບປຸງກົດໝາຍ ໂດຍສະເພາະ ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ເຊິ່ງໄດ້ເອົາເຂົ້າວາລະຂອງສະພາແຫ່ງຊາດ ໃນປີ2023 ແລະ ກົດໝາຍວ່າດ້ວຍອາຫານ, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ມີແຜນປັບປຸງ ແລະ ບັນດານິຕິກໍາລຸ່ມກົດໝາຍຕ່າງໆ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA